ຂ້າພະເຈົ້າ ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:

ການເຝົ້າລະວັງ COVID-19 ຢູ່ ສປປ ລາວ ສຳລັບ ສປປ ລາວ ໃນວັນທີ 25 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,682 ຄົນຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 113 ຄົນ, ໃນນັ້ນ ຈຳປາສັກ 54 ຄົນ, ນະຄອນຫຼວງ 31 ຄົນ, ສະຫວັນນະເຂດ 13 ຄົນ, ບໍ່ແກ້ວ 7 ຄົນ, ອຸດົມໄຊ 2 ຄົນ, ຜົ້ງສາລີ 2 ຄົນ, ເຊກອງ 1 ຄົນ, ແຂວງວຽງຈັນ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ໄຊຍະບູລີ 1 ຄົນມາຮອດປະຈຸບັນ ຕົວເລກຕິດເຊື້ອສະສົມ 436 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 387 ຄົນ, ລາຍລະອຽດດັ່ງນີ້:
– ຢູ່ນະຄອນຫຼວງວຽງຈັນ 271 ຄົນ (ໃໝ່ 31)
– ແຂວງຈຳປາສັກ 61 ຄົນ (ໃໝ່ 54)
– ແຂວງສະຫວັນນະເຂດ 18 ຄົນ (ໃໝ່ 13)
– ແຂວງບໍ່ແກ້ວ 13 ຄົນ (ໃໝ່ 7)
– ແຂວງສາລະວັນ 6 ຄົນ
– ແຂວງອຸດົມໄຊ 2 ຄົນ (ໃໝ່ 2)
– ແຂວງຫຼວງນ້ຳທາ 4 ຄົນ
– ແຂວງວຽງຈັນ 4 ຄົນ (ໃໝ່ 1)
– ຜົ້ງສາລີ 2 ຄົນ (ໃໝ່ 2)
– ແຂວງຫຼວງພະບາງ 1 ຄົນ (ໃໝ່ 1)
– ແຂວງໄຊຍະບູລີ 1 ຄົນ (ໃໝ່ 1)
– ແຂວງເຊກອງ 1 ຄົນ (ໃໝ່ 1)
– ແຂວງບໍລິຄຳໄຊ 2 ຄົນ
– ແຂວງຄຳມ່ວນ 1 ຄົນ
ແນວໃດກໍຕາມ, ມື້ນີ້ ສປປ ລາວ ເຮົາກວດພົບຜູ້ຕິດເຊື້ອໃໝ່ສູງກວ່າຮ້ອຍຄົນພາຍໃນມື້ດຽວ ແລະ ບາງປະເທດໃນຂົງເຂດອາຊີພວກເຮົາ ມີລາຍງານຜູ້ຕິດເຊື້ອໃໝ່ເກືອບລ້ານຄົນ ພາຍໃນ 3 ມື້, ຕໍ່ບັນຫາດັ່ງກ່າວ ພວກເຮົາໝົດທຸກຄົນຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ກໍຄື ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກວິທີ ໂດຍ ການໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ລ້າງມືດ້ວຍສະບູ່ໃສ່ນ້ຳສະອາດ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ເວັ້ນລະຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ, ຫລີກລ້ຽງການໄປສະຖານທີ່ແອອັດ. ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອ ປ້ອງກັນຕົວທ່ານເອງ, ຄົນໃນຄອບຄົວຂອງທ່ານ ແລະ ສັງຄົມ ໃຫ້ປອດໄພຈາກເຊື້ອພະຍາດ ໂ ຄ ວິ ດ. ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ມີສ່ວນສຳຄັນຢ່າງຍິ່ງ ທີ່ຈະນຳພາປະເທດຂອງພວກເຮົາ ກ້າວຂ້າມຜ່ານວິກິດໃນຄັ້ງນີ້ໄດ້. ສຳລັບທ່ານໃດທີ່ຖືກເກັບຕົວຢ່າງກວດຊອກຫາເຊື້ອ ຂໍຮຽກຮ້ອງມາຍັງທ່ານ ໃນໄລຍະລໍຖ້າຜົນກວດທ່ານ ຄວນຈຳກັດບໍລິເວນຕົນເອງຢູ່ໃນເຮືອນ ແຍກປ່ຽວຕົນເອງຈາກຄົນໃນຄອບຄົວ ແລະ ຫລີກລ້ຽງການອອກຈາກບ້ານ, ເຖິງຜົນກວດຂອງທ່ານອອກມາເປັນລົບກໍ່ຕາມ ບໍ່ໄດ້ຄວາມໝາຍວ່າ ທ່ານຈະບໍ່ມີໂອກາດຕິດເຊື້ອພະຍາດ, ຂໍໃຫ້ທ່ານຈົ່ງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອປ້ອງກັນຕົວທ່ານ, ຄອບຄົວ ແລະ ສົງຄົມ ຈາກພະຍາດ ໂ ຄ ວິ ດ.
ຈໍານວນຜູ້ຕິດເຊື້ອ ໂ ຄ ວິ ດ ຢູ່ນະຄອນຫຼວງວຽງຈັນ ໃນແຕ່ບ້ານຮຽບຮຽງມາໄດ້ບາງສ່ວນ
ເມືອງຈັນທະບູລີ
1 ສາຍລົມ 1
2 ສາຍນໍ້າເງິນ 1
3 ສາຍລົມ 1
4 ສີສະຫວາດ 3
5 ສີດໍາດວນ 1
6 ສີບຸນເຮືອງ 1
7 ນາບຽນ 1
8 ບ້ານຂົວຫລວງ 1
9 ຫ້ວຍຫົງ 2
10 ຫັດສະດີ 2
11 ໜອງດ້ວງ 2
12 ໜອງທາເໜຶອ 3
13 ໜອງທາໃຕ້ 2
14 ຮ່ອງຄ້າ 3
15 ຮ່ອງສຸພາບ 1
16 ຮ່ອງໄກ່ແກ້ວ 1
17 ໂພນສະຫວ່າງ 1
18 ໂພນສະອາດ 1
19 ໂພນຕ້ອງ 2
ລວມທັງໝົດ 30
ເມືອງ ສີສັດຕະນາກ
1 ຄ້າຍຈີ່ນາຍໂມ້ 1
2 ຄູວຽງ 1
3 ຈອມເພັດ 1
4 ສ້າງເຫວີຍ 1
5 ສວນມອນ 1
6 ສະພານທອງ 9
7 ສະພານທອງເໜືອ 1
8 ສະພານທອງໃຕ້ 4
9 ສີຫອມ 1
10 ດຶນກາຍ 1
11 ດົງປາລານ 1
12 ບຶງຂະຫຍອງ 2
13 ພະໂພ 1
14 ພະໄຊ 2
15 ພັນໜັ້ນ 1
16 ໂສກປ່າຫລວງ 2
17 ໂພນສະຫັວນ 1
18 ໂພນປ່າເປົ້າ 2
19 ສີເມືອງ 1
20 ທົ່ງພານທອງ 2
ລວມທັງໝົດ 36
ເມືອງສີໂຄດຕະບອງ
1 ຈັນສະຫວ່າງ 1
2 ທົ່ງປົ່ງ 2
3 ວັດໄຕ 1
4 ໜອງສະໂນ 1
5 ໜອງສະໂນຄຳ 1
6 ໜອງບົວທອງ 2
7 ໜອງພະຍາ 2
8 ໜອງແຕ່ງ 1
9 ໜອງບົວທອງໃຕ້ 1
10 ໜອງປາໄນ 1
11 ອຸບມຸງ 1
12 ດົງນາໂຊກໃຕ້ 1
13 ດົງນາໂຊກ 2
14 ຕາດທອງ 1
15 ນາຄໍາ 1
16 ວັດໃຕ້ນ້ອຍທົ່ງ 1
17 ຫ້ວຍຫ້ອມ 1
18 ໂພນສະຫວາດ 1
19 (blank) 1
ລວມທັງໝົດ 23
ເມືອງນາຊາຍທອງ
1 ສີເກີດ 1
2 ນາສ້ຽວ 1
3 ນາຊອນ1
4 ຫຸມແບ່ງ 1
ລວມທັງໝົດ 4
ເມືອງຫາດຊາຍຟອງ
1 ສົມສະໜຸກ 1
2 ສົມຫັວງ 1
3 ຊຽງດາ 1
4 ດອນດູ່ 1
5 ໜອງໄຮ 1
ລວມທັງໝົດ 5
ເມືອງໄຊທານີ
1 ຄໍາຮຸງ 1
2 ດ່ານຊ້າງ 1
3 ດອນຕີ້ວ 1
4 ນາທົ່ມ 1
5 ຫາດກ້ຽງ 2
6 ໂຄກສີວິໄລ 2
7 ສີວິໄລ 2
8 ໂນນສະອາດ 1
ລວມທັງໝົດ 11
ເມືອງໄຊເສດຖາ
1 ຄໍາສະຫວາດ 1
2 ຈອມມະນີ 2
3 ສະພັງໝໍ້ 1
4 ສີສັງວອນ 1
5 ຊຽງດາ 1
6 ຊໍາເກດ 1
7 ທາດຫຼວງ 2
8 ບ້ານຮ່ອງແກ 2
9 ວຽງຈະເລີນ 1
10 ໜອງສ້າງທໍ່ 1
11 ຮ່ອງໄກ່ແກ້ວ 1
12 ໂນນຫວາຍ 1
13 ໂພນຄໍາ 1
14 ໂພນທັນ 2
15 ໂພນພະເນົາ 2
16 ໂຊກຄໍາ 1
ລວມທັງໝົດ 21
8 ສັງທອງ 0
9 ປາກງື່ມ 0
ລວມ 130
ຮຽບຮຽງ: ສັງລວມຮອດມື້ນີ້ 26/4/2021 ເວລາ 11:59