ໃນວັນທີ 1 ເມສາ 2021, ແນກກວດກາ ແລະ ຄວບຄຸມ ຢ າ ເ ສ ບ ຕິ ດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບຫ້ອງການກວດກາ ແລະ ຄວບຄຸມຢ າ ເ ສ ບ ຕິ ດ ກົມໃຫຍ່ຕໍາຫຼວດກະຊວງ ປກສ ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງ ຢ າ ເ ສ ບ ຕິ ດ ເພື່ອປູກຈິດສໍານຶກໃຫ້ນັກຮຽນໂຮງຮຽນມັດທະຍົມສຶກສາຕອນປາຍມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ໄດ້ຮັບຮູ້- ເຂົ້າໃຈເຖິງຜົນຮ້າຍ-ໄພອັນຕະລາຍ ແລະ ວິທີປ້ອງກັນ ບໍ່ໃຫ້ຕົກເປັນທາດ ຢ າ ເ ສ ບ ຕິ ດ ; ໂດຍການເປັນປະທານຂອງ ພັທ ປານີ ສຸກສະຫວັດ ຫົວໜ້າພະແນກກວດກາ ແລະ ຄວບຄຸມ ຢ າ ເ ສ ບ ຕິ ດ ຫ້ອງຕໍາຫຼວດ ປກສ ນວ, ມີ ພັທ ສົມບັດ ລັດຈະເລີນ ຮອງຫົວໜ້າພະແນກໂຄສະນາ ຫ້ອງການກວດກາ ແລະ ຄວບຄຸມ ຢ າ ເ ສ ບ ຕິ ດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ທ່ານ ບຸນຈັນ ສີສຸກ ອໍານວຍການໂຮງຮຽນມັດທະຍົມສຶກສາຕອນປາຍມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ, ມີພະແນກສາທາລະນະສຸກ ນວ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

.

ຮອ ແສງປະເສີດ ສຸວັນດອນ ຮອງຫົວໜ້າໜ່ວຍງານໂຄສະນາ ພະແນກກວດກາ ແລະ ຄວບຄຸມ ຢ າ ເ ສ ບ ຕິ ດ ຫ້ອງຕໍາຫຼວດ ປກສ ນວ ໄດ້ຂຶ້ນບັນລະຍາຍຜົນຮ້າຍ ແລະ ໄພອັນຕະລາຍຂອງ ຢ າ ເ ສ ບ ຕິ ດ ໃຫ້ນັກຮຽນໂຮງຮຽນມັດທະຍົມສຶກສາຕອນປາຍມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈິມິນ ໂດຍໃຫ້ຮູ້ວ່າ: ຢ າ ເ ສ ບ ຕິ ດ ເປັນໄພອັນຕະລາຍຮ້າຍແຮງຕໍ່ຜູ້ ເ ສ ບ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ເມື່ອຜູ້ໃດຫາກ ເ ສ ບ ເຂົ້າໄປຫຼາຍ ເຮັດໃຫ້ສະໝອງຖືກທໍາລາຍ ເປັນ ບ້ າ ເ ສ ຍ ຈິ ດ, ມັກໃຊ້ຄວາມຮຸນແຮງທໍາຮ້າຍຕົນເອງ ແລະ ຄົນອ້ອມຂ້າງ; ທັງເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບສຸກ ແລະ ກໍ່ໃຫ້ເກີດສິ່ງຫຍໍ້ທໍ້ໃນສັງຄົມ.

.

ດັ່ງນັ້ນ, ເພື່ອຫຼີກລ່ຽງບັນຫາດັ່ງກ່າວ ໄວໜຸ່ມ-ນັກຮຽນ ຄວນຮູ້ 10 ວິທີ ໃນການປ້ອງກັນເປັນຕົ້ນແມ່ນ: 1. ຄວນຫຼີກລ່ຽງສະຖານທີ່ໆມີຄວາມສ່ຽງເຊັ່ນ: ຮ້ານບັນເທີງ, ຮ້ານເກມ, ສະໜຸກເກີ ແລະ ບ່ອນທີ່ເຫັນວ່າບໍ່ເໝາະສົມມີຄວາມສ່ຽງ; 2. ໃຊ້ເວລາວ່າງໃຫ້ເປັນປະໂຫຍດເຊັ່ນ: ຫຼິ້ນກິລາ, ຊອກຮູ້ຮໍ່າຮຽນ; 3 ບໍ່ທົດລອງເສບສິ່ງເ ສ ບ ຕິ ດ ທຸ ກປະເພດ; 4. ບໍ່ເອົາຢ າ ເ ສ ບ ຕິ ດເປັນທີ່ເພິ່ງໃນເວລາເຫງົາ, ການຫຼຸດນໍ້າໜັກ ແລະ ອື່ນໆ; 5. ເຂົ້າຮ່ວມຮັບຟັງການເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງ ຢ າ ເ ສ ບ ຕິ ດ ທຸກຄັ້ງ; 6. ເຂົ້າຮ່ວມຂະບວນການ ຫຼື ກິດຈະກໍາຕ້ານ ຢ າ ເ ສ ບ ຕິ ດ ທຸກຮູບແບບ; 7. ປຶກສາແພດໝໍ ຫຼື ຜູ້ໃຫ້ຄໍາປຶກສາກ່ຽວກັບພຶດຕິກໍາຂອງຜູ້ຊົມໃຊ້ ຢ າ ເ ສ ບ ຕິ ດ ເພື່ອຫຼີກລ່ຽງບໍ່ເຂົ້າໃກ້; 8. ໃຊ້ເຄື່ອງກວດຫາສ າ ນ ເ ສ ບ ຕິ ດ ເມື່ອສົງໃສວ່າມີສານ ເ ສ ບ ຕິ ດ ຢູ່ໃນອາຫານ ຫຼືເຄື່ອງດື່ມ; 9. ແຈ້ງເບາະແສໃຫ້ເຈົ້າໜ້າທີ່ເມື່ອພົບເຫັນມີການມົ້ ວ ສຸ ມ, ຊື້-ຂາຍ, ຈໍາໜ່າຍ ແລະ ຜະລິດຢ າ ເ ສ ບ ຕິ ດ ແລະ 10 ປະຕິບັດໃຫ້ໄດ້ຕາມ 4 ບໍ່ຄື: ບໍ່ ເ ສ ບ, ບໍ່ຊື້, ບໍ່ຂາຍ, ບໍ່ຜະລິດ ຢ າ ເ ສ ບ ຕິ ດ ທຸກປະເພດ.

.

.
