ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ປະຈຳປີ 2020 ແລະ ທິດທາງແຜນການ ປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 7 ເມສາຜ່ານມານີ້ ທີ່ດ່ານສາກົນ ວັງເຕົ່າ ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີໜ່ວຍງານກ່ຽວຂ້ອງພາຍໃນດ່ານສາກົນວັງເຕົ່າເຂົ້າຮ່ວມ.

ທ່ານ ພັນເອກ ສຸກັນ ໄຕໄຊຍະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ໄດ້ຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດວຽກງານຂອງດ່ານສາກົນວັງເຕົ່າ ປະຈຳປີ 2020. ດ່ານສາກົນວັງເຕົ່າ ປະກອບມີ 4 ຂະແໜງການຄື: ຫ້ອງການບໍລິຫານ, ຂະແໜງພາສີ, ຂະແໜງຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຂະແໜງກັກກັນພືດ-ສັດ, ອາຫານ ແລະ ຢາ, ຄວບຄຸມພະຍາດຕິດຕໍ່, ພົວພັນຊາຍແດນ ແລະ ກົງສູນ. ຜ່ານການເຮັດໜ້າທີ່ການເມືອງຕາມແຕ່ລະຂະແໜງການຂອງຕົນ ສາມາດຈັດເກັບລາຍຮັບເຂົ້າງົບປະ ມານ ປະຈຳປີ 2020 ຕາມໂຕເລກຄາດໝາຍສູ້ຊົນ ແຜນການປີ 2020 ແມ່ນ 806 ຕື້ກວ່າກີບ, ປະຕິບັດໄດ້ 688 ຕື້ກວ່າກີບ, ທຽບໃສ່ແຜນປະຕິບັດໄດ້ 85,45%, ທຽບໃສ່ໄລຍະດຽວກັນຂອງປີກ່ອນ ປະຕິບັດໄດ້ 107,67% ແລະ ໃນ 1 ປີ ຜ່ານມາເຈົ້າໜ້າທີ່ ຕ.ມ ໄດ້ເຮັດໜ້າທີ່ຕາມພາລະບົດບາດ ສາມາດກວດກາຄົນເຂົ້າ-ອອກເມືອງ ປີ 2020 ໄດ້ທັງໝົດ 345.764 ຄົນ ຍິງ 137.520 ຄົນ, ກັກກັນພືດ ນຳເຂົ້າ 3,5 ລ້ານໂດລາ, ສົ່ງອອກ 117,8 ລ້ານໂດລາ, ກັກກັນສັດ ມູນຄ່າສິນຄ້ານຳເຂົ້າ 4 ລ້ານກວ່າໂດລາ. ວຽກງານວີຊາ ປະຕິບັດໄດ້ທັງໝົດ 1.678 ຄົນ ເປັນເງິນ 29.842 ໂດລາ, ກວດ ກາຄຸນນະພາບນໍ້າມັນເຊື້ອໄຟທີ່ນຳເຂົ້າໄດ້ທັງໝົດ 11 ບໍລິສັດ, ລວມນ້ຳມັນເຂົ້າປະຈຳປີມີ 4.894 ຄັນ ເທົ່າກັບ 190.694.000 ລິດ. ປະຕິບັດຕາມລະບຽບກວດກາ ແລະ ຄຸ້ມຄອງການຈົດທະບຽນຜະລິດ ຕິພັນຂອງສິນຄ້າເຂົ້າ-ອອກ ໄດ້ທັງໝົດ 114 ລ້ານກວ່າກີບ. ກວດກາ ແລະ ຄຸ້ມຄອງການຈົດທະບຽນ ເກັບອາກອນຂົນສົ່ງ ໄດ້ທັງໝົດ 126 ລ້ານກວ່າກີບ.

ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງຈຳປາສັກ ໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຍ້ອງຍໍ ຊົມເຊີຍຄະນະຄຸ້ມຄອງດ່ານສາກົນວັງເຕົ່າ ໄດ້ເປັນເຈົ້າການປະຕິບັດພາລະບົດບາດ, ໜ້າທີ່, ສິດຂອງ ຕົນມີຜົນສໍາເລັດເປັນຢ່າງດີ ແລະ ເພື່ອໃຫ້ທິດທາງແຜນການຂອງຄະນະພັກຮາກຖານ – ຄະນະ ຄຸ້ມຄອງດ່ານສາກົນວັງເຕົ່າ ປະຈຳປີ 2021 ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດທີ່ມີປະສິດທິພາບ ແລະ ມີປະສິດທິຜົນ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມູນເຊື້ອອັນດີງາມຂອງພັກ, ແນໃສ່ສ້າງໃຫ້ສະມາຊິກພັກ-ພະນັກງານມີຄວາມຮັບຮູ້, ເຂົ້າໃຈເປັນເອກະ ພາບ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດດ້ວຍຄວາມເປັນເຈົ້າການ ເພີ່ມທະວີ ສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ ທີ່ປອດ ໃສໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ; ຕ້ານການເຊື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດທີ່ບໍ່ສອດຄ່ອງຕາມກົດລະບຽບຂອງພັກ ແລະ ກົດໝາຍ ຂອງລັດ.
ຂ່າວ: ທັດຊະນະ