Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ແຂວງສະຫວັນນະເຂດລົງເຄື່ອນໄຫວ ວຽກງານສະເພາະກິດຢູ່ເມືອງໄຊບູລີ

Posted on 26/04/2021 By News No Comments on ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ແຂວງສະຫວັນນະເຂດລົງເຄື່ອນໄຫວ ວຽກງານສະເພາະກິດຢູ່ເມືອງໄຊບູລີ

ເພື່ອເປັນການຜັນຂະຫຍາຍມະຕິ ຄໍາສັ່ງ ແລະ ແຈ້ງການ ຕ່າງໆທີ່ທາງຂັ້ນເທິງວາງອອກຢ່າງເຂັ້ມງວດ ທັງເປັນການຊຸກ ການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ສະນັ້ນ ມາໃນຕອນບ່າຍຂອງວັນທີ 23 ເມສາ 2021 ທີ່ຜ່ານມານີ້ ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ຫົວໜ້າສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂ ຄ ວິ ດ ຂັ້ນແຂວງ ພ້ອມດ້ວຍທີມງານໄດ້ລົງ ຕິດຕາມກວດກາ ແລະ ຊຸກຍູ້ການເຝົ້າລະວັງການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ຢູ່ເມືອງໄຊບູລີ ແຂວງສະຫວັນນະເຂດ.

May be an image of 10 people, people standing and outdoors

ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ອ່ອນລໍາພັນ ບົວສີແກ້ວ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊບູລີ. ທັງເປັນຜູ້ຊີ້ນໍາລວມວຽກງານ ປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ຂັ້ນເມືອງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມດຽວກັນນີ້ ທ່ານ ອ່ອນລໍາພັນ ບົວສີແກ້ວ ກໍ່ຍັງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນການລະບາດຂອງພະຍາດ ໂ ຄ ວິ ດ ໃຫ້ຄະນະສະເພາະກິດຂັ້ນແຂວງຮັບຊາບ ໂດຍລວມແລ້ວ ເມືອງໄຊບູລີ ໄດ້ກຽມຄວມພ້ອມຕະຫຼອດເວລາໃນການປ້ອງກັນ ຄວບຄຸມການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ໂດຍໄດ້ຜັນຂະຫຍາຍຄໍາສັ່ງ ແລະ ແຈ້ງການ ຕ່າງໆທີ່ທາງຂັ້ນເທິງວາງອອກໃນແຕ່ລະໄລຍະໃຫ້ກັບ ພະນັກງານ,ທະຫານ,ຕໍາຫຼວດ ແລະ ປະຊາຊົນໃນທົ່ວເມືອງໄຊບູລີໄດ້ຮັບຮູ້ ເຂົ້າໃຈຢ່າງຕໍ່ເນື່ອງ ໄດ້ມີການເພີ່ມທະວີຕິດຕາມແຮງງານເຄື່ອນຍ້າຍທີ່ກັບມາຈາກຕ່າງປະເທດເພື່ອນໍາສົ່ງສູນກັກກັ່ນ ແຂວງສະຫວັນນະເຂດ ມີການຈັດກອງປະຊຸມກຸ່ມບ້ານໃນຂອບເຂດຊາຍແດນລຽບຕາມແຄມແມ່ນໍ້າຂອງປະກອບມີ 2 ກຸ່ມບ້ານຄື: ກຸ່ມແກ້ງກະເບົາ ແລະ ກຸ່ມປາກເຊບັ້ງໄຟ ເພື່ອໃຫ້ອໍານາດການປົກຄອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າໃຈລະອຽດກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ໂດຍສະເພາະເຈົ້າຂອງເຮືອທຸກປະເພດ ຈະຕ້ອງໄດ້ຢຸດຕິການເດີນເຮືອຊົ່ວຄາວຕາມລໍາແມ່ນໍ້າຂອງແຕ່ວັນທີ 19-30 ເມສາ 2021 ເພື່ອຫຼີກ ລ້ຽງ ການລັກລອບເຂົ້າ-ອອກເມືອງແບບຜິດກົດໝາຍຂອງແຮງງານເຄື່ອນຍ້າຍ ການລັກລອບຂົນສົ່ງສິນຄ້າ ແລະ ການກະທໍາອື່ນໆ.

May be an image of 1 person, standing, military uniform and outdoors

ທີ່ຜິດຕໍ່ລະບຽບກົດໝາຍ ຖ້າຫາກຜູ້ໃດຝ່າຝືນຄັ້ງທີ1ຈະຖືກກ່າວເຕືອນ,ຝ່າຝືນຄັ້ງທີ 2 ຈະຖືກປັບໃໝ່ ແລະ ຄັ້ງຕໍ່ໄປຈະຖືກດໍາເນີນຄະດີຕາມລະບຽບກົດໝາຍທີ່ທາງຂັ້ນເທິງໄດ້ວາງອອກ ນອກຈາກນີ້ແລ້ວທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ ທັງເປັນຫົວໜ້າຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ຂັ້ນເມືອງ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໃນທົ່ວເມືອງໄຊບູລີມີແຮງງານເຄື່ອນຍ້າຍພາກທີ I ທັງໝົດ 1,351 ຄົນ, ຍິງ 682, ພາກທີ II .1,021 ຍິງ 451 ຄົນ, ປະຈຸບັນໃນທົ່ວເມືອງໄຊບູລີໄດ້ສັກວັກຊິນຊີໂນຟາມ ເຂັມທີ 1ຈໍານວນ 1,275 ຄົນ, ເຂັມທີ 2 ຈໍານວນ 598 ຄົນ, ວັກຊິນເອັດສະຕ້າເຊເນກ້າ ເຂັມທີ 1 ຈໍານວນ163 ຄົນ. ແລະ ຍັງຈະໄດ້ມີການສືບຕໍໍໍໍໍໍ່ສັກວັກຊິນໃຫ້ກັບປະຊາຊົນເມືອງໄຊບູລີຕໍ່່ໄປຈົນກວ່າຈະສໍາເລັດຕາມລະດັບຄາດໝາຍ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນໂຄວິດ 19 ແລ້ວ ການນໍາຂອງແຂວງ, ການນໍາຂອງເມືອງພ້ອມທີມງານກໍ່ໄດ້ສືບຕໍ່ລົງຕິດຕາມກວດກາສະພາບການຕົວຈິງຕາມຂອບເຂດຊາຍແດນລຽບຕາມແຄມແມ່ນໍ້າຂອງມີຄື: ຈຸດດ້ານປາກເຊບັ້ງໄຟ, ບ້ານທ່າຄໍ້, ບ້ານແກ້ງກະເບົາ ແລະ ບ້ານ ທ່າສະຫວ່າງ ໂດຍສົມທົບກັບກໍາລັງ ປກສ ກຸ່ມ -ປກຊ ບ້ານ ແລະ ທະຫານຊາຍແດນ, ລຽບຕາມແຄມແມ່ນໍ້າຂອງທີ່ຂື້ນກັບເມືອງໄຊບູລີ.

May be an image of 1 person, standing and outdoors

ພ້ອມທັງຮັບຟັງກາຍລາຍງານສະພາບການຕົວຈິງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນການເວນຍາມລາດຕະເວນຕາມລໍາແມ່ນໍ້າຂອງ ໃນນັ້ນມີທັງຂໍ້ສະດວດ ແລະ ຂໍ້ຫຍຸ້ງຍາກ ມີການແລກ ປ່ຽນຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ໂດຍແທດເໝາະກັບສະພາບຄວາມເປັນຈິງໃນປະຈຸບັນ ເພື່ອເປັນແນວທາງໃນການແກ້ໄຂບັນຫາການລັກລອບເຂົ້້າເມືອງແບບຜິດກົດໝາຍເຊິ່ງເປັນສາເຫດຕົ້ນຕໍ່ໃນການນໍາເຊື້ອພະຍາດເຂົ້າມາເຜີຍແຜ່ໃນເມືອງໄຊບູລີ ກໍ່ຄືປະເທດລາວຂອງພວກເຮົາ.

May be an image of lake

.

May be an image of lake

.

May be an image of lake
ຂ່າວສານບ້ານເມືອງ

Post navigation

Previous Post: ເກີດເຫດ! ພາຍຸພັດເຂົ້າ ບ້ານເລົ່າໂພຄຳ ເມືອງທ່າແຂກ ເສົາໄຟຫັກ ຫຼາຍກວ່າ 10ລັກ
Next Post: ຂໍຊົມເຊີຍ! ນໍາໃຈຄົນລາວຊ່ວຍເຫຼືອກັນໃນຍາມວິກິດ ໂ ຄ ວິ ດ ແບບນີ້

Related Posts

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດຮ່ວມປູກຕົ້ນໄມ້ພ້ອມທັງຮ່ວມໃຫ້ຄໍາໂອວາດ ຂ່າວສານບ້ານເມືອງ
ປກສ ອຸດົມໄຊ ທໍາລາຍປ້າຍລົດ ບໍ່ຖືກກົດໝາຍ ຈໍານວນຫຼາຍ ຂ່າວສານບ້ານເມືອງ
ດ່ານສາກົນແດນສະຫວັນ ທໍາລາຍຊິ້ນສ່ວນເຄື່ອງໃນສັດທີ່ນໍາເຂົ້າຜິດກົດໝາຍຈໍານວນ 1,5 ໂຕນ ຂ່າວສານບ້ານເມືອງ
ປກສ ກຸ່ມ IV ໂພນຕ້ອງຈອມມະນີ ກວດກາຮ້ານກິນດື່ມ 2 ຮ້ານ ຍັງຖືເບົາຕໍ່ແຈ້ງການເລກທີ 014/ສພກ.ນວ ຂ່າວສານບ້ານເມືອງ
ຊາວກະສິກອນ 2 ບ້ານ ເມືອງສາລະວັນ ຫັນມາປູກພຶດເປັນສິນຄ້າຫຼາຍຂຶ້ນ ຂ່າວສານບ້ານເມືອງ
ມູນນິທິ ຈິດອາສາຮ່ວມໃຈພັດທະນາ ແລະມູນນິທິສາກົນ MASTER RUMA ໄດ້ລະດົມທຶນລົງຊ່ວຍເຫຼືອສູນຄົນພິການຕາ ນະຄອນຫຼວງວຽງຈັນ ມູນຄ່າ 25 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme