Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮອງເຈົ້າແຂວງອັດຕະປື ເຄື່ອນໄຫວຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການກວດກັ່ນກອງ ພະຍາດ ໂ ຄ ວິ ດ ຢູ່ 3 ດ່ານຊາຍແດນ

Posted on 21/04/202121/04/2021 By News No Comments on ຮອງເຈົ້າແຂວງອັດຕະປື ເຄື່ອນໄຫວຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການກວດກັ່ນກອງ ພະຍາດ ໂ ຄ ວິ ດ ຢູ່ 3 ດ່ານຊາຍແດນ

ວັນທີ 20 ເມສາ 2021 ນີ້ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ປະທານຄະນະສະເພາະກິດ ເພື່ອປ້ອງ ກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງ,ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດ ຕາມ,ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການກວດກັ່ນກອງ ຄົນເຂົ້າ-ອອກພາຍໃນແຂວງ ຢູ່ 3 ດ່ານຊາຍແດນຈຸດເຊື່ອມຕໍ່ລະຫວ່າງແຂວງອັດຕະປື ແລະ ແຂວງຈໍາປາສັກ ຄື: ດ່ານບ້ານພອນມະນີ ຈຸດເຊື່ອມຕໍ່ລະຫວ່າງເມືອງສະ ໜາມໄຊ ກັບເມືອງປະທຸມພອນ ແຂວງຈໍາປາສັກ,ດ່ານບ້ານໄຊດອນໂຂງ ຈຸດເຊື່ອຕໍ່ລະຫວ່າງເມືອງສະໜາມໄຊ ກັບເມືອງປາກຊ່ອງ ແຂວງຈໍາປາສັກ ແລະດ່ານຫຼັກ 52 ບ້ານແບ່ງພູຄຳ ຈຸດເຊື່ອມຕໍ່ລະຫວ່າງເມືອງສາມັກຄີໄຊ ກັບເມືອງປາກຊ່ອງ ແຂວງຈໍາປາສັກ.

May be an image of outdoors

ໂອກາດນີ້ທ່ານຮອງເຈົ້າແຂວງອັດຕະປື ປະທານຄະນະສະເພາະກິດຂັ້ນແຂວງ ໄດ້ຮັບຟັງການລາຍງານສະພາບ​ການຈັດຕັ້ງປະຕິບັດຕົວຈິງຢູ່ທ້ອງຖິ່ນ ຈາກຄະນະສະ​ເພາະກິດຂັ້ນເມືອງ,ເຊິ່ງພາຍຫຼັງທີ່ໄດ້ມີການແຕ່ງຕັ້ງຄະນະກໍາມະການ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ19​ຂັ້ນເມືອງ​ ແຕ່ລະຄະນະກໍາມະການກໍ່ໄດ້ເອົາໃຈໃສ່ເຄື່ອນໄຫວ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວຢ່າງເຂັ້ມງວດ,ໂດຍໄດ້ອອກແຈ້ງການຕ້ານ ແລະ ຄວບຄຸມພະຍາດໂຄວິດ 19 ໃຫ້ຂະແໜງການອ້ອມຂ້າງເມືອງ,ບັນດາສຸກສາລາແຕ່ລະບ້ານໃນທົ່ວເມືອງ ຮ່ວມກັບຫ້ອງການສາທາລະນະສຸກເມືອງ ລົງຜັນຂະຫຍາຍ ເຜີຍແຜ່ຊຸກຍູ້ໃຫ້ອໍານາດການປົກຄອງບ້ານ ແລະ ປະຊາຊົນ ໂດຍສະເພາະບ້ານທີ່ຢູ່ລຽບຕາມຊາຍແດນໃຫ້ເອົາໃຈໃສ່ ໃກ້ຊິດຕິດຕາມຜູ້ທີ່ມາຈາກແຂວງທີ່ມີການຕິດເຊື້ອ ແລະ ຜູ້ທີ່ເດີນທາງມາຈາກປະເທດທີ່ມີການລະບາດ,ພ້ອມທັງໃຫ້ອົງການຈັດຕັ້ງບ້ານເກັບກໍາຂໍ້ມູນລະອຽດແລ້ວລາຍງານສຸກສາລາ ຫຼື ຫ້ອງການສາທາເມືອງ ແລະ ຍັງໄດ້ໃຫ້ຄວາມຮູ້ຂັ້ນພື້ນຖານ ວິທີການປ້ອງກັນການສະກັດກັ້ນພະຍາດໂຄວິດ19 ແກ່ພໍ່ແມ່ປະຊາຊົນຕື່ມອີກ

May be an image of 1 person, sitting, standing, outdoors and tree

ນອກນີ້ຍັງໄດ້ແຕ່ງຕັ້ງພະນັກງານແພດ-ໝໍ,ກໍາລັງເຈົ້າໜ້າທີ່ ປກສ- ປກຊ ອອກເວນຍາມປະຈໍາຢູ່ສູນກັກກັນ ແລະ ປະຈໍາຢູ່ດ່ານກວດກັ່ນກອງຢູ່ຕາມຈຸດເຂດເຊື່ອມຕໍ່ລະຫວ່າງເມືອງກັບເມືອງ,ພ້ອມທັງໄດ້ລົງໂຄສະນາສຸຂະສຶກສາແບບເຄື່ອນທີ່ຮ່ວມກັບແຂວງ ໃນເທສະບານເມືອງ ກ່ຽວກັບການຕ້ານ ແລະ ຄວບຄຸມພະຍາດໂຄວິດ 19,ໄດ້ລົງເກັບກໍາຂໍ້ມູນແຮງງານທີ່ມາຈາກຕ່າງປະເທດທີ່ມີກຸ່ມສ່ຽງໃນແຕ່ລະບ້ານ,ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນຄົນເຂົ້າ-ອອກໃນທົ່ວເມືອງ ໂດຍສະເພາະແມ່ນບ້ານຢູ່ຕາມລຽບຊາຍແດນເຂດເຊື່ອມຕໍ່,ລົງຕິດຕາມກວດກາການຊຸມແຊວ,ການຈັດງານຕ່າງໆ ທີ່ມີຈໍານວນຄົນຫຼາຍ ແລະໄດ້ອອກແຈ້ງການ ເຖິງຫົວໜ່ວຍທຸລະກິດ,ຮ້ານອາຫານ,ບ້ານພັກ,ຮ້ານບັນເທີງ ໃຫ້ຢຸດຕິບໍລິການຊົ່ວຄາວພ້ອມທັງລົງກວດກາຢ່າງຕໍ່ເນື່ອງ.

May be an image of one or more people and people standing

ໂອກາດນີ້ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ປະທານຄະນະສະເພາະກິດຂັ້ນແຂວງ ກໍ່ໄດ້ໂອ້ລົມ ແລະໃຫ້ທິດຊີ້ນຳ ຕໍ່ພະນັກງານແພດໝໍ,ເຈົ້າໜ້າທີ່ປະຈຳຢູ່ຈຸດກວດກັ່ນກອງ ໃຫ້ເອົາໃຈໃສ່ເປັນເຈົ້າການ ກວດກາຄົນເຂົ້າ-ອອກເມືອງ ຕ້ອງໄດ້ກວດວັດແທກອຸນຫະພູມ,ໃສ່ແໝັດອັດປາກ-ດັງ, ຖ້າເປັນຄົນຕ່າງແຂວງຫຼືຕ່າງປະເທດທີ່ເຄື່ອນໄຫວເຮັດທຸລະກິດພາຍໃນແຂວງ-ຕ່າງແຂວງ ຕ້ອງມີໜັງສືຢັ້ງຢືນຈາກຄະນະສະເພາະກິດຂັ້ນແຂວງ-ເມືອງ ເພື່ອມາແຈ້ງໃຫ້ພະນັກງານແພດໝໍ,ເຈົ້າໜ້າທີ່ ທີ່ປະຈຳຢູ່ຈຸດກວດກັ່ນກອງຮັບຊາບວ່າ ຜູ້ກ່ຽວໄດ້ກວດແຊັກສຸຂະພາບແລ້ວບໍ່ມີອາການໃດໆຜິດປົກກະຕິຕໍ່ສຸຂະພາບ ຖ້າເປັນຄົນຕ່າງປະເທດຕ້ອງມີ ພັດສະປອດແຈ້ງຕໍ່ເຈົ້າໜ້າທີ່.

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະສະເພາະກິດ ນະຄອນ ໄກສອນ ພົມວິຫານລົງກວດກາເຮືອຢູ່ຕາມລຳແມ່ນ້ຳຂອງທຸກລໍາ
Next Post: ດ່ວນ! ຂ່າວໃຫຍ່! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 28 ກໍລະນີ

Related Posts

ສູນກາງສະຫະພັນກຳມະບານລາວ ອອກແຈ້ງການ ເລື່ອງການສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 136 ປີ ຂ່າວສານບ້ານເມືອງ
ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ຂ່າວສານບ້ານເມືອງ
ຖໍ້າກອງລໍກັບສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ ຂ່າວສານບ້ານເມືອງ
ສະຫຼົດ! ຫົວລົດໜີບໂຊເຟີ ເສຍຊີວິດ ທີ່ເມືອງຂວາ (ມີຄລິບ) ຂ່າວສານບ້ານເມືອງ
ພາຍຸໂນອຶນ ສ້າງຄວາມເສຍຫາຍໃຫ້ແກ່ເມືອງກະລຶມ ເກືອບ 2 ຕື້ກີບ ຂ່າວສານບ້ານເມືອງ
ກອງທັບປະຊາຊົນລາວສົ່ງກໍາລັງໃຈ ແລະ ເຄື່ອງຊ່ວຍເຫລືອໃຫ້ພີ່ນ້ອງຊາວເມືອງອູ່ຮັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme