ໃນວັນທີ 8 ເມສາ 2021 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ໄດ້ພິຈາລະນາຕັດສິນຈໍາເລີຍ ຈຳນວນ 2 ຄົນ ຄື: ທ້າວ ແຈັກ , ອາຍຸ 19 ປີ ອາຊິບຊາວນາ ບ້ານປາກພາງ ເມືອງ ຊະນະຄາມ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 29 ມີນາ 2019 ໃນຂໍ້ຫາ ຄ້າຂາຍຢາບ້າ ແລະ ມີ ຢ ໄວ້ໃນຄອບຄອງ 24.000 ເ ມັ ດ ແລະ ທ້າວ ລັງ, ອາຍຸ 38 ປີ, ອາຊີບ ຊາວນາ ບ້ານ ດົ່ງຄ່າ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວ ໃນຄັ້ງວັນທີ 16 ກໍລະກົດ 2019 ໃນຂໍ້ຫາ ຄ້ າ ຂ າ ຍ ຢ ແລະ ມີ ຢ ໄວ້ໃນຄອບຄອງ 100 ເ ມັ ດ ,ທັງສອງໄດ້ແມ່ນຮ່ວມຂະບວນການນໍາກັນໃນການຕິດຕໍ່ຊື້ຂາຍ ຢ .

ໃນສຳນວນຄະດີ ຕາມຄໍາຖະແຫຼງຂອງອົງການໄອຍະການປະຊາຊົນແຂວງວຽງຈັນ ໃຫ້ຮູ້ວ່າ ໃນວັນທີ 14 ມີຖຸນາ 2019 ທ້າວ ລັງ ໄດ້ໂທລະສັບຫາ ທ້າວ ແຈ໋ກ ເພື່ອໃຫ້ໄປຮັບເອົາ ຢ ນໍາຜູ້ຮ່ວມຂະບວນການນໍາກັນຈຸດນັດໝາຍຢູ່ເສັ້ນທາງບ້ານ ນາມອຍ ເມືອງຊະນະຄາມ ແຂວງວຽງຈັນ ໂດຍຈະໃຫ້ຄ່າຈ້າງ ທ້າວ ແຈ໋ກ ເປັນເງີນ 5.000 ບາດ ຫຼັງຈາກນັ້ນ ທ້າວ ແຈ໋ກ ກໍ່ໄດ້ຂີ່ລົກຈັກໄປເອົາຢູ່ຈຸດນັດໝາຍ ເມື່ອໄດ້ ຢ ມາແລ້ວ ທ້າວ ແຈ໋ກ ກໍ່ໄດ້ກັບບ້ານ ດົງຂ່າ ເມືອງຊະນະຄາມ ພໍຜູ້ກ່ຽວເດີນທາງມາຮອດບ້ານ ໂພນສະຫວັນ ເມືອງຊະນະຄາມ ຈືຶ່ງໄດ້ມີເຈົ້າໜ້າທີ່ຕໍາຫຼວດລັດກວດກາເອກະສານລົດ ແລະ ກວດຄົ້ນກະເປົາເປ້ ຈຶ່ງພົບເຫັນຂອງກາງ ຢ ຈຳນວນ 12 ມັ ດ ເທົ່າກັບ 24.000 ເ ມັ ດ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກັກຕົວຜູ້ກ່ຽວໄວ້ດຳເນີນຕາມລະບຽບກົດໝາຍ ທ້າວ ແຈ໋ກ ຍັງໄດ້ໃຫ້ການຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ: ຢ ຈຳນວນ 24.000 ເ ມັ ດ ຕົນເອງແມ່ນໄດ້ຮັບຈ້າງຈາກ ທ້າວ ລັງ ໃຫ້ໄປເອົາຢາບ້າຈຳນວນດັ່ງກ່າວ ຈາກຄໍາໃຫ້ການຂອງ ທ້າວ ແຈ໋ກ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ເຂົ້າໄປກວດຄົ້ນເຮືອນຂອງ ທ້າວ ລັງ ຢູ່ບ້ານ ດົງຂ່າ ເມືອງຊະນະຄາມ ຜ່ານການກວດຄົ້ນເຮືອນຈຶ່ງພົບເຫັນ ຢ ຈໍານວນ 100 ເ ມັ ດ ແຕ່ ທ້າວ ລັງ ໄຫວຕົວທັນໄດ້ເອົາຕົວຫຼົບໜີ, ຕົກມາຮອດວັນທີ 16 ກໍລະກົດ 2019 ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງຊະນະຄາມ ຈຶ່ງສາມາດກັກຕົວ ທ້າວ ລັງ ໄດ້ ແລະ ຜູ້ກ່ຽວກໍ່ໃຫ້ການຮັບສາລະພາບວ່າ ໃນວັນທີ 13 ມີຖຸນາ 2019 ໄດ້ມີຜູ້ຮ່ວມຂະບວນການນຳກັນ ໄດ້ເອົາເງິນໃຫ້ ທ້າວ ລັງ 120.000 ບາດ ເພື່ອໄປຊື້ ຢ ຈຳນວນ 12 ມັ ດ ເທົ່າກັບ 24.000 ເ ມັ ດ ແລ້ວຈະໃຫ້ຄ່າຈ້າງເປັນເງີນຈຳນວນ 10.000 ບາດ ຖ້າສຳເລັດ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ປະກອບໃນສຳນວນຄະດີຢ່າງລະອຽດຄົບຖ້ວນ ມີຫຼັກຖານຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທຳຂອງຈຳເລີຍທັງ 2 ຄົນ ເປັນການກະ ທຳ ຜິ ດ ທາງອາຍາໃນຂໍ້ຫາການຄ້າຂ າ ຍ ຢ ຕາມປະມວນກົດໝາຍອາຍາ ມາດຕາ 315 ແຫ່ງ ສ ປ ປ ລາວ, ເຊິ່ງການກະທຳຂອງພວກຈໍາເລີຍແມ່ນສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ ທັງເປັນການກ ະ ທຳ ຜິ ດ ໂ ດ ຍເຈດຕະນາ ເຄື່ອນໄຫວຊື້-ຂາຍ ຢ ທັງໆ ທີ່ຈໍາເລີຍກໍ່ຮູ້ດີວ່າການກະທຳດັ່ງກ່າວແມ່ນຜິ ດຕໍ່ກົດໝາຍຂອງບ້ານເມືອງ ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ສານປະຊາຊົນ ແຂວງວຽງຈັນ ຈຶ່ງລົງໂທດຕັ ດ ສີ ນອິດສ ະ ຫຼ ະ ພາບ ທ້າວ ແຈັກ (ຈໍາເລີຍ 1) ມີຄວາມຜິດທາງອາຍາໃນສະຖານ ການມີ ຢ ໄວ້ໃນຄອບຄອງ ຕະຫຼອດຊີວິດ ແລະ ປັບໄໝ 500 ລ້ານກີບ, ລົງໂທດຕັດອິດສະຫຼະພາບ ທ້າວ ລັງ (ຈຳເລີຍ 2 ) ຕະ ຫຼ ອ ດ ຊີ ວິ ດ ແລະ ປັບໄໝ 800 ລ້ານ ກີບ.

ຂ່າວ ປກສ ແຂວງວຽງຈັນ : ຈັນດາລາ