Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄຂຂຶ້ນ ທີ່ແຂວງຫາຍໜານ ສປ ຈີນ

Posted on 20/04/202120/04/2021 By News No Comments on ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄຂຂຶ້ນ ທີ່ແຂວງຫາຍໜານ ສປ ຈີນ

ໃນວັນທີ 20 ເມສາ 2021 ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ແຂວງຫາຍໜານ ສປ ຈີນ ພາຍໃຕ້ຫົວຂໍ້: “ທ່າມກາງການປ່ຽນແປງຂອງໂລກ: ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ”, ເຊິ່ງເປັນປີຄົບຮອບ 20 ປີ ການສ້າງຕັ້ງເວທີດັ່ງກ່າວ. ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງ ຈາກ ສປ ຈີນ, ບັນດາປະມຸກລັດ ແລະ ຫົວໜ້າລັດ ຖະບານ ຈາກ 29 ປະເທດ ທົ່ວທະວີບອາຊີ ຜ່ານລະບົບອອນລາຍ. ກອງປະຊຸມໃນຄັ້ງນີ້ໄດ້ເຊື້ອເຊີນ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ກ່າວຄຳປາໄສ ໃນພິທີເປີດກອງປະຊຸມຢ່າງເປັນທາງການ ຜ່ານລະບົບອອນລາຍ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ເພື່ອຮັດແໜ້ນຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນອັນດີງາມພາຍໃນພາກພື້ນອາຊີ ແລະ ແນໃສ່ປຶກສາຫາລື ກ່ຽວກັບແຜນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລາມໄປໃນທົ່ວໂລກ, ເຊິ່ງໃນນັ້ນພາກພື້ນອາຊີ-ປາຊີຟິກ ກໍ່ແມ່ນພາກພື້ນໜຶ່ງທີ່ມີຄວາມສ່ຽງສູງ. ດັ່ງນັ້ນ, ເພື່ອສະກັດກັ້ນການແຜ່ລະບາດ ແລະ ຟື້ນຟູເສດຖະກິດ ການສືບຕໍ່ຮ່ວມມື ແລະ ການວາງມາດຕະການຕ່າງໆ ຈຶ່ງເປັນສິ່ງຈຳເປັນທີ່ສຸດໃນການຄວບຄຸມ ແລະ ແກ້ໄຂບັນຫາຕ່າງໆໃນພາກພື້ນ. ນອກຈາກນີ້, ຍັງໄດ້ປຶກສາຫາລືກ່ຽວກັບບັນຫາ ຕ່າງໆ ເຊັ່ນ: ການຊ່ວງຊິງຜົນປະໂຫຍດຂອງປະເທດມະຫາອຳນາດ, ຜົນກະທົບດ້ານເສດຖະກິດ, ການຖ່າຍໂອນອຳນາດ ແລະ ການຈັດລະບຽບໂລກ.

ກອງປະຊຸມ ເວທີປຶກສາຫາລື ໂບອາວ ເພື່ອອາຊີໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນສຳລັບ ສປປ ລາວ ໃນການປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆ ແລະ ແລກປ່ຽນທັດສະນະຮ່ວມກັບບັນດາປະມຸກລັດ, ນັກຄົ້ນຄວ້າ, ນັກວາງນະໂຍບາຍ ເພື່ອຊອກຫາວິທີທາງອອກ ແລະ ເພີ່ມທະວີຂອບການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການເຊື່ອມໂຍງເສດຖະກິດ, ໂຄງລ່າງພື້ນຖານດ້ານ ICT ແລະ ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ.

ດັ່ງນັ້ນ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຈຶ່ງມີບົດບາດສຳຄັນ ໃນການພັດທະນາເສດຖະກິດ ແລະ ຂ້າມຜ່ານຂໍ້ຈຳກັດດ້ານພູມສັນຖານ ຂອງ ສປປ ລາວ. ໃນໂອກາດດັ່ງກ່າວນີ້, ທ່ານ ທອງລຸນ ສີສຸລິດ ປະທານປະ ເທດແຫ່ງ ສປປ ລາວ ຍັງໄດ້ຮຽກຮ້ອງໃຫ້ ບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ທີ່ກຳລັງປະເຊີນຊະຕາກຳອັນດຽວກັນ ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມັກຄີກັນ ເພື່ອຮ່ວມກັນເອົາຊະນະສິ່ງທ້າທາຍທັງປວງ, ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ສ້າງອະນາຄົດທີ່ສົດໃສໃຫ້ແກ່ໂລກຂອງພວກເຮົາ.

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງຄົງເຊໂດນ ປິດການເຂົ້າ-ອອກ 15 ບ້ານລໍຖ້າຜົນກວດເປົ້າໝາຍສຳຜັດກັບຜູ້ຕິດເຊື້ອ ຄົນທີ 54
Next Post: ນະຄອນຫລວງອອກຄຳສັ່ງ ໃຫ້ປິດຊົ່ວຄາວ ສະຖານທີ່ສ່ຽງຕໍ່ການແຜ່ເຊື້ອ ໂ ຄ ວິ ດ ຢູ່ນະຄອນຫຼວງວຽງຈັນ!

Related Posts

ປກສ ນວ ເຊື່ອມຊຶມຄໍາສັ່ງກົມໃຫຍ່ພະລາທິການ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວ ຂອງກໍາລັງ ປກສ ຂ່າວສານບ້ານເມືອງ
ການປັບປຸງເສັ້ນທາງແຕ່ສີເກີດ – ໂພນໂຮງ ກຳລັງຂຸ້ນຂ້ຽວ ຂ່າວສານບ້ານເມືອງ
ເມືອງວຽງທອງ ທໍ າ ລ າ ຍ ສ ວ ນ ກັ ນ ຊ າ 4,2 ເຮັກຕາ ຂ່າວສານບ້ານເມືອງ
ບໍ່ໃຫ້ເຮັດເດີ້! ຫ້າມສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າ ຂ່າວສານບ້ານເມືອງ
ປກສ ກຸ່ມໂພນທອງສຶກສາອົບຮົມເປົ້າໝາຍ ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ ຈຳນວນ 4ຄົນ ຂ່າວສານບ້ານເມືອງ
ນັກໂທດ ປະພຶດຕົນດີ ໄດ້ຮັບການປ່ອຍຕົວກ່ອນກໍານົດ 22 ຄົນ ທີ່ ຫຼວງນ້ຳທາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme