Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົມກັນເລື່ອງ ສະຖາບັນພັດທະນານາຍບ້ານ

Posted on 10/04/202110/04/2021 By All in LAOS No Comments on ລົມກັນເລື່ອງ ສະຖາບັນພັດທະນານາຍບ້ານ

ມື້ນີ້ ໄດ້ມີໂອກາດ ໂອ້ລົມກັບ ອາຈານ ທີ່ເຄີຍສອນຢູ່ ມຊ.

ວ່າດ້ວຍການພັດທະນານັ້ນໄດ້ ມີປະເດັນສຳຄັນທີ່ ໜ້າສົນໃຈຄື ການພັດທະນາຂັ້ນບ້ານ. ຖ້າມີການປະຕິຮູບ ບຸກຄະລາກອນ ແລະ ໂຄງສ້າງການພັດທະນາ ໃນລະດັບບ້ານໄດ້ ຈະສາມາດແກ້ໄຂໄດ້ຫຼາຍບັນຫາ.

1. ຄວນຈະມີສະຖາບັນ ພັດທະນາ ນາຍບ້ານ ຫຼື ຜູ່ທີ່ຈະເປັນນາຍບ້ານຕ້ອງໄດ້ມີຄວາມຮູ້ດ້ານການປົກຄອງ ແລະ ຄວນບັນຈຸ ນາຍບ້ານ ເປັນລັດຖະກອນ ມີເງິນເດືອນທີ່ພຽງພໍ ເພື່ອຈະມີເຫື່ອແຮງ ພັດທະນາບ້ານຂອງຕົນ ຢ່າງມີປະສິດທິພາບ.

2. ເພາະນາຍບ້ານ ຄືດ່ານທຳອິດ ໃນການໄກ່ເກ່ຍ ບັນຫາຕ່າງໆ ຂອງຄົນໃນບ້ານ,ບໍ່ວ່າຈະເປັນຄະດີນ້ອຍ ຫຼື ໃຫຍ່, ນາຍບ້ານ ແລະ ຄະນະຈະຕ້ອງໄດ້ມີສ່ວນຮ່ວມ, ການໃຫ້ຄວາມຮູ້ ທາງດ້ານວິຊາການ ດ້ານກົດໝາຍ ແລະ ການແກ້ໄຂບັນຫາ ແກ່ນາຍບ້ານ ແລະ ຄະນະ ຖືເປັນສິ່ງຈຳເປັນ.

3. ການພັດທະນາບ້ານຕ້ອງມີງົບປະມານ ທີ່ເໝາະສົມ ແລະ ຈັດສັນບຸລິມະສິດ ໃນການພັດທະນາ ໂດຍມີການເຮັດ ການຄົ້ນຄວ້າ ວິໄຈ ຊັດເຈນວ່າ ບ້ານນັ້ນໆ ມີບັນຫາໃດແດ່ ແລະ ຄວນແກ້ໄຂບັນຫາໃດ ເປັນບຸລິມະສິດ. ສຳຄັນ ການແກ້ໄຂ ຕ້ອງໃຫ້ຕໍ່ເນື່ອງ ແລະ ສາມາດຕິດຕາມກວດສອບ ແລະ ປະເມີນ.

ຖ້າສາມາດແກ້ໄຂໄດ້ເລີ່ມຈາກ ສາມ ຈຸດທີ່ກ່າວມາຂ້າງເທີງ ຈະນຳໄປສູ່ການແກ້ໄຂບັນຫາໄດ້ຫຼາຍດ້ານ ແກ່ ປະຊາຊົນ ທີ່ຢູ່ໃນບ້ານ ຄື:

1. ສາມາດເຂົ້າໃຈຊັດເຈນ ເປັນຕົວເລກ ແລະ ຮູບປະທຳ ຕໍ່ກັບການສຶກສາ ວ່າ ປະຊາຊົນໃນບ້ານ ສາມາດເຂົ້າເຖິງການສຶກສາໄດ້ຊຳໃດ ແລະ ຍັງຫຼາຍປານໃດ ທີ່ຕ້ອງແກ້ໄຂ. ປະຊາຊົນໃນບ້ານ ມີລະດັບຄວາມຮູ້ແບບໃດແດ່.

2. ສາມາດເຂົ້າໃຈ ບັນຫາ ການວ່າງງານ ແລະ ຄວາມຫຍຸ້ງຍາກ ຂອງການຊອກວຽກເຮັດງານທຳ. ເພື່ອຈະໄດ້ຫາວິທີທາງວ່າ ຈະຊ່ວຍປະຊາຊົນໃນບ້ານ ໃຫ້ມີວຽກເຮັດງານທຳ ຫຼື ຈັດຫາອາຊີບ ຫຼື ເຝິກອາຊີບ ຫຼື ແນະນຳ ໂອກາດການເປັນຜູ່ປະກອບການ ແກ່ປະຊາຊົນໃນບ້ານ ໄດ້ຢ່າງມີປະສິດທິພາບ.

3. ສາມາດເຂົ້າໃຈ ໄພສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ການຂີ້ລັກມັກສົກ, ການຜິດຖຽງ ຢ່າຮ້າງ ຂອງຜົວເມຍ ແລະ ອື່ນໆ ເພື່ອຈະໄດ້ເຂົ້າໃຈ ແລະ ຫາທາງອອກ ທີ່ເໝາະສົມ. ເພາະບັນຫາເຫຼົ່ານີ້ ຖ້າຈະຄິດວ່າເປັນບັນຫາບຸກຄົນ ເປັນເລື່ອງຄອບຄົວ,ແຕ່ຖ້າ ມີນາຍບ້ານ ແລະ ຄະນະບ້ານທີ່ ສາມາດບໍລິຫານບ້ານ ແລະ ຊ່ວຍເປັນທີ່ປຶກສາ ແກ່ ປະຊາຊົນໃນບ້ານ ກໍ່ຈະເຮັດໃຫ້ ສາມາດຫຼຸດຜ່ອນ ບັນຫາ ໄພສັງຄົມ ເຫຼົ່ານີ້ ຫຼື ກ້າວໄປເຖິງ ການປ້ອງກັນ ບໍ່ໃຫ້ມັນເກີດຂຶ້ນ. ເຊິ່ງການຊອກວິທີການປ້ອງກັນນັ້ນ ສຳຄັນ ຄືກັບການ ສັກຢາວັກຊິນໄວ້ ບໍ່ໃຫ້ພະຍາດມັນເກີດ ທີ່ຈະດີກ່ອນ ການມາແກ້ໄຂ ເວລາບັນຫາ ມັນເກີດຂຶ້ນ.

ທັງໝົດທີ່ກ່າວມາ ເຖິງຈະມີແຜນທີ່ດີ ແຕ່ສິງສຳຄັນຄື ການປະຕິບັດ ທີ່ຈຳເປັນຕ້ອງໄດ້ມີ ລະດັບຂັ້ນຕອນ ຫຼື ມີຄູ່ມື ເພື່ອຊ່ວຍໃຫ້ ນາຍບ້ານ ແລະ ຄະນະ ໄດ້ເຂົ້າໃຈ ແລະ ສາມາດ ປະຕິບັດສິ່ງທີ່ກ່າວມາ ຢ່າງມີປະສິດທິພາບ,ຈັບຕ້ອງໄດ້ ແລະ ປະກົດຜົນເປັນຈິງ.

ອີກປະເດັນ ທີ່ຕ້ອງໄດ້ເຮັດ ຄືການສ້າງ ນາຍບ້ານ ແລະ ຄະນະບ້ານ ລຸ່ນສືບທອດ ທີ່ຍັງບໍ່ທັນ ມີການປະຕິຮູບຢ່າງຈິງຈັງ, ຖ້າເຮັດໄດ້ ຈະຊ່ວຍໃຫ້ການສົ່ງຕໍ່ຄວາມຮູ້ ແລະ ປະສົບການ ຢ່າງມີປະສິດທິພາບ ແກ່ໄວໜຸ່ມ ທີ່ມັກໃນວຽກງານພັດທະນາ, ມັກທີ່ຈະຊ່ວຍບ້ານຂອງພວກເຂົາ ໃຫ້ສາມາດ ໄດ້ຮຽນຮູ້, ໄດ້ເຮັດຕົວຈິງ ແລະ ຊ່ວຍນາຍບ້ານ ແລະ ຄະນະ ໄດ້ເຮັດວຽກ ຢ່າງມີປະສິດທິພາບ.

ສໍາຄັນທີາສຸດ, ນາຍບ້ານຕ້ອງຊື່ສັດ ບໍລິສຸດ ໂປ່ງໃສ ເພາະຖ້າຂາດສິ່ງນີ້ແລ້ວ ອັນທີ່ກ່າວມາຂ້າງເທິງ ກໍ່ຖືເປັນອັນໂມຄະ..

ໂດຍ: ລູກລາວ – 10.4.2018

ເລື່ອງເດັ່ນ

Post navigation

Previous Post: ຂ່າວດ່ວນ! ຫັກອີກແລ້ວຂົວນໍ້າພະນາຍ ບ້ານເກີນ
Next Post: ຂ່າວດ່ວນ! ລາວຕິດເຊື້ອ ໂ ຄ ວິ ດ ເພີ່ມ 2 ກໍລະນີ

Related Posts

ຂ່າວດີ! ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ເປີດຮັບໂຄງການວິຊາການ ປີ 2020 ເລື່ອງເດັ່ນ
ແຂວງຈໍາປາສັກອອກຄໍາສັ່ງສະບັບໃໝ່ໃນການຮັບມືໂຄວິດ-19 ຂ່າວສານບ້ານເມືອງ
ສວຍງາມຍາມແລງຈອບເບິ່ງຊາວບ້ານຫາປາທີ່ໜອງເຊື່ອມ (ມີພາບແລະຄລິບ) ເລື່ອງເດັ່ນ
ນະຄອນຫຼວງວຽງຈັນ ເພີ່ມມາດຕະການ ປ້ອງກັນ ການລະບາດຂອງ ໂຄວິດ-19 ເລື່ອງເດັ່ນ
ສະຫຼົດໃຈ ເ ສ ຍ ຊີ ວິ ດ ໃໝ່ອີກ2ຄົນ ຕິດເຊື້ອອີກ 425 ຂ່າວສານບ້ານເມືອງ
ຂ່າວຕ່າງປະເທດ! ນໍ້າຖ້ວມກະທັນຫັນ ແລະ ຮຸນແຮງ ທີ່ມະຫານະຄອນ ນິວຢອກ, ສະຫະລັດອາເມຣິກາ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme