Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ ເພີ່ມອີກ 1 ຄົນ

Posted on 12/04/202112/04/2021 By News No Comments on ຂ່າວດ່ວນ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ ເພີ່ມອີກ 1 ຄົນ

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ ລາຍໃໝ່ 1 ຄົນ ໃນວັນທີ 12.04.2021 ເປັນຄົນ ອົດສະຕຣາລີ ເພດຊາຍ ອາຍຸ 48 ປີ ເດີນທາງ ມາ ສປປ ລາວ (ເປັນກໍລະນີ ນໍາເຂົ້າ) ! ຜູ້ກ່ຽວ ແຂງແຮງດີ ບໍ່ມີອາການຫຍັງສະແດງອອກ ແລະ ຍັງບໍ່ທັນໄດ້ຮັບການສັກຢາ ກັນພະຍາດໂ ຄ ວິ ດ ເທື່ອ. ກ່ອນມາເຖິງ ສປປ ລາວ ໄດ້ກວດເຊື້ອ ຊອກຫາໂຄວິດ ໃນວັນທີ 08 ເມສາ 2021 ຢູ່ປະເທດ ອີລັກ, ຜົນກວດ ແມ່ນບໍ່ພົບເຊື້ອ.

ວັນທີ 9 ເມສາ 2021 ເດີນທາງຈາກສະໜາມບິນ Doha, ປະເທດອີຣັກ ຫາ ສະໜາມບິນ Kuala Lumpur, ປະເທດມາເລເຊຍ ແລະ ມາຮອດ ສປປ ລາວ ໃນວັນທີ 11 ເມສາ 2021​, ພວກເຮົາໄດ້ເກັບຕົວຢ່າງກວດ, ຜົນກວດ ຢັ້ງຢືນ ພົບເຊື້ອ ໂ ຄ ວິ ດ.

May be an image of text

ປະຈຸບັນ ຜູ້ກ່ຽວໄດ້ເຂົ້າແຍກປ່ຽວ, ປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ ມິດຕະພາບ.

ພວກເຮົາໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 26 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ,​ ພ້ອມດຽວກັນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.

ຖ້າທ່ານ ມີອາການສົງໃສ ຫຼື ຕ້ອງການລາຍງານ ການພົບເຫັນ ຜູ່ລັກລອບ ຂ້າມມາບໍ່ຖືກກົດໝາຍ ຫຼື ລົບໜີ ຈາກການກັກໂຕ ໃຫ້ໂທແຈ້ງຫາສາຍດ່ວນ 165, 166 ຕະຫຼອດ 24 ຊມ.

ຂ່າວສານບ້ານເມືອງ

Post navigation

Previous Post: ການນຳ ເມືອງ ອາດສະພອນ ລົງຕິດຕາມການສ້ອມແປງຂົວຂ້ວາມຫ້ວຍລະຮັງຂອງປະຊາຊົນ ບ້ານ ນາຮັງນ້ອຍ
Next Post: ອຸຕຸເຕືອນ! ພາຍຸຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ລົມພັດແຮງໄລຍະວັນທີ 14 ຫາ 18 ເມສານີ້

Related Posts

ແຈ້ງເຕືອນ! ຝົນຈະຕົກໜັກ ໃນວັນທີ 08 ຫາ 11 ມິຖຸນາ 2021 ຂ່າວສານບ້ານເມືອງ
ສະຫວັນເຂດ ຍົກລະດັບ ອອກຄໍາສັ່ງເພີ່ມ, ຕ້ອງອ່ານ! ໃນນີ້ ຫ້າມຂາຍເຫຼົ້າເບຍ ພົບເຫັນປັບໃໝໜັກ ຂ່າວສານບ້ານເມືອງ
ແຂວງ​ສະ​ຫວັນ​ນະ​ເຂດ ອາດ​ຈະ​ໄດ້​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ​ແສງ​ອາ​ທິດ​ໃຫຍ່​ທີ່​ສຸດ​ໃນ​ອາ​ຊຽນ ຂ່າວສານບ້ານເມືອງ
ເຈັບ 2 ຄົນ ກະບະເສຍຫຼັກປີ້ນ ທີ່ທາງເມືອງແປກ ຂ່າວສານບ້ານເມືອງ
ແຈ້ງນັກເດີນທາງ ທາງດ່ວນວຽງຈັນ-ວັງວຽງ ແຈ້ງຂຶ້ນລາຄາໃໝ່ ເລີ່ມ ວັນທີ 1 ມັງກອນ 2022 ຂ່າວສານບ້ານເມືອງ
ຂໍລາຍງານຂ່າວ! ລາວພົບຜູ້ຕິດເຊື້ອໃໝ່ເພີ່ມ 14 ຄົນທັງໝົດ ເປັນກໍລະນີນໍາເຂົ້າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme