ທະຫານຊາຍແດນເມືອງສີສັດຕະນາກ ໄດ້ສຸມທຸກກຳລັງ ເຂົ້າໃນການປ້ອງກັນເວນຍາມ ຕະຫລອດ 24 ຊົ່ວໂມງ ເພື່ອສະກັດກັ້ນ ການລັກລອບ ຄົນເຂົ້າເມືອງຜິດກົດໝາຍ ໃນນັ້ນ ໄດ້ຈັດຕັ້ງກຳລັງ ເຄື່ອນໄຫວແຕ່ລະຈຸດ ເຂດຊາຍແດນ ທາງນ້ຳ ແລະ ທາງບົກ ຢ່າງເຂັ້ມງວດ ສາມາດ ເຮັດໃຫ້ສະພາບການໃນຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ. ສະຫາຍ ພັນຕີ ບຸນເລັ່ງ ນັນທະວົງ ຫົວໜ້າການທະຫານ ໜວດທະຫານຊາຍແດນ ເມືອງ ສີສັດຕະນາກ ກອງບັນຊາການທະຫານນະຄອນຫລວງ ທັງເປັນ ຫົວໜ້າຈຸຮັບຜິດຊອບເຮືອ ລາດຕະເວນ ທະຫານຊາຍແດນ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ທະຫານຊາຍແດນ ເມືອງສີສັດຕະນາກ ໄດ້ເອົາໃຈໃສ່ຢ່າງເຂັ້ມງວດ ໃນການລາດຕະເວນເຂດຊາຍແດນ ທາງນ້ຳ ທີ່ຕິດຈອດ ກັບຣາຊະອານາຈັກໄທ ໂດຍການຊີ້ນຳ ຂອງ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານນະຄອນຫລວງ ກໍຄື ກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ໃຫ້ຈັດຕັ້ງກຳລັງ ເພີ່ມທະວີ ສະກັດກັ້ນ ການລັກລອບຄົນເຂົ້າເມືອງແບບຜິດກົດຫມາຍ

ເຊິ່ງໃນໄລຍະຜ່ານ ໄດ້ສຸມທຸກກຳລັງອ້າຍນ້ອງ ປະຕິບັດໜ້າທີ່ ທັງເວັນທັງຄືນ ລາດຕະເວນ ໃນຂອບເຂດຮັບຜິດຊອບ ບົນພື້ນຖານ ແມ່ນມີຄວາມສະຫງົບປອດໄພປອດ , ແຕ່ເຖີງຢ່າງໃດກໍຕາມກໍຍັງມີ ເຮືອຊາວປະມົງຈຳນວນໜຶ່ງຝ່າຝືນມາດຕະການທີ່ຂັ້ນເທິງວາງອອກ ໃຫ້ຢຸດຕິການເດີນເຮືອ ແຕ່ພວກເຮົາກໍສາມາດສະກັດກັ້ນໄວ້ໄດ້ ແລະ ສຶກສາອົບຮົມ ກັກເຮືອຈຳນວດັ່ງກ່າວນັ້ນໄວ້ ເຖີງຢ່າງໃດກໍຕາມ ພວກເຮົາກໍຈະສຸມທຸກກຳລັງເຂົ້າໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ສະພາບ ມີຄວາມສະຫງົບໂດຍພື້ນຖານ ແນໃສ່ ສະກັດກັ້ນ ແລະ ຕອບຕ້ານ ການແຜ່ລະບາດ ຂອງເຊື້ອພະຍາດ ໂ ຄ ວິ ດ ຈາກພາຍນອກ ມາສູ່ປະເທດຂອງພວກເຮົາ.

.

.
