Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາລາດທະນາອັນເຊີນ ພຣະບາງພຸດທະລາວັນ ລົງຫົດສົງ 2021 (ມີຄລິບ)

Posted on 17/04/202117/04/2021 By All in LAOS No Comments on ອາລາດທະນາອັນເຊີນ ພຣະບາງພຸດທະລາວັນ ລົງຫົດສົງ 2021 (ມີຄລິບ)

“ພຣະບາງ ພຣະນາມເຕັມແມ່ນ ພຣະບາງພຸດທະລາວັນ” ແມ່ນພຣະພຸທະຮູບອົງສັກສິດ, ເປັນປູຊະນີຍະສະຖານວັດຖຸເກົ່າແກ່ ແລະ ເປັນຂອງຄ້ຳຄູນບ້ານຄູ່ເມືອງ ລາວ, ເປັນພຣະພຸດທະຮູບ ທີ່ປະຊາຊົນພົນລະເມືອງລາວ ເຄົາລົບນົບໄຫ້ວສັກກະລະບູຊາ ດ້ວຍຈິດໃຈອັນເຫລື້ມໃສສັດ ທາຢ່າງແຮງກ້າ, ມາເປັນເວລາຊ້ານານ. ເຊິ່ງນັບແຕ່ພຣະພຸດທະຮູບອົງນີ້ ໄດ້ຖືກນຳມາປະດິດສະຖານຕັ້ງຫມັ້ນໄວ້ພ້ອມ ກັບພຣະພຸດທະສາສະຫນາ ຢູ່ໃນພື້ນແຜ່ນດິນລາວລ້ານຊ້າງ (ປະເທດລາວ) ໃນສະໄຫມຣາຊາ ການແຜ່ນດິນຂອງພຣະ ຍາຟ້າງຸ່ມ ແຫລ່ງຫລ້າທໍລະນີເປັນຕົ້ນມາ.

– ອີງຕາມຕຳນານພຣະບາງ ໄດ້ກ່າວວ່າ: “ພຣະບາງ” ໄດ້ຖືກຫລໍ່ຫວອມຂື້ນຢູ່ເກາະລັງກາທະວີບ (ປະເທດ ສີລັງ ກາ), ນັບແຕ່ພຣະສຳມາສຳພຸດທະເຈົ້າບໍຣົມຄຣູຂອງເຮົາໄດ້ສະເດັດດັບຂັນເຂົ້າສູ່ປະຣິນິພານ ເຫີງນານມາໄດ້ 43 ປີ ໂດຍແມ່ນພຣະອໍລະຫັນຕາອົງດີວີເສດຕົນຫນຶ່ງ ຊຶ່ງມີພຣະນາມວ່າ: ພຣະຈຸຣະນາຄະເຖຣະ, ອົງເປັນປະທານ ຝ່າຍຄະນະສົງໃນການຫລໍ່ພຣະພຸດທະຣູບເຈົ້າອົງນີ້, ເພຶ່ອຫວັງຈະໃຫ້ພຣະພຸດທະສາສະຫນາດຳລົງຄົງຢູ່ຕະ ຫລອດໄປ.

ກ່ອນທີ່ຈະຫລໍ່ພຣະພຸດທະຮູບອົງນີ້, ເພິ່ນໄດ້ພາກັນເອົາໂລຫະທາດຄຳ, ເງີນ ແລະ ທອງ ມາປະສົມ ຫລອມເຂົ້າກັນ ເມຶ່ອຫລໍ່ຫລອມພຣະພຸດທະຮູບອົງນີ້ສຳເລັດສົມບູນແລັວ, ເຖິງເວລາກະທຳການ ພຸດທະພິເສກນັ້ນ ພຣະຈຸຣະນາຄະເຖຣະ ໄດ້ຕັ້ງຈິດອະຖານອຫງເຊີນເອົາພຣະສາລີກະທາດ (ກະດູກຂອງພຣະພຸດທະເຈົ້າ) ຈົ່ງສະ ເດັດເຂົ້າສິງຢູ່ໃນຮ່າງກາຍຂອງ ພຣະພຸດທະຮູບເຈົ້າອົງນີ້, ໃນທີ່ແຫ່ງຄື: ທາດພຣະອົງ 1 ສະເດັດເຂົ້າຢູ່ໃນ ພຣະ ນາຣາດ (ຫນ້າຜາກ), ທາດພຣະພຸດທະຮູບອົງນີ້ເປັນພຣະພຸດທະຮູບຢືນພຣະຫັດຖາ(ມື) ທັງສອງເບຶ້ອງຍົກໄວ້ພຽງ ພຣະອຸຣາ (ຫນ້າເອິກ), ແບຝາພຣະຫັດຖາ(ມື) ທັງສອງໄປທາງເບຶ້ອງຫນ້າອັນເປັນກິລິຍາທ່າທາງຫ້າມຍາດ. ຫມາຍຄວາມວ່າ: ພຣະຈຸຣນາຄະເຖຣະອົງນີ້ເປັນປະທານໃນການສ້າງນີ້ມີຈຸດປະສົງ ຕັ້ງຈິດອະທິຖານ ຫລໍ່ພຣະ ພຸດທະຮູບອົງນີ້ໃຫ້ມີສັນຖານຄື: “ພຣະປາງຫ້າມຍາດ” ເຫມືອນດັ່ງ: ປາງພຣະພຸດເຈົ້າສະເດັດໄປ ຫ້າມຍາດ ທັງ ສອງຝ່າຍຄື: ຝ່າຍສາກະຍະວົງ ແລະ ຝ່າຍໂກລິຍະວົງ ທີ່ໄດ້ນຳກຳລັງໄພ່ພົ້ນ ຊາວເມຶອງກະບິນລະພັດ ແລະ ເມຶອງໂກລິຍະ ນະຄອນມາລົບເລວກັນທີ່ແຄມຝັ່ງແມ່ນ້ຳໂຣຫິນີ້ດ້ວຍເຫດຜົນຂັດແຍ່ງເລື່ອງ: ເອົານ້ຳເຂົ້ານານັ້ນ ເອງ…ແລັວຄົນທັງຫລາຍ ຈິ່ງມັກເອີ້ນວ່າ: “ພຣະຫ້າມຍາດ”, ຕໍ່ມາພຣະຈຸຣະນາຄະເຖຣະ ຈິ່ງຂະຫນານພຣະນາມ ສັ້ນໆວ່າ: “ພຣະປາງ” ພາຍລຸນມາຄຳວ່າ: “ພຣະປາງ” ຈິ່ງເວົ້າຜ້ຽນປ່ຽນເປັນ “ພຣະບາງ” ດ້ວຍເຫດຜົນອັກສອນ “ບ” ກັບ ”ປ” ໃນຫນັງສືຕົວທຳ (ພາສາບາລີ) ມີຮູບຄືກັນແລະ ເມຶ່ອຄຳວ່າ: “ພຣະບາງ” ກໍ່ໄດ້ເອີ້ນຕິດປາກຄົນມາ ແລ້ວຫລາຍຊົ່ວຄົນ

ນັບແຕ່ນັ້ນມາ “ພຣະບາງ” ໄດ້ຖືກສ້າງຂື້ນມາເປັນພຣະພຸດທະຮູບທອງຄຳ ທີ່ມີສັນຖານອາການ ເຫມືອນ “ພຣະປາງຫ້າມຍາດ” ນັ້ນແລ້ວກໍ່ເປັນທີ່ເຄົາລົບນົບໄຫ້ວ ແລະ ສັກກະລະບູຊາ ເປັນສີລິຄ້ຳຄູນແກ່ຊາວ ພຸດທັງຫລາຍຢູ່ໃນລັງກາທະວີບເປັນເວລາດົນນານເຖິງ963 ປີ. ມາຣອດປີ ພຸດທະສັກກະຣາດ 1400, ດ້ວຍສັດທາອັນເຫລື້ອມໃສຍິ່ງຫນັກ ແລະ ດ້ວຍຄວາມວິງວອນ ຢ່າງແຮງກ້າຂອງເຈົ້າຊີວິດຂະເຫມນ (ປະເທດສີລັງກາ) ຈິ່ງໄດ້ຍິນດີຕົກລົງມອບ “ພຣະບາງ” ໃຫ້ແກ່ຄະນະທູດ ນຳໄປຖວາຍແດ່ເຈົ້າຊີວິດຂະເຫມນເຊິ່ງເປັນຜູ້ພຣະສະຫາຍຮັກແພງກັນ. “ພຣະບາງ” ໄດ້ສະທິດຢູ່ໃນພຣະວິຫານກາງນະຄອນຫລວງອິນທະປັດຖາ ເປັນເວລາເຫິງນານເຖິງ 502 ປີ, ຄືມາຮອດປີ ຄສ1359, ພສ 1902, ຈຸຮະສັກກະຣາດ 721, ໃນສະໄຫມຣາຊະການຂອງພະຍາຟ້າງຸ່ມ, ພະ ເຈົ້າປະຣະມັດຖະຂະເມະຣາ, ເຈົ້າຊີວິດແຜ່ນດິນຂະເຫມນອົງເປັນພະສັດສະສຸຣະ (ພໍ່ຂອງພະຍາຟ້າງຸ່ມ) ຈຶ່ງໄດ້ ມອບພຣະພຸດທະຮູບທອງຄຳອົງຫນຶ່ງຄື: “ພຣະບາງ” ໃຫ້ແກ່ພະຍາຟ້າງຸ່ມ (ພະບຸດເຂີຍ) ພ້ອມທັງນຳເອົາພຣະ ພຸດທະສາສະຫນາເຂົ້າມາຝັງຮາກຢູ່ໃນນະຄອນຊຽງທອງ, ຕາມຄວາມກາບທູນຂອງພະຍາຟ້າງຸ່ມ ແລະ ນາງ ແກ້ວເກງຍາລູກສາວຂອງເຈົ້າຊີວິດຂະເຫມນເຊິ່ງເປັນອັກຄະມະເຫສີ (ເມຍຂອງພະຍາຟ້າງຸ່ມ) ເພຶ່ອຈັກໃຫ້ເປັນ ທີ່ອຸປະຖາກສັກກະລະບູຊາກາບໄຫ້ວ ແລະ ເປັນສີລິມຸງຄຸນຄ້ຳຄູນແກ່ປວງຊົນທັງຫລາຍ ໃຫ້ໄປຄຽງຄູ່ກັບ ພຣະ ພຸດທະສາສະຫນາອັນເປັນຈັກວັດທະນະຖາວອນເມືອຫນ້າໃນແຜ່ນດິນລາວລ້ານຊ້າງສືບຕໍ່ໄປ.

ຄະນະສະມະນະທູດເຊິ່ງນຳໂດຍພຣະມະຫາປາສະມັນຜູ້ທີ່ໄດ້ເຄີຍຊຸບລ້ຽງພະຍາຟ້າງຸ່ມມາແຕ່ອາດີດນັ້ນ, ເປັນປະທານນຳຂະບວນບໍລິວານທັງຫລາຍຍົກພົນອອກມາຈາກຂະເຫມນຂື້ນມາຕາມແລວທາງພາກໃຕ້ຂອງລາວ, ເມຶ່ອຂະບວນແຫ່ “ພຣະບາງ” ໄດ້ເດີນທາງມາເຖິງເມືອງວຽງຄຳ (ເມືອງທຸລະຄົມ ແຂວງວຽງຈັນປະຈຸບັນ) ພະ ຍາເພົາເຈົ້າເມືອງວຽງຄຳ ພ້ອມດ້ວຍຊາວເມືອງ ພາກັນອອກມາຕ້ອນຮັບ ແລະ ຂໍໃຫ້ພັກເຊົາຢູ່ໃນຕົວເມືອງນັ້ນ ເປັນການຊົ່ວຄາວ…ດ້ວຍສັດທາອັນເຫລື້ອມໃສຢ່າງແຮງກ້າຂອງຊາວເມືອງ, ພະຍາເມືອງວຽງຄຳ (ຫລື ພະຍາ ເອກ) ກໍ່ມີຄວາມໂສມະນັດຍິ່ງຫນັກຈຶ່ງເຂົ້າຖວາຍອ້ອນວອນຂໍນິມົນເອົາ “ພຣະບາງ” ສະທິດໄວ້ທີ່ເມືອງວຽຄຳ ນີ້ກ່ອນເພຶ່ອໃຫ້ໄດ້ອຸປະຖາກຮັກສາ ແລະ ສັກກະລະບູຊານົບໄຫ້ວເປັນສີລິຄ້ຳຄູນແກ່ຊາວເມືອງ. ພຣະມະຫາ ປາສະມັນຂືນຄຳອ້ອນວອນບໍ່ໄດ້ກໍ່ຍິນດີຕົກລົງມອບ “ພຣະບາງ” ໃຫ້ພະຍາເມືອງວຽງຄຳໄວ້ສັກກະລະຕາມ ສັດທາ, ແລ້ວສ້າງຫໍຜາສາດ “ພຣະບາງ” ໄວ້ທີ່ນັ້ນ.

ເມຶ່ອຄະນະສະມະທູດໄດ້ເດີນທາງມາເຖິງນະຄອນຊຽງທອງແລ້ວກໍ່ໄດ້ໄປພັກຢູ່ພູມິງເມືອງ, ພະຍາຟ້າງຸ່ມ ແລະ ອັກຄະລະມະເຫສີ ພ້ອມດ້ວຍເສນາມົນຕີ ເຖົ້າແກ່ບາວສາວ ຊາວຊຽງທອງພ້ອມພາກັນ ຈັດພິທີຕ້ອນຮັບ ດ້ວຍການທຳຄູລາບາສີສູ່ຂັວນ, ພ້ອມກັນນັ້ນພະຍາຟ້າງຸ່ມກໍ່ໄດ້ປະກາດຕົນ ເປັນພຸດທະມາມະກະ ແລະ ເປັນຣາ ຊະອຸປະຖຳຄ້ຳຊູພຸດທະສາສະຫນາຕໍ່ຫນ້າພຣະສົງ ແລະ ປະຊາຊົນທັງຫລາຍ, ຫລັງຈາກນັ້ນພະຍາຟ້າງຸ່ມກໍ່ໄດ້ ສ້າງວັດຖວາຍແດ່ພຣະອາຈານມະຫາປາສະມັນຢູ່ເຫມືອປາກຫ້ວຍໂຮບຊື່ວ່າ: ວັດປ່າສະມັນ ສ່ວນຕົ້ນໂພລັງກາ ໄດ້ປູກໄວ້ແຄມຫນອງຜາສາດ, ຫນ້າວັດແກ້ວເຫນືອວັດປ່າສະມັນ.

ຕົ້ນໂພນີ້ມີອາຍຸຢືນເຖິງ 540 ປີ, ຄືມາຮອດ ປີ ພສ 2442, ຄສ 1899ຈຶ່ງໄດ້ຖືກລົມພັດລົ້ມ, ນິ້ຖືວ່າເປັນບ່ອນທຳອິດຂອງພຣະພຸດທະສາສະຫນາ ລັດທິລັງ ກາວົງ ຫລື ຫິນະຍານທີ່ໄດ້ຝັງຮາກເຫົ້ງາລົງໃນຂົງເຂດນະຄອນຊຽງທອງ ເຊິ່ງແມ່ນພະມະຫາປາສະມັນ ເປັນ ຫົວຫນ້າ. “ພຣະບາງ” ຖືກອັງເຊີນຂື້ນເມືອປະດິດສະຖານຢູ່ນະຄອນຊຽງທອງເປັນຄັ້ງທຳອິດ. ອິງຕາມພົງສາວະດານລາວກ່າວໄວ້ວ່າ: ສົມເດັດພະເຈົ້າ ວິຊຸນນະລາດເປັນພະຣາຊະໂອລົດອົງທີ່ 5 ຂອງເຈົ້າ ໄຊຍະຈັກກະພັດແຜ່ນແຜັ້ວ, ເມຶ່ອພະອົງຫຍັງບໍ່ທັນໄດ້ຂື້ນຄອງລາດເປັນເຈົ້າຊີວິດນັ້ນ, ພະຣາຊາບິດາ (ພໍ່) ໄດ້ ສົ່ງມາເປັນເຈົ້າເມືອງວຽງຄຳ, ພະອົງເອົາໃຈໃສ່ອຸປະຖາກບົວລະບັດຮັກສາ ແລະ ສັກກະລະບູຊາ “ພຣະບາງ” ຢູ່ເມືອງວຽງຄຳບໍ່ໄດ້ຂາດ…ຖືໄດ້ວ່າພະອົງເປັນກະສັດທີ່ໄດ້ເອົາໃຈໃສ່ຖະນຸບຳລຸງ ແລະ ໃຫ້ການອຸປະຖຳຄ້ຳຊູ ຕໍ່ພະພຸດທະສາສະຫນາເປັນຍິ່ງຫນັກ, ເພຶ່ອຈັກໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນເປັນລຳດັບ ແລະ ເປັນສິ່ງຄ້ຳຄູນ ແກ່ຊາວພຸດທັງຫລາຍ. ເມຶ່ອສົມເດັດພະເຈົ້າວິຊຸນນະລາດ ໄດ້ຂື້ນຄອງສະສົມບັດ ເປັນເຈົ້າກະສັດປົກຄອງແຜ່ນດິນ ແຫ່ງອານາ ຈັກລ້ານຊ້າງອົງທີ່ 15 (ນັບແຕ່ເຈົ້າຟ້າງຸ່ມ) ໃນນະຄອນຊຽງທອງໄດ້ 1 ປີ ນັ້ນແລ້ວ, ຄືມາຮອດປີ ຄສ 1502, ພສ 2045 ພະອົງໄດ້ຈັດແຈງແຕ່ງໃຫ້ເສນາອາມາດພ້ອມດ້ວຍໄພ່ພົນ ຈຳນວນຫນຶ່ງນຳເອົາຣາຊະສານລົງມາ ເຖິງເຈົ້າເມືອງ, ເມືອງວຽງຄຳໃຫ້ເຫັນຄວາມຈຳເປັນໃນການນຳເອົາ “ພຣະບາງ” ຂື້ນໄປໄວ້ຢູ່ນະຄອນຊຽງທອງ.

ຕອນ ໑ : ພິທີອະຣາດທະນາພຣະບາງ ລົງຫົດສົງ ໃນບຸນປີໃຫມ່ລາວ ຈສ ໑໓໘໓ ກົງກັບວັນທີ 17/04/2021 ທີ ນະຄອນ ຫລວງພຣະບາງ.

ຕອນ ໒ : ພິທີອະຣາດທະນາພຣະບາງ ລົງຫົດສົງ ໃນບຸນປີໃຫມ່ລາວ ຈສ ໑໓໘໓ ກົງກັບວັນທີ 17/04/2021 ທີ ນະຄອນ ຫລວງພຣະບາງ.

ຕອນ ໓ : ພິທີອະຣາດທະນາພຣະບາງ ລົງຫົດສົງ ໃນບຸນປີໃຫມ່ລາວ ຈສ ໑໓໘໓ ກົງກັບວັນທີ 17/04/2021 ທີ ນະຄອນ ຫລວງພຣະບາງ.

ຕອນ ໔ : ພິທີອະຣາດທະນາພຣະບາງ ລົງຫົດສົງ ໃນບຸນປີໃຫມ່ລາວ ຈສ ໑໓໘໓ ກົງກັບວັນທີ 17/04/2021 ທີ ນະຄອນ ຫລວງພຣະບາງ.

ຕອນ ໕ : ພິທີອະຣາດທະນາພຣະບາງ ລົງຫົດສົງ ໃນບຸນປີໃຫມ່ລາວ ຈສ ໑໓໘໓ ກົງກັບວັນທີ 17/04/2021 ທີ ນະຄອນ ຫລວງພຣະບາງ.

.

ເລື່ອງເດັ່ນ

Post navigation

Previous Post: ປະທານປະເທດ ສົ່ງສານອວຍພອນປີໃໝ່ລາວ ຈສ 1383
Next Post: ສະຫວັນນະເຂດ ແຈ້ງການລົງໂທດ ຜູ່ລັກລອບ, ຜູ່ຊ່ວຍ ແລະ ຜູ່ປິດບັງ ຄົນລັກລອບເຂົ້າປະເທດ

Related Posts

ເຈົ້າໜ້າທີ່ຈະລາຈອນ ນໍາໃຊ້ມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດ ເລື່ອງເດັ່ນ
ດ່ວນທີ່ສຸດ! ນະຄອນຫຼວງພະບາງສັ່ງປິດບ້ານຄົກຢາ ກຸ່ມແຊນຄະລົກ ເລື່ອງເດັ່ນ
ຊົມເຊີຍ! ນັກຮົບຊຸດຂາວ ຊ່ວຍເກີດລູກໃຫ້ແຮງງານລາວ ເລື່ອງເດັ່ນ
ໄຟໄໝ້ ໂຮງງານປະກອບລົດຈັກ ເສຍຫາຍໜັກ! ເລື່ອງເດັ່ນ
ມອບຄືນ ນໍ້າພຸ ຊຽງຍືນ ໃຫ້ລັດຖະບານຄຸ້ມຄອງ ແລະ ໃຫ້ເປັນສວນສາທາລະນະດັ່ງເກົ່າ ຂ່າວສານບ້ານເມືອງ
ແຈ້ງການ! ມາດຕະການປ້ອງກັນໂຄວິດ ຢູ່ນະຄອນຫຼວງວຽງຈັນ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme