Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສປປ ລາວ ມີຄວາມສ່ຽງສູງຈະເກີດການລະບາດພະຍາດ ໂ ຄ ວິ ດ

Posted on 19/04/202119/04/2021 By News No Comments on ສປປ ລາວ ມີຄວາມສ່ຽງສູງຈະເກີດການລະບາດພະຍາດ ໂ ຄ ວິ ດ

ດຣ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂ ຄ ວິ ດ, ຖະແຫລງຕອນເຊົ້າວັນທີ 19 ເມສາ 2021 ທີ່ກະຊວງສາທາລະນະສຸກ ເຖິງວຽກງານຄວບຄຸມການລະບາດຂອງພະຍາດ ໂ ຄ ວິ ດ ໂດຍສະເພາະວຽກງານເກັບຕົວຢ່າງ ແລະກວດວິເຄາະຫາເຊື້ອພະຍາດ ໂ ຄ ວິ ດ ຢູ່ ສປປ ລາວວ່າ ວັນທີ18 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ726ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່.

May be an image of 1 person, eyeglasses and text

ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ທີ່ນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວ ຈຳນວນ 9ຄົນ, ໃນນັ້ນຢູ່ນະຄອນຫຼວງວຽງຈັນ 3 ຄົນ (ໂຮງໝໍມິດຕະພາບ) ແຂວງຈຳປາສັກ 1 ຄົນ, ແຂວງສາລະວັນ 1 ຄົນ, ແຂວງສະຫວັນນະເຂດ 2 ຄົນ , ແຂວງຄໍາມ່ວນ 1 ຄົນ ແລະແຂວງບໍລິຄໍາໄຊ 1 ຄົນ (ສູນປິ່ນປົວຫຼັກ 6) ທຸກຄົນ ແມ່ນມີສຸຂະພາບແຂງແຮງດີ. ດຣ.ພອນປະເສີດ ໄຊຍະມຸງຄຸນ ຖະແຫລງຕື່ມວ່າ: ພາຍຫຼັງ ທີ່່ໄດ້ ພັກຍາວ ເປັນເວລາ 6 ວັນ ເພື່ອ ສະເຫຼີມສະຫຼອງປີໃໝ່ລາວ ຕາມຮີດຄອງປະເພນີ ແລ້ວ ແຕ່ລະພາກສ່ວນ ກໍ່ຈະໄດ້ເຂົ້າສູ່ການປະຕິບັດໜ້າທີ່ວຽກງານຂອງຕົນ.

ມາຮອດມື້ນີ້ ເຖິງວ່າຢູ່ ສປປ ລາວຖ້າທຽບໃສ່ບັນດາປະເທດ ໃນຂົງເຂດອາຊຽນຖືວ່າແມ່ນປະເທດ ທີ່ມີຜູ້ຕິດເຊື້ອສະສົມຕໍ່າສຸດ ແລະ ກໍ່ບໍ ມີ ຜູ້ ເ ສ ຍ ຊີ ວີ ດ , ແຕ່ພວກເຮົາກໍບໍຄວນລະເຫຼີງ ແລະ ບໍ່ຖືເບົາໃນການປະຕິບັດມາດຕະການຕ່າງໆທີ່ວາງອອກ, ເພາະວ່າໃນ ສະພາບ ປະຈຸບັນນີ້ການລະບາດຂອງພະຍາດ ໂ ຄ ວິ ດ ຢູ່ໃນໂລກຍັງບໍ່ມີທ່າອ່ຽງທີ່ຈະຫຼຸດລົງ ໂດຍສະເພາະບັນດາປະເທດໃກ້ຄຽງ ສປປ ລາວ ເຫັນວ່າໃນແຕ່ລະມື້ມີຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາລວມທັງຜູ້ທີ່ເດີນທາງເຂົ້າແບບບໍ່ຖືກຕ້ອງ ເຊິ່ງມີຄວາມສ່ຽງຈະແຜ່ລະບາດເຂົ້າມາໃນປະເທດຂອງພວກເຮົາ.

ສະນັ້ນ, ພວກເຮົາ ຕ້ອງພ້ອມໃຈກັນກັນມີສະຕິລະວັງຕົວ ແລະເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດແລະ ຄຽງຄູ່ກັບການປະຕີບັດມາດຕະການປ້ອງກັນແລະ ຄວບຄຸມພະຍາດ ແລ້ວຂໍໃຫ້ບັນດາທ່ານຜູ້ທີ່ນອນຢູ່ໃນກຸມເປົ້າໝາຍບູລິມະສິດຈະ ຮັບວັກຊີນປ້ອງກັນພະຍາດ ໂ ຄ ວິ ດ ຈົ່ງພ້ອມກັນໄປຮັບການສັກວັກຊີນຢ່າງຮີບດ່ວນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ເພື່ອຫຼຸດຜ່ອນການລະບາດຂອງພະຍາດ ໂ ຄ ວິ ດ ຢູ່ປະເທດເຮົາ.

ອີກເທື່ອນຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງໄດ້ ສືບຕໍ່ຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກດ້ວຍຄວາມຮັບຜິດຊອບສູງເພື່ອພ້ອມກັນຜ່ານຜ່າວິກິດການສະພາບການລະບາດຂອງພະຍາດ ໂ ຄ ວິ ດ ນີ້ໄປໃຫ້ໄດ້.

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງລະຄອນເພັງ ອອກຄຳສັ່ງດ່ວນ ໃຫ້ປິດຊົ່ວຄາວການເຂົ້າ-ອອກບ້ານເປົ້າໝາຍທີ່ມີຄວາມສ່ຽງ
Next Post: ສາເຫດທີ່ອຸໂມງທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ ໄຟຄືບໍ່ເປີດ?

Related Posts

ຊ່ວຍຕາມຈັບແດ່ຕໍາແລ້ວໜີ ປ້າຍລົດ 7899 (ມີຄລິບ) ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 1020ຄົນ ຂ່າວສານບ້ານເມືອງ
ລົດເສຍຫຼັກປີ້ນທີ່ທາງດ່ວນ ເຈັບ 1 ຄົນ ຂ່າວສານບ້ານເມືອງ
ໄທເຮັດແທ້ລະເດີ້! 3 ຄົນລັກລອບເຂົ້າລາວ ແລະ ແຜ່ເຊື້ອໂຄວິດຈະຖືກດຳເນີນຄະດີຢ່າງເດັດຂາດພາຍຫຼັງປິ່ນປົວດີ​ແລ້ວ ຂ່າວສານບ້ານເມືອງ
ຄະນະພັກຮາກຖານໂຮງງານປະສານເຫຼົ່າຫຼວງພະບາງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂ່າວສານບ້ານເມືອງ
ຊ່ວຍແດ່! ລົດຈົກຕັນທາງ ຫ້າມສັນຈອນ! ເສັ້ນທາງແຍກ 13 ໃຕ້ ບ້ານສອງຫ້ອງ-ບໍ່ໂພນຕິ້ວ-ບ້ານບໍ່ແໜງ ເມືອງຫີນບູນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme