ວັນທີ 26.04.2021 ສປປ ລາວ ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດທັງໝົດ ຈໍານວນ + 113 ຄົນ ! ຜູ້ຕິດເຊື້ອສະສົມລວມ 436 ຄົນ.
ກວດວິເຄາະທັງໝົດ 2682 ຕົວຢ່າງນະຄອນຫຼວງ 1366 ຕົວຢ່າງ, ຕ່າງແຂວງ 1316ຕົວຢ່າງພົບເຊື້ອ 113 ຕົວຢ່າງ ດັ່ງລາຍລະອຽດຕໍ່ໄປນີ້:
ນະຄອນຫຼວງ: 31 ຄົນ
ແຂວງວຽງຈັນ: 1 ຄົນ
ຈໍາປາສັກ: 54 ຄົນ
ສະຫວັນນະເຂດ: 13 ຄົນ
ບໍ່ແກ້ວ: 7 ຄົນ
ອຸດົມໄຊ: 2 ຄົນ
ຜົ້ງສາລີ 2 ຄົນ
ເຊກອງ 1 ຄົນ
ຫຼວງພະບາງ: 1 ຄົນ
ໄຊຍະບູລີ: 1 ຄົນ
ໃນວັນທີ 26 ເມສາ 2021, ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂ ຄ ວິ ດ, ພ້ອມດ້ວຍ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂ ຄ ວິ ດ. ລາຍງານໃຫ້ຮູ້ວ່າ: ໃນວັນທີ 25 ເມສາ 2021 ຢູ່ ສປປ ລາວ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.682 ຄົນ, ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ 113 ຄົນ, ໃນນັ້ນ ຢູ່ແຂວງຈຳປາສັກ 54 ຄົນ, ນະຄອນຫລວງວຽງຈັນ 31 ຄົນ, ສະຫວັນນະເຂດ 13 ຄົນ, ບໍ່ແກ້ວ 7 ຄົນ, ອຸດົມໄຊ 2 ຄົນ, ຜົ້ງສາລີ 2 ຄົນ, ເຊກອງ 1 ຄົນ, ແຂວງວຽງຈັນ 1 ຄົນ, ຫລວງພະບາງ 1 ຄົນ ແລະ ໄຊຍະບູລີ 1 ຄົນ. ມາຮອດປັດຈຸບັນ ຕົວເລກຕິດເຊື້ອສະສົມ 436 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ແຂວງກຳນົດໄວ້ຈຳນວນ 387 ຄົນ ຄື: ຢູ່ນະຄອນຫລວງວຽງຈັນ 271 ຄົນ (ໃໝ່ 31), ແຂວງຈຳປາສັກ 61 ຄົນ (ໃໝ່ 54), ແຂວງສະຫວັນນະເຂດ 18 ຄົນ (ໃໝ່ 13), ແຂວງບໍ່ແກ້ວ 13 ຄົນ (ໃໝ່ 7), ແຂວງສາລະວັນ 6 ຄົນ, ແຂວງອຸດົມໄຊ 2 ຄົນ (ໃໝ່ 2), ແຂວງຫລວງນ້ຳທາ 4 ຄົນ, ແຂວງວຽງຈັນ 4 ຄົນ (ໃໝ່ 1), ຜົ້ງສາລີ 2 ຄົນ (ໃໝ່ 2), ແຂວງຫລວງພະບາງ 1 ຄົນ (ໃໝ່ 1), ແຂວງໄຊຍະບູລີ 1 ຄົນ (ໃໝ່ 1), ແຂວງເຊກອງ 1 ຄົນ (ໃໝ່ 1), ແຂວງບໍລິຄຳໄຊ 2 ຄົນ ແລະ ແຂວງ ຄຳມ່ວນ 1 ຄົນ, ທຸກຄົນແມ່ນມີສຸຂະພາບຮ່າງກາຍຈິດໃຈສົມບຸນ ແລະ ແຂງແຮງດີ ແລະ ໃນວັນທີ 25 ເມສາ 2021, ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2.397 ຄົນ, ໃນນີ້ຜ່ານດ່ານລາວ-ໄທ ທັງໝົດ 1.097 ຄົນ, ດ່ານລາວ-ຈີນ 32 ຄົນ, ດ່ານລາວ-ຫວຽດນາມ ທັງໝົດ 1.192 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 76 ຄົນ, ເຊິ່ງທຸກຄົນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້, ໄດ້ເກັບຕົວຢ່າງທຸກຄົນມາກວດຫາເຊື້ອ ໂ ຄ ວິ ດ. ແລະ ນໍາສົ່ງໄປຈໍາກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້. ປັດຈຸບັນ, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 49 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.780 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂ ຄ ວິ ດ.
ແນວໃດກໍຕາມ, ມື້ນີ້ ສປປ ລາວ ເຮົາກວດພົບຜູ້ຕິດເຊື້ອໃໝ່ສູງກວ່າຮ້ອຍຄົນພາຍໃນມື້ດຽວ ແລະ ບາງປະເທດໃນຂົງເຂດອາຊີພວກເຮົາ ມີລາຍງານຜູ້ຕິດເຊື້ອໃໝ່ເກືອບລ້ານຄົນ ພາຍໃນ 3 ມື້, ຕໍ່ບັນຫາດັ່ງກ່າວ ພວກເຮົາໝົດທຸກຄົນຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ກໍຄື ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກວິທີ ໂດຍ ການໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ລ້າງມືດ້ວຍສະບູ່ໃສ່ນ້ຳສະອາດ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ເວັ້ນລະຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ, ຫລີກລ້ຽງການໄປສະຖານທີ່ແອອັດ. ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອ ປ້ອງກັນຕົວທ່ານເອງ, ຄົນໃນຄອບຄົວຂອງທ່ານ ແລະ ສັງຄົມ ໃຫ້ປອດໄພຈາກເຊື້ອພະຍາດໂ ຄ ວິ ດ.. ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ມີສ່ວນສຳຄັນຢ່າງຍິ່ງ ທີ່ຈະນຳພາປະເທດຂອງພວກເຮົາ ກ້າວຂ້າມຜ່ານວິກິດໃນຄັ້ງນີ້ໄດ້. ສຳລັບທ່ານໃດທີ່ຖືກເກັບຕົວຢ່າງກວດຊອກຫາເຊື້ອ ຂໍຮຽກຮ້ອງມາຍັງທ່ານ ໃນໄລຍະລໍຖ້າຜົນກວດທ່ານ ຄວນຈຳກັດບໍລິເວນຕົນເອງຢູ່ໃນເຮືອນ ແຍກປ່ຽວຕົນເອງຈາກຄົນໃນຄອບຄົວ ແລະ ຫລີກລ້ຽງການອອກຈາກບ້ານ, ເຖິງຜົນກວດຂອງທ່ານອອກມາເປັນລົບກໍ່ຕາມ ບໍ່ໄດ້ຄວາມໝາຍວ່າ ທ່ານຈະບໍ່ມີໂອກາດຕິດເຊື້ອພະຍາດ, ຂໍໃຫ້ທ່ານຈົ່ງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອປ້ອງກັນຕົວທ່ານ, ຄອບຄົວ ແລະ ສົງຄົມ ຈາກພະຍາດ ໂ ຄ ວິ ດ.
ຂ່າວ: ສຸພະສະຫວັນ