Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ! ມອບເຮືອນຢູ່ຖາວອນ 153 ຫລັງ ໃຫ້ປະຊາຊົນ ເມືອງສະຫນາມໄຊ

Posted on 13/04/202113/04/2021 By News No Comments on ຊົມເຊີຍ! ມອບເຮືອນຢູ່ຖາວອນ 153 ຫລັງ ໃຫ້ປະຊາຊົນ ເມືອງສະຫນາມໄຊ

ພິທີມອບ-ຮັບເຮືອນຢູ່ຖາວອນ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ເມືອສາມປີທີ່ແລ້ວ ຢູ່ເມືອງສະຫນາມໄຊ ແຂວງອັດຕະປື ນຳໃຊ້ຢ່າງເປັນທາງການຄັ້ງທຳອິດ ຈຳນວນ 153 ຫລັງ ໃນ ໂຄງການກໍ່ສ້າງເຮືອນ ທັງຫມົດ 700 ຫລັງ ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2021 ນີ້. ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ຜູ້, ມີພາກ ສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.

May be an image of mountain

ຄືຮູ້ນຳກັນແລ້ວວ່າ ເຫດການຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຄັ້ງວັນທີ 23/7/ 2018 ແມ່ນເຫດ ການຮ້າຍແຮງທີ່ສຸດ ຊຶ່ງພັກ-ລັດຖະບານເຮົາໄດ້ຈັດເປັນເຫດການລະດັບຊາດ ທີ່ບໍ່ເຄີຍມີມາກ່ອນ, ມາຮອດວັນທີ 12/4/2021 ຊຶ່ງເປັນວາລະຄົບຮອບ 3 ປີ ພໍດີ ຊຶ່ງລັດຖະ ບານ, ອົງການປົກຄອງທ້ອງຖິນແຂວງ, ເມືອງ ສຸດທີ່ມີຄວາມເປັນຫ່ວງເປັນໃຍເຫັນອົກເຫັນໃຈຕໍ່ປະຊາຊົນ ແລະ ໄດ້ຮ່ວມກັບ ບໍລິສັດ ພັດທະນາໂຄງການ SK ແລະ PNPC ກໍຄື ບໍລິສັດ ວັນແສງ ອັດຕະປື ກໍ່ສ້າງ ໄດ້ມີຄວາມພະຍາ ຍາມຢ່າງສຸດຂີດເພື່ອຊ່ວຍເຫລືອເບິ່ງແຍງ ຊີວິດການເປັນຢູ່ຂອງປະຊາຊົນຜູ້ ປະສົບໄພພິບັດດັ່ງກ່າວ.

May be an image of one or more people, people standing and road

ມາຮອດມື້ນີ້ຈຶ່ງໄດ້ມອບເຮືອນທີ່ສ້າງສຳເລັດເບື້ອງຕົ້ນໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດໃນເຂດຈັດສັນ 3 ບ້ານຄື: ບ້ານດົງບາກໃໝ່ ຫີນຄຳ ຈຳນວນ 113 ຫລັງ, ບ້ານດອນບົກໃໝ່ ທ່າແສງຈັນ 10 ຫລັງ ແລະ ບ້ານຕະມໍຢອດ 30 ຫລັງ, ສ່ວນບ້ານປິນດົງແມ່ນຄາດວ່າຈະລົງ ມືກໍ່ສ້າງພາຍຫລັງແລ້ວບຸນປີໃໝ່ລາວ.

May be an image of 3 people, people standing and outdoors

ຂ່າວ: ເມືອງສະໜາມໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ອຸຕຸເຕືອນ! ພາຍຸຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ລົມພັດແຮງໄລຍະວັນທີ 14 ຫາ 18 ເມສານີ້
Next Post: ຂ່າວດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ລັອກດາວແລ້ວ

Related Posts

ນໍ້າມັນລົງມື້ນີ້ ນະຄອນຫຼວງວຽງຈັນ ມີ 59 ປ້ຳທີ່ເປີດໃຫ້ບໍລິການ ວັນທີ 8 ມິຖຸນາ 2022​ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອເພີ່ມມື້ນີ້ 929ຄົນ ຂ່າວສານບ້ານເມືອງ
ອົງການອະນາໄມໂລກ ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອ ກະຊວງສາທາລະນະສຸກ ຂ່າວສານບ້ານເມືອງ
ບໍລິຄຳໄຊ ມອບເຄື່ອງກົນຈັກ ໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ຂ່າວສານບ້ານເມືອງ
ລົດພວງຕໍາກັບລົດກະບະວີໂກ້ ຕົກຂ້າງທາງ ເຈັບ 7 ຄົນ ທີ່ ທ່າແຂກ ຂ່າວສານບ້ານເມືອງ
ອຸບັດຕິເຫດກາງເດິກໜ້າເປັນຫ່ວງ ລົດມີໜ້ອຍແຕ່ຕໍາກັນຫຼາຍ ເຈັບ 3 ຄົນໄຟແດງຫຼັກ 5 ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme