Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງຄົງເຊໂດນ ປິດການເຂົ້າ-ອອກ 15 ບ້ານລໍຖ້າຜົນກວດເປົ້າໝາຍສຳຜັດກັບຜູ້ຕິດເຊື້ອ ຄົນທີ 54

Posted on 20/04/202120/04/2021 By News No Comments on ເມືອງຄົງເຊໂດນ ປິດການເຂົ້າ-ອອກ 15 ບ້ານລໍຖ້າຜົນກວດເປົ້າໝາຍສຳຜັດກັບຜູ້ຕິດເຊື້ອ ຄົນທີ 54

ເມືອງຄົງເຊໂດນ ແຂວງສາລະວັນ ປິດການເຂົ້າ-ອອກ 15 ບ້ານຄື: ບ້ານ ນາເຕີຍ, ນາເມັກ, ສະເຕີ້ມ, ບ້ານປົ່ງ, ປັດຊຸມ, ນາໂຄກ, ໜອງແສງລາວ, ຄຳໄຮ, ຂຸມຄຳ, ເລົ່າມີໄຊ, ບ້ານໂນນ, ໝື່ນປູ່, ນາຕານດົງ, ຕະຫລາງ ແລະ ບ້ານນາຫວດ ທີ່ຂຶ້ນກັບເມືອງຄົງເຊໂດນ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນ ນັບແຕ່ວັນທີ 16 ເມສາ 2021 ເພື່ອລໍຖ້າຜົນກວດຊອກຫາເຊື້ອພະຍາດ ໂ ຄ ວິ ດ ຂອງເປົ້າໝາຍທີ່ສຳຜັດກັບຜູ້ຕິດ ເຊື້ອຄົນທີ 54 ແລະ ຄົ້ນຫາຈຳນວນຜູ້ສຳຜັດໃກ້ຊິດກັບກໍລະນີດັ່ງກ່າວ ມາກວດຫາເຊື້ອຕື່ມອີກ.

May be an image of one or more people and people sitting

ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງຄົງເຊໂດນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂ ຄ ວິ ດ ຂັ້ນເມືອງ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນວັນທີ 20 ເມສາ 2021 ນີ້ວ່າ: ຄະນະສະເພາະກິດຂັ້ນເມືອງ ໄດ້ອອກແຈ້ງການດ່ວນ ດັ່ງນີ້: ໃຫ້ອໍານາດການປົກຄອງ 15 ບ້ານດັ່ງກ່າວ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນ ນັບແຕ່ວັນທີ 16 ເມສາ 2021 ເພື່ອລໍຖ້າຜົນກວດຊອກຫາເຊື້ອພະຍາດໂ ຄ ວິ ດ ຂອງເປົ້າໝາຍທີ່ສຳຜັດກັບຜູ້ຕິດເຊື້ອຄົນທີ 54 ຂອງ ສປປ ລາວ; ຫ້າມບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ໄປ ມາຫາສູ່ກັບບຸກຄົນພາຍນອກ ແລະ ຫ້າມບໍ່ໃຫ້ບຸກຄົນ, ພໍ່ແມ່ປະຊາຊົນບ້ານອື່ນເດີນທາງເຂົ້າໄປໃນບ້ານດັ່ງກ່າວນັ້ນ (ຍົກເວັ້ນໄປທຳການຜະລິດ, ຊອກຢູ່ຫາກິນ, ແຕ່ໃຫ້ຢູ່ໃນຂອບເຂດບ້ານຂອງຕົນ ແລະ ຫລີກລ້ຽງການພົບປະກັບບຸກຄົນອື່ນ).

May be an image of 2 people, people sitting and people standing

ສຳລັບລາຍລະອຽດປິດການສັນຈອນໄປ-ມາມີດັ່ງນີ້: ສະເພາະ ບ້ານຄຳຕື້, ບ້ານຄັນທຸງໄຊ ໃຫ້ປິດການສັນຈອນໄປມານັບແຕ່ເວລາ 6:00 ໂມງແລງ ຫາ 6:00 ໂມງເຊົ້າ ຍົກ ເວັ້ນແຕ່ກໍລະນີຈຳເປັນສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານ ອອກໃບຢັ້ງ ຢືນອະນຸຍາດເສຍກ່ອນ.

May be an image of motorcycle and outdoors

ສໍາລັບບ້ານອື່ນໆ ທີ່ຂຶ້ນກັບເມືອງຄົງເຊໂດນ ໃຫ້ປິດການສັນຈອນນັບແຕ່ເວລາ 9:00 ໂມງແລງ ຍົກເວັ້ນແຕ່ກໍລະນີຈຳເປັນ, ສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານ ອອກໃບຢັ້ງຢືນອະນຸຍາດເສຍກ່ອນ; ມອບໃຫ້ກໍາລັງ ປກຊ-ປກສ ແລະ ອຳນາດການປົກຄອງບ້ານ ນໍາພາທ້ອນໂຮມເຮືອໃນ 2 ບ້ານຄື: ບ້ານຄໍາຕື້ ແລະ ບ້ານຄັນທຸງໄຊ ໃຫ້ຮັກສາໄວ້ບ່ອນປອດໄພ ພ້ອມທັງເວນຍາມຕະຫລອດ 24 ຊົ່ວໂມງ; ຖ້າຫາກສົງໃສວ່າຕົນເອງ ໄດ້ສໍາຜັດກັບບຸກຄົນທີ່ມີຄວາມສ່ຽງຕິດເຊື້ອ ໂ ຄ ວິ ດ ແມ່ນໃຫ້ ຈໍາກັດບໍລິເວນຕົນເອງຢູ່ພາຍໃນຄອບຄົວ ແລະ ຖ້າມີອາການໄຂ້, ໄອ, ນ້ຳມູກຍ້ອຍ, ຕາ ແດງ, ເປັນຜື່ນ, ກິນອາຫານບໍ່ຮູ້ລົດຊາດໃຫ້ແຈ້ງຄະນະສະເພາະກິດຂັ້ນເມືອງ ແລະ ໄປສະຖານທີ່ບໍລິການຂອງລັດເຊັ່ນ: ໂຮງໝໍນ້ອຍ, ໂຮງໝໍຊຸມຊົນໂດຍດ່ວນ; ປິດການຮຽນ-ການສອນຊົ່ວຄາວ ໂຮງຮຽນທີ່ຕັ້ງຢູ່ໃນເຂດທີ່ມີບຸກຄົນສຳຜັດກັບຜູ້ຕິດເຊື້ອກໍລະນີທີ 54 ເຊັ່ນ: ໂຮງຮຽນມັດທະຍົມສົມບູນເລົ່າມີໄຊ, ໂຮງຮຽນມັດທະຍົມຕອນຕົ້ນນາເມັກ, ໂຮງຮຽນມັດທະ ຍົມຕອນຕົ້ນນາຕານດົງ, ໂຮງຮຽນປະຖົມບົວລະພາ ແລະ ໂຮງຮຽນປະຖົມແຕ່ລະແຫ່ງກໍຖືກປິດບ້ານ; ໃຫ້ອໍານາດການປົກຄອງບ້ານຕິດຕາມກວດກາ ຄົນເຂົ້າ-ອອກ ພາຍໃນບ້ານ ທີ່ເດີນທາງມາຈາກເຂດທີ່ມີການລະບາດຂອງພະຍາດໂ ຄ ວິ ດ ທັງພາຍໃນ ແລະ ຕ່າງ ປະເທດ ຖ້າພົບເຫັນວ່າບຸກຄົນໃດຫາກລັກລອບເຂົ້າມາ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະໄດ້ປັບໃໝ່ຕາມລະບຽບຫລັກການ ແລະ ໃຫ້ຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນປະຈຳການ ແລະ ສາມາດປະສານໄດ້ຕະຫລອດ 24 ຊົ່ວໂມງ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ອອກແຈ້ງການດ່ວນ!
Next Post: ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄຂຂຶ້ນ ທີ່ແຂວງຫາຍໜານ ສປ ຈີນ

Related Posts

ໝູບຄາພື້ນ! ຈັບໂຈນດຶງກະເປົາທີ່ດອນຕະລາດ (ມີຄລິບ) ຂ່າວສານບ້ານເມືອງ
ປະຊາຊົນທີ່ຖືກ ໄ ຟ ໄ ໝ້ ເຮືອນ ຢູ່ບ້ານທົ່ງແສງຈັນເມືອງຫ້ວຍຊາຍ ໄດ້ຮັບເຄື່ອງຊ່ວຍເຫລືອ ຂ່າວສານບ້ານເມືອງ
ຍົກລະດັບວິຊາສະເພາະໃຫ້ ປກສ ກຸ່ມ, ປກສ ບ້ານ ທົ່ວເມືອງສີສັດຕະນາກ ຂ່າວສານບ້ານເມືອງ
ແຂວງຄໍາມ່ວນ ແຈ້ງການໃຫ້ເຂັ້ມງວດປ້ອງກັນ ໂຄວິດ-19 ຂ່າວສານບ້ານເມືອງ
ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຂ່າວສານບ້ານເມືອງ
ແຂວງວຽງຈັນ ອະໄພຍະ ໂ ທ ດ ປ່ອຍຕົວ ນັ ກ ໂ ທ ດ ແລະ ຫຼຸດຜ່ອນ ໂ ທ ດ ຈໍານວນ 100 ຄົນ ຍິງ 13 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme