Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວຈະສົ່ງງົວໄປຂາຍ ຈີນ 3 ພັນໂຕ 28 ເມສານີ້

Posted on 20/04/2021 By News No Comments on ລາວຈະສົ່ງງົວໄປຂາຍ ຈີນ 3 ພັນໂຕ 28 ເມສານີ້

ເພື່ອສູ້ຊົນສົ່ງງົວອອກໄປ ສປ ຈີນ ຕາມລັດຖະບານໄດ້ກໍານົດໄວ້ແຕ່ນີ້ຮອດປີ 2025 ສູ້ຊົນສົ່ງງົວອອກໄປ ສປ ຈີນ ໃຫ້ໄດ້ 2 ແສນໂຕຕໍ່ປີແລະນັບແຕ່ປີ 2025 ຂຶ້ນໄປສູ້ຊົນສົ່ງງົວອອກໃຫ້ໄດ້ 5 ແສນໂຕຕໍ່ປີ,ໃນວັນທີ 10 ເມສາ 2021 ທ່ານ ລິນຄໍາ ດວງສະຫັວນ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຍາມ ແລະ ຊຸກຍູ້ວຽກງານການສົ່ງງົວອອກຕ່າງປະເທດຢູ່ສູນກັກກັນພະຍາດສັດ 3 ບໍລິສັດ ຕັ້ງຢູ່ເມືອງສິງ, ແຂວງຫຼວງນໍ້າທາໃນການກະກຽມສົ່ງງົວອອກໄປ ສປ ຈີນ ຄື: ບໍລິສັດ ແອວເອັດ, ບໍລິສັດລາວໂກທົງແລະບໍລິສັດສິບສອງປັນນາເຍຫົງການຄ້າຈໍາກັດ.

May be an image of animal and grass
ພາບປະກອບ

ໂອກາດດັ່ງກ່າວໄດ້ຮັບການລາຍງານຈາກທ່ານ ຫວາງເຊີນລີ ປະທານກຸ່ມ ລ້ຽງງົວພັນຊີ້ນອໍານວຍການບໍລິສັດ ລາວໂກທົງ ຕໍ່ການຈັດຕັ້ງປະຕິບັດວຽກງານຕ່າງໆຂອງໂຄງການໃຫ້ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ພ້ອມດ້ວຍຄະນະໄດ້ຮັບຊາບ: ໂຄງການສົ່ງອອກງົວພັນຊີ້ນໄປຍັງ ສປ ຈີນ ຊຶ່ງໄດ້ສ້າງຕັ້ງສູນກັກກັນພະຍາດສັດຢູ່ເມືອງສິງມາເຖິງປະຈຸບັນເປັນເວລາ 4 ປີ ເຫັນວ່າມີຄວາມພ້ອມຫຼາຍດ້ານ, ປະຈຸບັນພວມກະກຽມນໍາງົວສົ່ງອອກຊຸດທໍາອິດຈໍານວນ 3.000 ໂຕ ອອກໄປ ສປ ຈີນ ຊຶ່ງບໍລິສັດຈະໄດ້ເລັ່ງປະກອບເອກະສານໃຫ້ສໍາເລັດໂດຍໄວຕາມລະບຽບກົດໝາຍຂອງ ສປປ ລາວ, ສະມາຄົມງົວພັນຊີ້ນນໍາພາບໍລິສັດປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລາວເພື່ອກະກຽມຈັດພິທີເປີດການສົ່ງງົວພັນຊີ້ນໄປປະເທດຈີນຢ່າງເປັນທາງການໃນ ວັນທີ28 ເມສານີ້.

