Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບ ລັດຖະມົນຕີ ຖວທ ນາຍົກ ຢ້ຳພັດທະນາສື່ ໃຫ້ສູ່ຄຸນນະພາບ ທັນສະໄໝ ແລະ ວ່ອງໄວ

Posted on 08/04/202108/04/2021 By News No Comments on ມອບ-ຮັບ ລັດຖະມົນຕີ ຖວທ ນາຍົກ ຢ້ຳພັດທະນາສື່ ໃຫ້ສູ່ຄຸນນະພາບ ທັນສະໄໝ ແລະ ວ່ອງໄວ

ໃນວັນທີ 7 ເມສາ 2021, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ພິທີມອບ-ຮັບ ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລະຫວ່າງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ໃໝ່) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີບັນດາສະຫາຍຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ, ບັນດາສະຫາຍກຳມະການພັກກະຊວງ, ຫົວໜ້າກົມ, ຮອງກົມ ແລະ ບັນດາພະນັກງານຫລັກແຫລ່ງຂອງກະຊວງ ຖວທ ເຂົ້າຮ່ວມ.

May be an image of 1 person and standing

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຕົນເອງໄດ້ຕັ້ງໃຈປະຕິບັດໜ້າທີ່ ໃຫ້ສົມເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ຄວາມຫ່ວງໄຍຂອງຕົນເຂົ້າໃສ່ວຽກງານທີ່ພັກ-ລັດມອບໝາຍ ແລະ ຮ່ວມກັບບັນດາສະຫາຍ ຄະນະພັກ ແລະ ພະນັກງານຫລັກແຫລ່ງ ເຮັດສຳເລັດໜ້າທີ່ການເມືອງແຫ່ງການເຄື່ອນໄຫວວຽກງານ ຖະແຫລງຂ່າວ ແລະ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຕົ້ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ນຳພາກໍ່ສ້າງພັກດ້ານແນວຄິດ, ເອົາໃຈໃສ່ຈັດຕັ້ງສຶກສາອົບຮົມການເມືອງ-ແນວຄິດ ແນໃສ່ປັບປຸງຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຂອງພະນັກງານສະມາຊິກພັກ; ຈັດຕັ້ງການຝຶກອົບຮົມ ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ ໄປຄຽງຄູ່ກັບການຍົກລະດັບວິຊາສະເພາະ ແລະ ຄວາມຊຳນານງານ; ຈັດຕັ້ງຍົກສູງຄວາມສາມາດສູ້ຮົບ ຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານ; ນຳພາປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ປັບປຸງແບບແຜນວິທີນຳພາ ແລະ ວິທີເຮັດວຽກ ໂດຍກຳແໜ້ນຫລັກການແຫ່ງການກໍ່ສ້າງພັກ, ໄດ້ນຳພາ ແລະ ຕົກລົງບັນຫາຕ່າງໆເປັນໝູ່ຄະນະ ແລະ ໄດ້ຕັ້ງໜ້າຂະຫຍາຍພັກ ແລະ ເຮັດວຽກງານກວດກາ.

May be an image of 9 people, people standing and people sitting

ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມໂດຍເນັ້ນໃຫ້ຄະນະພັກ ຄະນະນຳ ກະຊວງ ຖວທ ສືບຕໍ່ສຸມໃສ່ ພັດທະນາວຽກງານຖະແຫລງຂ່າວ-ສື່ມວນຊົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ເປັນກະບອກສຽງອັນແຫລມຄົມ ຂອງພັກ ແລະ ລັດຖະບານ ທີ່ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອໂຄສະນາແນວທາງຂອງພັກ-ລັດ ແລະ ເປັນກຳລັງແຮງໂຄສະນາຕອບຕ້ານ ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ທີ່ຍາມໃດກໍຍັງບໍ່ລົດລະເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີ ຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ ແລະ ຕໍ່ລະບອບໃໝ່ ຂອງພວກເຮົາ; ສຸມໃສ່ປົກປັກຮັກສາ ແລະ ພັດທະນາວັດທະນະທໍາ ອະນຸລັກ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫລາກຫລາຍ, ສ້າງມູນຄ່າເພີ່ມ ໂດຍການຫັນເປັນອຸດສາຫະກໍາ ວັດທະນະທໍາ ໃນໄລຍະໃໝ່ ເພື່ອສ້າງວຽກເຮັດງານທໍາໃຫ້ປະຊາຊົນບັນດາເຜົ່າ, ເດັດດ່ຽວຕ້ານສະກັດກັ້ນວັດທະນະທໍາທີ່ບໍ່ສອດຄ່ອງ; ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມພັດທະນາການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ທ່ອງທ່ຽວກະສິກຳ ໃຫ້ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ສ້າງເປັນແຫລ່ງລາຍຮັບທີ່ໝັ້ນຄົງໃຫ້ກັບປະເທດຊາດ ທັງທາງກົງ ແລະ ທາງອ້ອມ.

May be an image of 13 people and people standing

ຂ່າວ ສົມຫວັງ

ພາບ ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ແມ່ເຈົ້າບ່າວຊ໋ອກ ລູກສະໃພ້ ແມ່ນລູກສາວທີ່ຫາຍຕົວໄປເມື່ອ 20ປີກ່ອນ
Next Post: 10 ວິທີປ້ອງກັນ ຢ າ ເ ສ ບ ຕິ ດ ເຈົ້າໜ້າທີ່ໄດ້ປູກຈິດສໍານຶກ ໃຫ້ນັກຮຽນ

Related Posts

ພະພຸດທະຮູບທອງອົງຕື້ ອຸດຕະມະໂຊກ ແລະ ຮູບປັ້ນເຫມືອນພະຄູຂີ້ຫອມ ກໍາລັງເດີນທາງຈາກນະຄອນຫລວງວຽງຈັນ-ເມືອງວິລະບູລີ ຂ່າວສານບ້ານເມືອງ
ງານນີ້ຕ້ອງຍົກຄວາມດີໃຫ້ປະຊາຊົນທີ່ຊ່ວຍເປັນຫູ, ເປັນຕາ ຈັບຜູ້ຖືກຫາຄ້າຂາຍຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ຮອດລາວແລ້ວ! ເຮືອບິນ ນຳສົ່ງເຄື່ອງຊ່ວຍເຫຼືອ ຈາກ ສ.ອາເມລິກາ ຂ່າວສານບ້ານເມືອງ
ບອກຕໍ່ແດ່…! ອຸຕຸເຕືອນເຝົ້າລະວັງຝົນຕົກໜັກຢູ່ແຂວງພາກເໜືອ ພາກກາງ ໄລຍະວັນທີ 14-16 ມິຖຸນານີ້ ຂ່າວສານບ້ານເມືອງ
ແຂວງຈໍາປາສັກສັກຢາວັກຊິນກັນພະຍາດໂຄວິດ ໄດ້ແລ້ວ 1 ໝື່ນ ກ່ວາຄົນ ຂ່າວສານບ້ານເມືອງ
ສຸດເສົ້າ!!! ເກີດເຫດເດັກນ້ອຍຕົກນໍ້າຢູ່ທີ່ໝອງເເວງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme