Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບເຮັດວຽກຢູ່ ສູນວິໄຈໝື້ສົ່ງ-ທ າ ດ ລ ະ ເ ບີ ດ

Posted on 23/04/202123/04/2021 By News No Comments on ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບເຮັດວຽກຢູ່ ສູນວິໄຈໝື້ສົ່ງ-ທ າ ດ ລ ະ ເ ບີ ດ

ວັນທີ 19 ເມສາ 2021 ນີ້ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ເຕັກນິກກອງທັບພ້ອມດ້ວຍຄະນະ ໄດ້ລົງເຮັດວຽກສູນວິໄຈໝື້ສົ່ງ – ທ າ ດ ລ ະ ເ ບີ ດ, ຈາກນັ້ນກໍ່ໄດ້ຮັບຝັງການລາຍງານໜ້າທີ່ການເມືອງໂດຍຫຍໍ້ຈາກສະຫາຍ ພັນໂທ ຈັນເພັດ ວິໄລວອນ ຫົວໜ້າການທະຫານສູນວິໄຈໝື້ສົ່ງ- ທ າ ດ ລ ະ ເ ບີ ດ ໃນໄລຍະຜ່ານມາເຫັນໄດ້ວ່າ: ຄະນະພັກ-ຄະນະອຳນວຍການໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງແລະວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງໂດຍສະເພາະແມ່ນການປະຕິບັດຕາມກົດບຽບຂອງພັກ-ກົດໝາຍຂອງລັດ ກໍຄືຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີຄະນະພັກກະຊວງປ້ອງກັຮປະເທດວາງອອກ, ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ,ມີແນວຄິດຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ,ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍ ແລະພ້ອມກັນເຮັດສໍາເລັດຕາມແຜນການ.

May be an image of 8 people, people standing and military uniform

.

May be an image of 7 people, people standing and military uniform

ໃນໂອກາດທີ່ ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ລົງມາເຮັດວຽກແລະຢ້ຽມຢາມຢູ່ສູນດັ່ງກ່າວ,ສະຫາຍຍັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາຕ້ອງຖືເອົາວຽກງານສືກສາອົບຮົມການເມືອງນໍາພາແນວຄິດສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມຂອງກົມກອງດ້ວຍຫຼາຍຮູບການຫຼາຍເນື້ອໃນໃຫ້ແຖດເໝາະກັບໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ,ພ້ອມນັ້ນຍັງໄດ້ລົງໄປເບີ່ງສະຖານທີ່ເຮຶອນນອນຂອງພະນັກງານ-ນັກຮົບ, ເຮືອນຄົວລວມ,ແລະ ຂອບເຂດວິໄຈໝື້-ທ າ ດ ລ ະ ເ ບິ ດ ,ສາງເກັບຕົວຢ່າງ, ຫ້ອງທົດລອງຕື່ມອີກ.

May be an image of 2 people, people standing and military uniform

ໂດຍ: ຄອນ ສາຍນ້ຳລີກ

ຂ່າວສານບ້ານເມືອງ

Post navigation

Previous Post: ຄຳສັ່ງດ່ວນທີ່ສຸດ! ບໍ່ແກ້ວ ໂຈະການຮຽນ-ການສອນໂຮງຮຽນແຫ່ງຕ່າງໆທາງພາກລັດ ແລະ ເອກະຊົນ
Next Post: ຂ່າວດ່ວນ…! ຂ່າວຮ້າຍ…! ລາວ ກວດພົບການຕິດເຊື້ອ ໂ ຄ ວິ ດ ເພີ່ມຂຶ້ນ + 65 ຄົນ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ +9ຄົນ ຂ່າວສານບ້ານເມືອງ
ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄຊຍະບູລີ ກັກຕົວຜູ້ຄ້າຢາບ້າ 1.000 ກວ່າເມັດ ຂ່າວສານບ້ານເມືອງ
ເກີດເຫດໄ ຟ ໄ ໝ້ ເຮືອນປະຊາຊົນ ເຂດບ່ານໂຮມສູກ ເມືອງໄຊ ແຂວງອຸດົມໄຊ ຂ່າວສານບ້ານເມືອງ
ເຫຼົ່າຮົບລົດຕັງ-ຍານເກາະ ເຝີກຊ້ອມຄັ້ງສຸດທ້າຍກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມ ແລະ ຊ້ອມຮົບຮ່ວມລາໂຣດ ທີ່ ສ ຣັດເຊຍ ຂ່າວສານບ້ານເມືອງ
ຫໍຫລັກເມືອງແຂວງໄຊສົມບູນ ສ້າງສໍາເລັດ 100% ແລ້ວ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 153ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme