ເມື່ອລະບົບການສຶກສາບີບບັງຄັບໃຫ້ເດັກຕ້ອງຈົນມູມ

ເມື່ອທຽບກັບເອເຊຍ ແລະ ເອີຣົບ ຫຼື ອາເມລິກາແລ້ວ ຄວາມເນັ້ນໜັກໃນການຮ່ຳຮຽນແມ່ນແຕກຕ່າງກັນຫຼາຍ, ນັກຮຽນສ່ວນໃຫຍ່ໃນເອເຊຍ ເຊັ່ນ: ໄທ, ເກົາຫຼີໃຕ້, ຍີ່ປຸ່ນ, ຈີນ ລວມທັງສິງກະໂປ ລ້ວນແບກຮັບຄວາມຄຽດຄວາມກົດດັນຈາກການຮຽນ ແລະ ການສອບເສັງເຂົ້າມະຫາວິທະຍາໄລ ຈົນຫຼາຍເທື່ອນຳໄປສູ່ການສູນເສຍທີ່ຍາກຈະຍອມຮັບໄດ້

ອັດຕາການຂ້າຕົວຕາຍຂອງໄວລຸ່ນ:

ປະເທດໄທ: ອາຍຸຊ່ວງ 20-24ປີ ມີອັດຕາການຂ້າຕົວຕາຍຢູ່ປະມານ 4.94 ຕໍ່ປະຊາກອນ ແສນຄົນ ໃນປີ 2017 ແລະ ເພິ່ມຂຶ້ນອີກເປັນ 5.33 ຕໍ່ປະຊາກອນແສນຄົນໃນປີ 2561 (ກົມສຸຂະພາບຈິດລາຍງານ)

ນັກສຶກສາຫຼາຍກວ່າ 10 ຄົນ ຂ້າຕົວຕາຍເພາະຄວາມຄຽດ ແລະ ໂລກຊືມເສົ້າ ໃນເດືອນ ມັງກອນ -ເດືອນເມສາ 2019 (BBCໄທລາຍງານ).

ນັກຮຽນມັດທະຍົມ 32% ຮູ້ສຶກຊືມເສົ້າ ແລະ ໝົດຫວັງຢູ່ຕະຫຼອດເວລາ

17% ຄິດຂ້າຕົວເອງຕາຍຕະຫຼອດເວລາ

14% ວາງແຜນຂ້າຕົວຕາຍ

7%ພະຍາຍາມຂ້າຕົວຕາຍ ( ລາຍງານຈາກ ສູນຄວບຄູມ ແລະ ປ້ອງກັນໂລກ, 2017)

ປະເທດຍີ່ປຸ່ນ: ການຂ້າຕົວຕາຍເປັນສາເຫດການຕາຍອັນດັບ 1 ຂອງເດັກຍີ່ປຸ່ນ. ໃນເດັກຍີ່ປຸ່ນ 100ຄົນ ມີ 29ຄົນ ທີ່ຂ້າຕົວຕາຍ ( ກະຊວງສາທາລະນະສຸກ ແຮງງານ ແລະ ສະວັດດີການສັງຄົມຂອງຍີ່ປຸ່ນລາຍງານ, 2017)

ນັກຮຽນ ປະຖົມ ແລະ ມັດທະຍົມ ຂ້າຕົວຕາຍຫຼາຍກວ່າ 250 ຄົນ ລະຫວ່າງປີ 2016-1017 ແລະ ມີແນວໂນ້ມເພີ່ມຂຶ້ນຊ່ວງກ່ອນເປີດພາກຮຽນ. ຫຼ້າສຸດປີ 2020 ໃນຊ່ວງລະບາດຂອງພະຍາດໂຄວິດ19 ຄັ້ງທີ່2 ອັດຕາການຂ້າຕົວຕາຍຂອງເດັກເພິ່ມຂຶ້ນ 49%

ປະເທດເກົາຫຼີໃຕ້: ອັດຕາການຂ້າຕົວຕາຍຂອງໄວລຸ້ນສູງທີ່ສຸດໃນກຸ່ມປະເທດ OECD ຢູ່ທີ່ 24.6 ຕໍ່ປະຊາກອນແສນຄົນ. ໃນໄວ 9-24ປີ ມີອັດຕາການຂ້າຕົວຕາຍຢູ່ທີ່ 9.1 ຕໍ່ປະຊາກອນແສນຄົນ ໃນປີ 2018. ການສຳຫຼວດໃນປີ 2019 ພົບເຫັນມີ 28% ຂອງເດັກມັດທະຍົມ ມີພາວະຊືມເສົ້າ.

ຄວາມຜິດໃຜ?

ຮຽນໜັກເພື່ອຫຍັງ?

ນັກຮຽນໄທ ຮຽນມື້ລະ 8-10 ຊົ່ວໂມງ ບໍ່ນັບຮຽນພິເສດ, ລວມຫຼາຍກວ່າ 1200 ຊົ່ວໂມງ ຕໍ່ປີ. ຕິດອັນດັບທີ່1 ປະເທດທີ່ເດັກນັກຮຽນໜັກທີ່ສຸດໃນໂລກໃນປີ 2012 ໂດຍ UNESCO. ບາງຄອບຄົວໃຫ້ລູກເລີ່ມກວດວິຊາຕັ້ງແຕ່ 5ປີ ພໍ່ແມ່ຍອມຈ່າຍເງິນຫຼາຍແສນບາດຕໍ່ປີ ໃຫ້ລູກຮຽນພິເສດ ເພື່ອກຽມສອບເຂົ້າຮຽນ ໂຮງຮຽນດັງໆ ແລະ ຄະນະທີ່ມີຊື່ສຽງ ເຊັ່ນ : ແພດ, ວິສະວະກອນ…

ບໍ່ແປກໃຈທີ່ເດັກໄທຫຼາຍຄົນບໍ່ຮູ້ຈຸດມຸ່ງໝາຍຂອງຕົນເອງ ເພາະຈະໃຫ້ເອົາເວລາໃດໄປຫາ ໃນເມື່ອສິ່ງທີ່ຖືກຢື່ນໃຫ້ເຮັດຄືທ່ອງຈຳຕຳລາ ແລະ ກົ້ມໜ້າກົ້ມຕາຮຽນພິເສດ.

ຮຽນຈົນຈົບແຕ່ສຸຂະພາບຈິດບໍ່ເຫຼືອ. ມີນັກຮຽນແພດຫຼາຍຄົນທີ່ກິນຢາ ຈົນກາຍເປັນເລື່ອງປົກກະຕິ, ໃນການຮຽນແພດກວ່າຈະຈົບ 4ປີ ແລະ ຕໍ່ສະເພາະທາງອີກ ກໍອາຍຸເກືອບ 30 ຂ້າມໄປເປັນຜູ້ໃຫຍ່ ໂດຍບໍ່ມີເວລາພັກໃຫ້ກັບຊີວິດ.

ຄວາມແຕກຕ່າງຂອງລະບົບການສຶກສາຂອງ ເອເຊຍ VS ອາເມລິກາ ແລະ ເອີຣົບ.

ໃນຂະນະທີ່ຊີວິດຂອງເດັກເອເຊຍ ແຂວນຢູ່ກັບການຮຽນ ສ່ວນເດັກເອີຣົບ ມີພື້ນທີ່ ແລະ ເວລາຫວ່າງໃຫ້ຄົ້ນຫາຕົວເອງ.

1. ຮູບແບບການຮຽນການສອນ ຂອງ ອາເມລິການ ແລະ ເອີຣົບ:

-ເນັ້ນ Critical Thinking ເວົ້າປະເດັນຕ່າງໆໃນຫ້ອງຮຽນ ເນັ້ນໃຫ້ເດັກກ້າສະແດງອອກ ແລະ ສະແດງຄວາມຄິດເຫັນຂອງຕົນເອງ,

-ຄູບໍ່ຖືຕົວກັບນັກຮຽນ

-ຫຼໍ່ລ້ຽງຄວາມສົງໄສ (Curiousity) ຂອງເດັກ

-ເນັ້ນ Output ສອນແບບໃດກໍໄດ້ ໃຫ້ເດັກນຳມາໃຊ້ຈິງ ຫຼື ປະຍຸກຕໍ່ໄດ້

-ອອກແບບຫຼັກສູດຈາກການເຮັດວຽກຂອງສະໝອງ ເນັ້ນການລົງມືເຮັດ

-ມີGap year ກ່ອນເຂົ້າມະຫາວິທະຍາໄລ.

ຮູບແບບການຮຽນການສອນຂອງເອເຊຍ

-ເນັ້ນວິຊາ STEM ( Science Technology Engineering and Mathematics) ທີ່ມີຄຳຕອບ ຖືກ ຫຼື ຜິດ ຫຼາຍກວ່າຄຳຕອບໃໝ່ໆ

-ນັກຮຽນຕ້ອງເປັນທາງການກັບຄູ

– ໃສ່ Input ໃຫ້ເດັກຫຼາຍເກີນໄປ ແລ້ວມາວັດ Output ຂອງເດັກຕອນເຮັດວຽກບາດດຽວ

-ອອກແບບຫຼັກສູດຈາກຕຳລາ.

2. ການວັດຜົນ

ທາງອາເມລິກາ ແລະ ເອີຣົບ

-ວັດສັກກະຍະພາບດ້ວຍຕົວວັດທີ່ເໝາະກັບເດັກແຕ່ລະຄົນ ສົ່ງເສີມດ້ານທີ່ເດັກມີຄວາມຊໍານານ ຄືໄມ້ບັນທັດສ່ວນຕົວ.

ທາງເອເຊຍ

-ຂຶ້ນຢູ່ກັບອັນດັບ Ranking, TIMSS ການສອບວັດຄວາມສະຫຼາດທາງຄະນິດສາດ, ວິທະຍາສາດ ແລະ ການອ່ານ

-ວັດເດັກທຸກຄົນດ້ວຍບັນທັດຖານດຽວກັນ ທັ້ງທີ່ເດັກແຕ່ລະຄົນມີຄວາມສາມາດສະເພາະຕົວແຕກຕ່າງກັນ.

         ປັດໄຈທີ່ເຮັດໃຫ້ຄວາມແຕກຕ່າງ

1.ຄວາມຈະເລີນຂອງປະເທດ

ທາງອາເມລິການ ແລະ ເອີຣົບ

-ເນື່ອງຈາກເປັນປະເທດທີ່ຈະເລີນແລ້ວ ມີຄົນປະເທດອື່ນເຂົ້າໄປເຮັດວຽກງານທີ່ໃຊ້ແຮງງານ ເລີຍຕົກເປັນຂອງຄົນເຊື້ອຊາດອື່ນ ສ່ວນຄົນໃນປະເທດກໍໄດ້ເນັ້ນໄປງານສະເພາະທາງຫຼາຍກວ່າ.

-ມີມະຫາວິທະຍາໄລເກົ່າແກ່ ທີ່ຜ່ານຍຸກສະໄໝຂອງການປະຕິວັດອຸດສາຫະກຳ ວິທະຍາສາດ

-ມີນັກຄິດ, ນັກວິທະຍາສາດເປັນຕົ້ນແບບ

ທາງເອເຊຍ

-ຍັງຕ້ອງການພັດທະນາຄົນມາຂັບເຄື່ອນເສດຖະກິດ ງານທີ່ຈະເຮັດຍັງຂຶ້ນກັບຄວາມຕ້ອງການຂອງຕະຫຼາດ

-ຄວາມໜາແໜ້ນຂອງປະຊາກອນຫຼາຍກວ່າ ໃນພື້ນທີ່ຊັບພະຍາກອນຈຳກັດ ເຊັ່ນ: ຈີນ, ສິງກະໂປ, ຮົງກົງ ຈິ່ງຕ້ອງການລະບົບວັດຜົນທີ່ເປັນຮູບປະທຳ

-ເກີດ middle-income trap ປະເທດລາຍໄດ້ປານກາງ ຕ້ອງການຍົກຕົວເອງໃຫ້ເປັນປະເທດທີ່ມີລາຍໄດ້ສູງ

-ລະບອບການປົກຄອງຂັດຂວາງນະວັດຕະກຳໃໝ່ໆ

-ອຸສາຫະກຳດ້ານອື່ນຍັງເປັນຮອງ ເຊັ່ນ: ອຸາຫະກຳກິລາ, ການສະແດງ,  ແຟຊັນ

2.ຄ່ານິຍົມຈາກສັງຄົມ

ທາງອາເມລິກາ ແລະ ເອີຣົບ

-ການຮຽນເປັນທາງເລືອກ ຫຼື ໄລ້ສະໄຕ

-ຄອບຄົວບໍ່ໄດ້ປູກຟັງເລື່ອງບຸນຄຸນເທົ່າເອເຊຍ. ພໍ່ແມ່ເຝິກໃຫ້ເອົາຕົວລອດເອງ ຕ່າງຄົນຕ່າງຮັບຜິດຊອບຊີວິດຕົວເອງ

ທາງເອເຊຍ

-ຮູບແບບສັງຄົມເປັນແບບປີລະມິດ ຄົນທີ່ຢູ່ເທິງຍອດຈຶ່ງໄດ້ລາງວັນ ເຮັດໃຫ້ມີການແຂ່ງຂັນສູງ

-ເບິ່ງການສຶກສາເປັນຕົວເລືອກບັງຄັບ ທີ່ຈະເຮັດໃຫ້ປະສົບຄວາມສຳເລັດເປັນໜ້າເປັນຕາໃຫ້ຄອບຄົວ

-ພໍ່ແມ່ຜ່ານຄວາມລຳບາກ ໃນຍຸກປະເທດຍັງບໍ່ພັດທະນາ (industrialized country) ເລີຍບໍ່ຢາກໃຫ້ລູກລຳບາກຄືຕົນເອງ

-ເດັກຕ່າງສັນຊາດຈະມີສັກກະຍະພາບໄປໄດ້ໄກທໍ່ກັນ ແຕ່ເດັກທາງເອເຊຍຫຼາຍຄົນທີ່ຖອດໃຈໄປກ່ອນເພາະຖືກລະບົບກົດດັນ.

BBC ໄດ້ທົດລອງແລກປ່ຽນໃຫ້ເດັກອັ່ງກິດມາຮຽນແບບຈີນ.

ດ້ວຍຄວາມສົງໄສ ວ່າການຮຽນແບບອັ່ງກິດກຳລັງລ້າຫຼັງ ຫຼືບໍ່ ເພາະຊ່ວງຫຼັງໆ ຄະແນສອບຂອງນັກຮຽນອັ່ງກິດຕົກຕ່ຳ ຂະນະທີ່ຂອງນັກຮຽນຈີນສູງເປັນອັັນດັບ 1 ຂອງໂລກ.

ລາຍການ Are our kids tough enough? Chinees School ຂອງ BBC ຈຶ່ງໄດ້ເຊີນຄູຈີນ 5ຄົນ ມາສອນເດັກນັກຮຽນອັ່ງກິດ ມ3 ທີ່ໂຮງຮຽນ ໂບຮັນ ໃນມົນທົນແຮມເຊຍ ເປັນເວລາ 4ອາທິດ ໂດຍໃຊ້ຮູບແບບການສອນແບບຈີນ.

ເລີ່ມຮຽນແຕ່ 7ໂມງເຊົ້າ ຫາ 7ໂມງແລງ 12ຊົ່ວໂມງຕໍ່ມື້. ມີກິດຈະກຳອອກກຳລັງກາຍ ແລະ ເຄົາລົບທຸງຊາດໃນຕອນເຊົ້າ.

ຜົນທີ່ໄດ້ຄືນັກຮຽນຕາມຮູບແບບການສອນບໍ່ທັນ ນັກຮຽນເລີ່ມບໍ່ຕັ້ງໃຈຮຽນ ຫຼັບຄາຫ້ອງຮຽນ ບາງຄົນກໍໄຫ້ ເມື່ອຖືກບັງຄັບໃຫ້ແລ່ນ ໃຫ້ຜ່ານເກນ. ແລະ ບາງຄົນເລີ່ມຕິດວ່າ ຕົວເອງຈະມີຄຸນຄ່າ ກໍຕໍ່ເມື່ອ ໄດ້ເປັນທີ່1 ໃນການແກ້ໂຈດໃນຫ້ອງຮຽນ. ເບິ່ງຄືໄປບໍ່ລອດ ແຕ່ເມື່ອສອບວັດຜົນ ນັກຮຽນຫ້ອງນີ້ແມ່ນເຮັດໄດ້ດີກວ່າຫ້ອງອື່ນ

ແນ່ໃຈບໍ່ວ່າ ເດັກໄດ້ທີ່1 ມາໂດຍບໍ່ເສຍຫຍັງໄປ

ລະບົບການສຶກສາ ຜັກດັນໃຫ້ເດັກບາງຄົນມີຊີວິດທີ່ດີ ໃນຂະນະດຽວກັນ ກໍຜັກດັນເດັກອີກຄົນໄປຢູ່ປາຍເຫວ

ແລ້ວປະເທດເຮົາເດ່ ຈະເລືອກແບບໃດໃຫ້ກັບເດັກ?

---------------

ຢ່າລືມກົດຕິດຕາມເພຈ All in LAOS


------------------------------

LEAVE A REPLY

Please enter your comment!
Please enter your name here