May be an image of animal and grass
ພາບປະກອບ

ໂອກາດນີ້ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ໄດ້ສະແດງຄວາມຊົມເຊີຍຕໍ່ໂຄງການດັ່ງກ່າວທີ່ເປັນນິມິດໝາຍທີ່ດີໃນການສົ່ງງົວອອກໄປ ສປ ຈີນ ຕາມ ແນວທາງຂອງລັດຖະບານວາງໄວ້, ລັດຖະບານໄດ້ກໍານົດໄວ້ແຕ່ນີ້ຮອດປີ 2025 ສູ້ຊົນສົ່ງງົວອອກໄປ ສປ ຈີນ ໃຫ້ໄດ້ 2 ແສນໂຕ ຕໍ່ປີ, ໂດຍເບື້ອງຕົ້ນແມ່ນຈະສູ້ຊົນສົ່ງ ງົວອອກໃຫ້ໄດ້ 50 ພັນໂຕຂຶ້ນໄປຕໍ່ປີ ແລະ ໄດ້ເນັ້ນໜັກໃຫ້ຜູ້ປະກອບການຮ່ວມມືສາມັກຄີກັນໃນການສົ່ງງົວອອກໃຫ້ໄດ້ຕາມເປົ້າໝາຍ, ໂດຍເນັ້ນໃສ່ໃຫ້ໄດ້ຕາມມາດ ຕະຖານທີ່ກໍານົດໄວ້, ຫຼຸດຜ່ອນການນໍາເຂົ້າ, ສົ່ງເສີມໃຫ້ປະຊາຊົນພາຍໃນປະເທດລາວລ້ຽງສັດໃຫ້ຫຼາຍຂຶ້ນ, ປະສານງານຝ່າຍລາວ ແລະ ຈີນໃນການສົ່ງອອກໃຫ້ສະ ດວກ, ຫຼຸດຜ່ອນຂໍ້ຫຍຸ້ງຍາກຜ່ານຫຼາຍຂັ້ນຕອນໃນການສົ່ງອອກຈາກນັ້ນກໍ່ໄດ້ໄປເບິ່ງຟາມງົວເຂດກັກກັນພະຍາດສັດຂອງ 3 ບໍລິສັດໃນການກະກຽມສົ່ງອອກ.

May be an image of animal and grass
ພາບປະກອບ

ພ້ອມນີ້ຍັງໄດ້ໄປເບິ່ງວຽກງານຕ່າງໆຂົງເຂດກະສິກໍາຢູ່ເມືອງສິງເຊັ່ນ: ອ່າງເກັບນໍ້າຫຍ້າທີ່ເປ່ເພປະຈຸບັນພວມໄດ້ຮັບການສ້ອມແປງໃຫ້ສາມາດນໍາໃຊ້ໄດ້, ຢ້ຽມຍາມບໍລິ ສັດປູກກ້ວຍ, ບໍລິສັດຍິງເມົາສົ່ງເສີມປູກອ້ອຍເປັນສິນຄ້າສົ່ງອອກ, ຢ້ຽມຍາມສູນກັກກັນພຶດດ່ານປາງໄຮ, ເບິ່ງການປູກໝາກຖົ່ວເຫຼືອງຂອງບໍລິສັດເທີ້ງເຟີຍເມືອງຫຼວງ ນໍ້າທາ ແລະສະຖານທີ່ໂຮງເຢັນເກັບມ້ຽນຜົນຜະລິດກຽມສົ່ງອອກ, ເບິ່ງໂຄງການກໍ່ສ້າງສ້ອມແປງຫົວງານນໍ້າລື-ຄອງເໝືອງຊົນລະປະທານເພື່ອເອົານໍ້າລືໄປໃສ່ເຂດນາທົ່ງປຸ່ງຕື່ມອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງສະຫວັນນະເຂດ ແຈ້ງເຊີນ ເຂົ້າຮ່ວມຮັບວັກຊິນກັນພະຍາດ ໂ ຄ ວິ ດ
Next Post: ນະຄອນຫລວງພຣະບາງ ໄດ້ມີພິທີອະຣາດທະນາພຣະເຈົ້າໝ່ານ ທີຫໍລົງຫົດສົງ

Related Posts

ເມືອງຫົງສາ ທຳລາຍອາຫານແຊ່ແຂງນຳເຂົ້າຜິດກົດໜາຍ ຈຳນວນ 45 ກິໂລ ຂ່າວສານບ້ານເມືອງ
ເສົ້າໃຈຍັງເປັນອາສາແຕ່ຕ້ອງມາຈາກໄປຍ້ອນໂຄວິດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 273ຄົນ ຂ່າວສານບ້ານເມືອງ
ກາບງາມໆ ນັກຂ່າວໄທຊອ່ງ NBT ມາຂໍໂທດຕໍ່ປະຊາຊົນລາວ ຂ່າວສານບ້ານເມືອງ
ລົດເມຕໍາລົດກູ້ໄພຄໍາມ່ວນ ອາສາລອດຕາຍ ຄົນເຈັບ ເຈັບຊໍ້າ ຂ່າວສານບ້ານເມືອງ
3 ອົງການຈັດຕັ້ງມະຫາຊົນ ຫສນຍ ອອກແຮງງານອະນາໄມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme