Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສາເຫດທີ່ອຸໂມງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ ໄຟຄືບໍ່ເປີດ?

Posted on 19/04/202119/04/2021 By News No Comments on ສາເຫດທີ່ອຸໂມງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ ໄຟຄືບໍ່ເປີດ?

ຊ່ວງໄລຍະຜ່ານມານີ້, ມີຜູ້ຂັບຂີ່ທີ່ນຳໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ໄດ້ສອບຖາມພະນັກງານບໍລິຫານທາງດ່ວນວ່າ “ ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ, ໄຟຄືບໍ່ເປີດ?”ຄວາມຈີງຄື: ອຸໂມງມິດຕະພາບຂອງ ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ຕັ້ງຢູ່ຈຸດກິໂລແມັດ K63+380. ບັນດາສາຍໄຟ, ສາຍສົ່ງສັນຍານການສື່ສານ, ອຸປະກອນໃນຕູ້ກະຈາຍໄຟທີ່ຢູ່ໃນອຸໂມງຕ່າງໆຖືກລັກຂະໂມຍ ແລະ ທຳລາຍ. ເພາະອຸປະກອນໃນອຸໂມງສ່ວນໃຫຍ່ແມ່ນສາຍໄຟ, ເປັນໂລຫະທີ່ມີມູນຄ່າສູງເຊັ່ນ: ທອງແດງ, ທາດເຫຼັກ ແລະ ອື່ນໆ, ສະນັ້ນຈຶ່ງມີການຖືກລັກຂະໂມຍຊຳ້ຊ້ອນຫຼາຍຄັ້ງ. ພາຍຫຼັງສາຍໄຟຖືກລັກແລ້ວ, ພະນັກງານທາງດ່ວນໄດ້ລົງໄປສ້ອມແປງ ແລະ ປ່ຽນສາຍໄຟ, ເຊິ່ງອຸປະກອນ ແລະ ສາຍໄຟສຳຮອງທີ່ນຳໄປສ້ອມແປງຍັງມີປາກົດການທີ່ຖືກລັກຂະໂມຍອີກ.ສາຍໄຟໃນອຸໂມງທີ່ຖືກລັກຂະໂມຍ, ຈະພາໃຫ້ມີບັນຫາດັ່ງລຸ່ມນີ້:

No photo description available.

.

No photo description available.

1. ເນື່ອງຈາກສາຍໄຟຖືກລັກຂະໂມຍ, ຈຶ່ງບໍ່ສາມາດສະໜອງໄຟພາຍໃນອຸໂມງໄດ້, ເຮັດໃຫ້ບໍ່ມີແສງສະຫວ່າງ, ສະນັ້ນ, ອຸໂມງຈະມືດຢູ່ຕະຫຼອດເວລາ, ເຊິ່ງຈະມີຄວາມສ່ຽງສູງຕໍ່ຍານພາຫະນະທີ່ສັນຈອນໄປມາ.

No photo description available.

2. ສາຍສົ່ງສັນຍານການສື່ສານຖືກລັກຂະໂມຍ, ກ້ອງວົງຈອນປິດທີ່ຢູ່ອ້ອມຂ້າງອຸໂມງຈະບໍ່ສາມາດໃຊ້ງານໄດ້, ເຊິ່ງເຮັດໃຫ້ພະນັກງານບໍລິຫານທາງດ່ວນບໍ່ສາມາດພົບເຫັນອຸປະຕິເຫດທີ່ເກີດຂຶ້ນຢູ່ຕາມຂອບເຂດໃກ້ຄຽງອຸໂມງໄດ້ທັນເວລາ, ຫາກວ່າມີອຸປະຕິເຫດເກີດຂຶ້ນແຖວຂອບເຂດໃກ້ຄຽງອຸໂມງ, ຈະບໍ່ສະດວກຕໍ່ການກູ້ໄພອຸປະຕິເຫດຢ່າງທັນການ.

No photo description available.

.

May be an image of indoor

3. ສາຍໄຟຖືກລັກຂະໂມຍ, ອຸປະກອນດັບເພີງໃນອຸໂມງຈະບໍ່ສາມາດໃຊ້ງານຕາມປົກກະຕິໄດ້, ຫາກວ່າໃນອຸໂມງເກີດເຫດໄຟໄໝ້, ຈະບໍ່ສາມາດດັບໄຟໄດ້ຢ່າງທັນເວລາ.

No photo description available.

.

No photo description available.

ເພື່ອການສັນຈອນທີ່ປອດໄພຂອງປະຊາຊົນທັງຫຼາຍ, ພວກຂ້າພະເຈົ້າຂໍປະຊາສຳພັນມາຍັງພໍ່ແມ່ປະຊາຊົນທັງຫຼາຍ “ກະລຸນາຢ່າທຳລາຍ ແລະ ລັກຂະໂມຍອຸປະກອນຕາມເສັ້ນທາງດ່ວນ”.

May be an image of indoor

.

May be an image of indoor

.

May be an image of indoor

.

May be an image of indoor

.

May be an image of road

ຂ່າວຈາກ: ທາງດ່ວນ ວຽງຈັນ-ວັງວຽງ

ຂ່າວສານບ້ານເມືອງ

Post navigation

Previous Post: ສປປ ລາວ ມີຄວາມສ່ຽງສູງຈະເກີດການລະບາດພະຍາດ ໂ ຄ ວິ ດ
Next Post: ອຸຕຸເຕືອນ! ກຽມຮັບມືຝົນຕົກ ລົມພັດແຮງ​ ໄລຍະວັນທີ 19 ຫາ 25 ເມສານີ້

Related Posts

19 ຄອບຄົວ ບ້ານປາກງາ ໄດ້ຮັບຜົນກະທັບໜັກຈາກນໍ້າຖ້ວມນໍ້ານອງ ຂ່າວສານບ້ານເມືອງ
ສະຫຼົດ! ເກີດເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ເມືອງບໍລິຄັນ ແຈ້ງການເຕືອນໄພ ນໍ້າຊັນສູງໃນລະດັບສ່ຽງໄພແລ້ວ ຂ່າວສານບ້ານເມືອງ
ພະນັກງານ ແລະ ປະຊາຊົນ ຮ່ວມກັນອະນາໄມ-ທາສີແຄມຂັ້ນໄດຂຶ້ນແຫຼ່ງທ່ອງທ່ຽວຖໍ້າຕິ່ງ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວ 4.1 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ກະຊວງ ຮສສ ມອບ-ໂອນ ຄືນວຽກງານນະ­ໂຍ­ບາຍ​ອຸດ​ໜູນ​ບຳ­ນານ-​ເສຍ​ອົງ­ຄະ​ໃຫ້ ​2 ກະຊວງ ເປັນຜູ່ຄຸ້ມຄອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme