Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລະນຶກວັນສາກົນ ເພື່ອປູກຈິດສຳນຶກກ່ຽວກັບ ລ ະ ເ ບີ ດ ບໍ່ທັນແຕກ 4 ເມສາ

Posted on 09/04/202109/04/2021 By News No Comments on ລະນຶກວັນສາກົນ ເພື່ອປູກຈິດສຳນຶກກ່ຽວກັບ ລ ະ ເ ບີ ດ ບໍ່ທັນແຕກ 4 ເມສາ

ທຸກໆວັນທີ 4 ເມສາ ຂອງແຕ່ລະປີ ແມ່ນວັນສາກົນເພື່ອການປູກຈິດສຳນຶກກ່ຽວກັບ ລ ະ ເ ບີ ດ ຝັງດິນ ຫລື ລະເບີດບໍ່ທັນແຕກ (ລບຕ) ໂດຍມີຈຸດປະສົງເພື່ອສົ່ງເສີມການສ້າງຕັ້ງ ແລະ ພັດທະນາຂີດຄວາມສາມາດໃນການເກັບກູ້ ລ ະ ເ ບີ ດ ແຫ່ງຊາດ ໃນບັນດາປະເທດທີ່ມີລ ະ ເ ບີ ດ ຝັງດິນ ຫລື ລບຕ ແລະ ປີນີ້ແມ່່ນຄົບຮອບ 16 ປີ (4 ເມສາ 2005-4 ເມສາ 2021) ເຊິ່ງໃນແຕ່ລະປີຜ່ານມາ ສປປ ລາວ ກໍໄດ້ຈັດພິທີຊຸມນຸມເພື່ອລະນຶກເຖິງວັນສາກົນດັ່ງກ່າວ, ສ່ວນປີນີ້ແມ່ນບໍ່ໄດ້ຈັດ ຍ້ອນຜົນກະທົບຈາກການແຜ່ລະ ບາດຂອງພະຍາດ ໂ ຄ ວິ ດ.

May be an image of 5 people, people standing and outdoors

ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລ ະ ເ ບີ ດ ບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໃນນາມ ລັດຖະບານ ສປປ ລາວ ໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງມາຍັງການຈັດຕັ້ງທຸກຂັ້ນ, ລວມທັງບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນ ຕະຫລອດຮອດບັນດາອົງການປະຕິບັດງານແກ້ໄຂບັນຫາ ລບຕ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຕະຫລອດມາ, ພ້ອມທັງສະແດງຄວາມຂອບໃຈຕໍ່ອົງການສະຫະປະຊາຊາດ ທີ່ເປັນເພື່ອນຮ່ວມງານທີ່ໃກ້ຊິດພ້ອມທັງເປັນໃຈກາງໃນການລະດົມທຶນເຂົ້າໃນການແກ້ໄຂບັນຫາ ລບຕ ຢູ່ ສປປ ລາວ. ສປປ ລາວ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກ ລ ະ ເ ບີ ດ ບໍ່ທັນແຕກ ໜັກໜ່ວງກ່ວາໝູ່ໃນໂລກ, ຖ້າທຽບໃສ່ຫົວຄົນ ຕະຫລອດ 9 ປີ (1964-1973) ຂອງການຖິ້ມລະເບີດ, ມີຍົນຫລາຍກ່ວາ 580.000 ຖ້ຽວ ບັນທຸກລ ະ ເ ບີ ດມາຖິ້ມລົງໃສ່ຜືນແຜ່ນດິນລາວ ເຊິ່ງມີປະມານ 3 ລ້ານໂຕນ, ໃນນັ້ນ ມີລະ ເ ບີ ດ ລູ ກຫວ່ານ (ລະເບີດບົ ມ ບີ) ປະມານ 270 ລ້ານໜ່ວຍ.

ນັກວິຊາການດ້ານ ລ ະ ເ ບີ ດ ຄາດຄະເນວ່າ 30 ສ່ວນຮ້ອຍຂອງລະເບີດດັ່ງກ່າວແມ່ນບໍ່ທັນແຕກ, ໝາຍຄວາມວ່າພາຍຫລັງສົງຄາມສິ້ນສຸດ ຍັງມີ ລ ະ ເ ບີ ດ ລູກຫວ່ານປະມານ 80 ລ້ານໜ່ວຍ ແລະ ບົມໃຫ່ຍອີກຫລາຍລ້ານໜ່ວຍຍັງບໍ່ທັນແຕກທີ່ຕົກຄ້າງຢູ່ປະເທດເຮົາ ເຊິ່ງເຮັດໃຫ້ປະຊາຊົນລາວບັນດາເຜົ່າທີ່ດໍາລົງຊີວິດ, ທໍາມາຫາກິນ ໄດ້ຮັບເຄາະຮ້າຍຖືກບາດເຈັບ ແລະ ເ ສ ຍ ຊີ ວິ ດ ເປັນຈຳນວນຫລວງຫລາຍ, ນັບແຕ່ 2009 ເຖິງປັດຈຸບັນ ມີຜູ້ໄດ້ຮັບບາດເຈັບ ແລະ ເ ສ ຍ ຊີ ວິ ດ ຈາກ ລບຕ ປະມານ 50 ຄົນຕໍ່ປີ.

May be an image of 6 people, people standing and outdoors

ສປປ ລາວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາສາກົນ ວ່າດ້ວຍການເກືອ ດ ຫ້ າ ມ ລ ະ ເບີ ດ ລູກຫວ່ານ ໂດຍສຸມໃສ່ການໂຄສະນາສຶກສາຄວາມສ່ຽງໄພ, ການສໍາຫລວດ, ກວດກູ້ ແລະ ທໍາລາຍ ທັງຊ່ວຍເຫລືອຜູ້ຖືກເຄາະຮ້າຍ. ຄຽງຄູ່ກັນນັ້ນ, ໄດ້ເອົາຈັດໃສ່ເຊື່ອມສານວຽກງານແກ້ໄຂບັນຫາ ລ ະ ເ ບີ ດ ບໍ່ທັນແຕກເຂົ້າໃນຂະແໜງການກ່ຽວຂ້ອງ ໂດຍສະເພາະການເຊື່ອມສານເຂົ້າໃນຫລັກສູດການຮຽນ-ການສອນຊັ້ນປະຖົມ, ການເຊື່ອມເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ(2021-2025), ການສ້າງຮ່າງ ດໍາລັດວ່າດ້ວຍການຄຸ້ມຄອງແກ້ໄຂບັນຫາລ ະ ເ ບີ ດ ບໍ່ທັນແຕກ ແລະ ພັດທະນາຍຸດທະສາດຂອງຂະແໜງ ການແກ້ໄຂບັນຫາ ລ ະ ເ ບີ ດ ບໍ່ ທັນແຕກ ເຊິ່ງມີຄວາມໝາຍ ແລະ ຄວາມສໍາຄັນຂອງການຈັດຕັ້ງປະຕິບັດ, ການພົວພັນ ແລະ ຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ.

ວຽກງານແກ້ໄຂບັນຫາ ລ ະ ເ ບີ ດບໍ່ ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ເປັນການພົວພັນກັບຫລາຍຂະແໜງການ ແລະ ເປັນອຸປະສັກອັນໃຫຍ່ຫລວງແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທໍາມາຫາກິນຂອງປະຊາຊົນລາວບັນດາເຜົ່າ. ສະນັ້ນ, ສປປ ລາວ ຈຶ່ງໄດ້ກໍານົດເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະເປົ້າໝາຍທີ 18 ວ່າດ້ວຍການດໍາລົງຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ເຊິ່ງເປັນເປົ້າໝາຍປິ່ນອ້ອມ ແລະ ພົວພັນໂດຍກົງກັບບັນດາ 17 ເປົ້າໝາຍ. ນັບແຕ່ຊຸມປີ 1990 ຈົນເຖິງປັດຈຸບັນ, ຂະແໜງການແກ້ໄຂບັນຫາ ລບຕ ໄດ້ໂຄສະນາສຶກສາຄວາມສ່ຽງໄພ, ໄດ້ຊ່ວຍເຫລືອປິ່ນປົວການແພດ, ຟື້ນຟູສຸຂະພາບ ແລະ ປະກອບອາຊີບ ໃຫ້ຜູ້ລອດຊີວິດຈາກ ລບຕ, ໄດ້ກວດກູ້ ລບຕ ອອກຈາກພື້ນທີ່ປະຊາຊົນຕ້ອງການທໍາການຜະລິດກະສິກໍາ ແລະ ໂຄງການພັດທະນາ.

May be an image of nature

ສໍາລັບປີ 2020, ໄດ້ປະຕິບັດການໂຄສະນາທີ່ມາ ແລະ ຜົນຮ້າຍຈາກ ລບຕ ຢູ່ 737 ເທື່ອບ້ານເຮັດໃຫ້ຈໍານວນມີຜູ້ບາດເຈັບ ແລະ ເ ສ ຍ ຊີ ວິ ດ ຈ າກ ລບຕ ຫລຸດລົງເປັນ 33 ຄົນ, ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກ ລບຕ ໄດ້ທັງໝົດ 57 ຄົນ, ສໍາຫລວດບໍ່ແມ່ນວິຊາການເພື່ອຊອກຫາຈຸດຫລັກຖານ ລບຕ ໄດ້ 656 ບ້ານ, ສໍາຫລວດວິຊາການກໍານົດພື້ນທີ່ ລບຕ ໄດ້ 18.121 ເຮັກຕາ, ກວດກູ້ ລບຕ ອອກຈາກພື້ນທີ່ໄດ້ທັງໝົດ 5.429 ເຮັກຕາ ແລະ ທໍາລາຍ ລບຕ ໄດ້ທັງໝົດ 92.408 ໜ່ວຍ. ທັງໝົດນີ້ແມ່ນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະເປົ້າໝາຍການພັດທະນາແບບຍືນຍົົງ ອັນດັບທີ 18.

ຂ່າວ: ສິງຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປີ 2020
Next Post: ຂ່າວດ່ວນ! ຫັກອີກແລ້ວຂົວນໍ້າພະນາຍ ບ້ານເກີນ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 450ຄົນ ຂ່າວສານບ້ານເມືອງ
ອາເມຣິກາ ມີຜູ້ເສຍຊີວິດ ຍ້ອນໂຄວິດ-19 ກາຍ 80,000 ຄົນແລ້ວ ຂ່າວສານບ້ານເມືອງ
ເກີດເຫດ! ນ້ຳຖ້ວມໜັກ ເຂດບ້ານແດນສະຫວັນ ຊາຍແດນລາວ-ຫວຽດນາມ ຂ່າວສານບ້ານເມືອງ
ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ ລາວ ​- ​ຈີນ​ ບັນລຸ 3,5 ​ຕື້​ກວ່າໂດ​ລາ ຂ່າວສານບ້ານເມືອງ
ຖືກຈັບດຳເນີນຄະດີ ໃນຂໍ້ຫາຂາຍຢາເສບຕິດພ້ອມທັງຢຶດຂອງກາງຢາບ້າໄດ້ 1.118 ເມັດມາສອບສວນ ຂ່າວສານບ້ານເມືອງ
ກົມໃຫຍ່ພະລາທິການກອງທັບເປີດບັ້ນອົບຮົມ – ຫັດແອບຍິງລູກປືນແທ້ປະຈຳປີ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme