ຂໍ້ມູນຈາກຜູ້ທີ່ໄດ້ຮັບເຊື້ອ ອອກມາເຜີຍແຜ່ຜ່ານສື່ເຟສສ່ວນໂຕ :
ການເຄື່ອນໄຫວ ຕັ້ງແຕ່ ວັນທີ 14 ເມສາ – ປະຈຸບັນ.
( ພົວພັນກັບກໍລະນີ 61 )
– 14/4/21: ອອກເດີນທາງໄປຫຼວງພະບາງພັກຢູ່ວິລ່າມະຫາໂຊກ ແລະ ເລາະຫຼິ້ນບໍລິເວນນັ້ນ, ຕອນແລງປະມານ 21 ໂມງ ອອກໄປຮ້ານ ຟູມູນ (full moon) ແລ້ວໄປຕໍ່ ເທັກດາວຟ້າ ແລ້ວກັບມານອນ.
– 15/4/21: ເລາະຢູ່ຕົວເມືອງຫຼວງພະບາງ ແລ້ວໄປຫຼິ້ນຢູ່ເສັ້ນກາງ ຫຼັງຈາກນັ້ນກະກັບມານອນ.
– 16/4/21: ຕອນເຊົ້າໄປຮ້ານນວດຢູ່ແຖວບ່ອນພັກ (ບໍ່ຈື່ຊື່ຮ້ານ) ຫຼັງຈາກນັ້ນ ຫຼິ້ນປີໃໝ່ຢູ່ເສັ້ນກາງຄືເກົ່າ ແລ້ວກັບມານອນ.
– 17/4/21: ກັບບ້ານແລ້ວແວ່ກິນເຂົ້າຢູ່ວັງວຽງ (ຮ້ານຂາຍລາບ-ແກງ ແຖວຕະຫຼາດມືດ) ແລ້ວກໍ່ກັບບ້ານເລີຍ ຫຼັງຈາກຮອດບ້ານກໍ່ບໍ່ໃດ້ໄປໃສ.
– 18/4/21: ຕອນເຊົ້າໄປຫຼັກ52, ຕອນແລງມາສູ່ຂວັນບ້ານໝູ່ ຢູ່ບ້ານ ນາປູນ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ.
– 19/4/21: ເຂົ້າໄປວຽງຈັນໄປບ້ານດອນແດງ ແຖວຄລີນິກແຂ້ວ ຫຼັງຈາກນັ້ນໄປນັ່ງກິນຕຳຢູ່ໂພນຕ້ອງແລ້ວກໍ່ກັບບ້ານ.
– 20/4/21: ບໍ່ໄດ້ໄປໃສ (ເລີ່ມມີອາການ ກັກໂຕຢູ່ບ້ານໝົດມື້)
່- 21/4/21: ເຂົ້າໄປກວດຢູ່ເດີ່ນກິລາບຶງຂະຫຍອງ
ຂາກັບ ແວ່ກິນເຂົ້າ ຢູ່ຮ້ານອາຫານຕາມສັ່ງແຖວທາງລົດໄຟດອນໜູນ ແລ້ວກັບມາບ້ານ.
– 22/4/21: ກັກໂຕໝົດມື້ລໍຖ້າຟັງຜົນ.
– 23/4/21: ຕອນເຊົ້າຮູ້ຜົນວ່າເປັນບວກ(➕)
ເລີຍແຈ້ງໝູ່ທຸກຄົນຊາບທັນທີ
ໝາຍເຫດ: ສ່ວນໂຕແມ່ນບໍ່ໄດ້ພົວພັນກັບກໍລະນີ 59.
ພ້ອມກັນປ້ອງກັນຕົນເອງ ແລະ ຄົນໃກ້ຊິດ ເພື່ອຫຼຸດຜ່ອນຄວາມສ່ຽງ ໃນການຕິດເຊື້ອພະຍາດດັ່ງກ່າວ.
ຕາມມາດ ຕະການປ້ອງກັນ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
ຂ່າວຈາກ: ແຂວງວຽງຈັນອອນລາຍ