Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ລັອກດາວແລ້ວ

Posted on 13/04/202113/04/2021 By News No Comments on ຂ່າວດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ລັອກດາວແລ້ວ

ຂ່າວດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ລັອກດາວ

1). ພາຍຫຼັງກວດພົບເຊື້ອພະຍາດ Covid-19 ໃນວັນທີ 11 ເມສາ 2021 ຈາກ ທ. ນາວາ ທຸງໄຊ ນັກທຸລະກິດໄທ, ຊຶ່ງຜູ້ກ່ຽວໄດ້ເຄື່ອນໄຫວໃນ ຊຸມນະຄອນຫຼວງວຽງຈັນ ຢູ່ຫຼາຍແຫ່ງ, ຄະນະສະເພາະກິດນະຄອນຫຼວງ ໄດ້ສັ່ງປິດຮ້ານອິນເຕີເນັດກາເຟໃນມື້ດຽວກັນ ຢູ່ທົ່ວເມືອງຈັນທະບູລີ ແລະ ມື້ຕໍ່ມາ ໄດ້ສັ່ງປິດທົ່ວນະຄອນຫຼວງວຽງຈັນ, ສ່ວນຜູ້ກ່ຽວ ໄດ້ເອົາເຂົ້າຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍມິດຕະພາບ, ສຳລັບແຟນສາວ ແລະ ພະນັກງານ 6 ຄົນ, ຍິງ 3 ຄົນ ໃນຮ້ານອິນເຕີເນັດກາເຟຂອງຜູ້ກ່ຽວ ໄດ້ເອົາໄປກວດເລືອດດ່ວນ ຜົນກວດອອກມາແມ່ນເປັນລົບ, ປະຈະບັນໄດ້ ນຳໄປກັກກັນໄວ້ຢູ່ສູນຫຼັກ 27. ສ່ວນຜູ້ທີ່ພົວພັນໃກ້ສິດກັບແຟນສາວ ແລະ ພະນັກງານຮ້ານອິນເຕີເນັດກາເຟ ແມ່ນໄດ້ສັ່ງໃຫ້ກັກກັນຕົນເອງຢູ່ກັບເຮືອນ ແລະ ມອບໃຫ້ກອງຫຼອນ, ປກສ ບ້ານ ສະກັດກັ້ນບໍ່ໃຫ້ຄົນໃນອອກ ແລະ ຄົນທາງ ນອກເຂົ້າໄປໃນບ້ານເຮືອນຂອງພວກກ່ຽວ.

2). ສັບລັບບົດຖະແຫຼງຂອງທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດສູນກາງ ແລະ ຄໍາສັ່ງ ແນະນຳເພີ່ມເຕີມຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid-19ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2021 ນັ້ນ, ຄະນະສະເພາະກິດນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມແລະ ຜັນຂະຫຍາຍດ່ວນ ໂດຍຈະອອກເປັນຄຳສັ່ງແນະນຳຂອງຕົນດ່ວນ ແລະ ໄດ້ມອບໃຫ້ທຸກເມືອງ, ພະແນກການ-ອົງການທີ່ກ່ຽວຂ້ອງ ດຳເນີນການສັ່ງຫ້າມ, ສັ່ງປິດ, ສັ່ງງົດກິດຈະກຳຕ່າງໆ ໄດ້ທັນທີໂລດ ຕາມຄວາມຮັບຜິດຊອບຂອງຕົນ.

3). ເນື່ອງຈາກວ່າຜູ້ຕິດເຊື້ອພະຍາດ Covid-19 ເປັນການກວດພົບເຫັນໃນຊຸມຊົນນະຄອນຫຼວງວຽງຈັນ ຊຶ່ງການເຄື່ອນໄຫວຂອງຜູ້ຕິດເຊື້ອມີຂອບເຂດກວ້າງຂວາງໃນຫຼາຍແຫ່ງ, ຫຼາຍສະຖານທີ່ ແລະ ຊ່ວງນີ້ມວນຊົນຊາວ ນະຄອນຫຼວງວຽງຈັນ ພວມສະຫຼອງຫຼິ້ນທ່ຽວບຸນປີໃໝ່ລາວ ຄາດວ່າຈະມີຜູ້ເດີນທາງໄປທຸກໆແຂວງ ໃນທົ່ວປະເທດ ແລະ ຈະມີນັກທ່ອງທ່ຽວພາຍໃນ ຈາກທົ່ວປະເທດ ມາຫຼິ້ນທ່ຽວຢູ່ນະຄອນຫຼວງວຽງຈັນ, ສະນັ້ນ ນະຄອນຫຼວງວຽງຈັນ ຈຶ່ງຂໍອະນຸມັດປິດ ການເດີນທາງທ່ອງທ່ຽວເຂົ້າ-ອອກ (Lock down) ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 13-30 ເມສາ 2021 ໄວ້ກ່ອນ, ຍົກເວັ້ນການຂົນສົ່ງສິນຄ້າ, ຄົນເຈັບ ແລະ ຄົນເກີດອຸປະຕິເຫດ, ເພື່ອເປັນມາດຕະການສູງສຸດ ບໍ່ໃຫ້ມີ ການແຜ່ເຊື້ອພະຍາດ Govid-19 ຈາກຊຸມຊົນນະຄອນຫຼວງວຽງຈັນ ອອກໄປຍັງແຂວງອື່ນໆ. ສາລັບມາດຕະການສັ່ງຫ້າມ, ສັ່ງປິດ, ສັ່ງງົດອື່ນໆ ຕາມຄຳສັ່ງຂອງຄະນະສະເພາະກິດສູນກາງ ແລະ ນະຄອນຫຼວງວຽງຈັນ ພວມຈັດຕັ້ງປະຕິບັດຢູ່ໃນປະຈຸບັນນີ້ ແມ່ນຍັງຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ນງວດຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ມອບເຮືອນຢູ່ຖາວອນ 153 ຫລັງ ໃຫ້ປະຊາຊົນ ເມືອງສະຫນາມໄຊ
Next Post: ນະຄອນ ຫຼວງພະບາງ ຈັດພິທີແຫ່ຊ້າງຮຽງເກີຍຕາມປະເພນີໂອກາດປີໃໝ່ລາວ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ +9ຄົນ ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ລົງຢ້ຽມຢາມປະຊາຊົນ ເມືອງສະໜາມໄຊ ຂ່າວສານບ້ານເມືອງ
ໂຈ ໄ ບ ເ ດ ນ ເລີ່ມປ່ຽນລົດລັດຖະບານ ໃຫ້ມານໍາໃຊ້ລົດໄຟຟ້າ ຂ່າວສານບ້ານເມືອງ
ໄປສໍາຜັດແລ້ວ ຫຼື ຍັງ ບໍ່ນໍ້າຮ້ອນ ປຸ່ງເລາະເມືອງເມິງ ຂ່າວສານບ້ານເມືອງ
ປະກາດເລື່ອນຊັ້ນໃຫ້ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ຊັ້ນ ພົນເອກ ແລະ ພົນໂທ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 241ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme