Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລືອກ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ

Posted on 07/04/202107/04/2021 By News No Comments on ເລືອກ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນວັນທີ 06 ເມສາ 2021 ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດພິທີມອບ-ຮັບ ໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງ ຕສ ລະຫວ່າງ ສະຫາຍ ປອ. ທັນສະໄໝ ກົມມະສິດ ລັດຖະມົນຕີ (ຜູ້ເກົ່າ) ແລະ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ (ຜູ້ໃໝ່) ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ຮອງປະທານປະເທດ ແຫ່ງ ສປປ ລາວ; ມີບັນດາຄະນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ພະນັກງານຫຼັກແຫຼ່ງ-ນຳພາຄຸ້ມຄອງອ້ອມຂ້າງກະຊວງເຂົ້າຮ່ວມ.

May be an image of one or more people and people standing

ໃນພິທີ ສະຫາຍ ປອ. ທັນສະໄໝ ກົມມະສິດ ໄດ້ຜ່ານບົດສະຫຼຸບລາຍງານຫຍໍ້ ການຈັດຕັ້ງປະຕິບັດແຜນພັດທະນາ ປທສ 5 ປີຜ່ານມາ ຄັ້ງທີ II (2016-2020) ຂອງຂະແໜງ ຕສ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ: ການຫັນວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສໍາຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ຢືນຢົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ທິດທາງວຽກງານແຜນການໃນຕໍ່ໜ້າ, ນອກຈາກນີ້ ສະຫາຍ ປອ. ທັນສະໄໝ ກົມມະສິດ ໄດ້ຕີລາຄາສູງ, ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນຕໍ່ການມາຮັບໜ້າທີ່ຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ ລັດຖະມົນຕີກະຊວງ ຕສ (ຜູ້ໃໝ່).

ພ້ອມນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວຮັບໜ້າທີ່ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈ, ຮູ້ບູນຄຸນຕໍ່ພັກ – ລັດ ຂັ້ນເທິີງ ໄດ້ມອບຄວາມໄວ້ວາງໃຈ, ຄວາມເຊື່ອໝັ້ນໃຫ້ມາຮັບໜ້າທີ່ໃໝ່ ແລະ ໃຫ້ຄຳໝັ້ນສັນຍາວ່າຈະສຸມທຸກເຫື່ອແຮງ ສະຕິປັນຍາ ນຳພາ – ຊີ້ນຳ ວຽກທີ່ຖືກມອບໝາຍໃຫ້ສຳເລັດຜົນ ແລະ ໄດ້ສະແດງຄວາມຊື່ນຊົມສັນລະເສີນຄຸນງາມຄວາມດີຂອງອາດີດ ເລຂາຄະນະພັກ, ລັດຖະມົນຕີ ຜູ້ເກົ່າ.

ໃນຕອນທ້າຍ ສະຫາຍ ປອ. ບຸນທອງ ຈິດມະນີ ໄດ້ມີຄໍາເຫັນ ແລະ ໂອ້ລົມຕໍ່ພິທີ ຊຶ່ງກ່ອນອື່ນໝົດ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການປະກອບສ່ວນຂອງ ສະຫາຍ ປອ. ທັນສະໄໝ ກົມມະສິດ ອາດີດ ລັດຖະມົນຕີກະຊວງ ຕສ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ແລະ ກົດລະບຽບຂອງພັກ 1 ສະໄໝ ທີ່ຜ່ານມາຢ່າງມີຄວາມຮັບຜິດຊອບສູງ ດ້ວຍຜົນສຳເລັດຫຼາຍດ້ານ ທັງດ້ານມະຫາພາກ ແລະ ຈຸລະພາກ ຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ; ໄດ້ປະກອບສ່ວນສຳຄັນໃນສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ ເຊີ່ງເປັນຜົນສຳເລັດທີ່ໜ້າຊື່ນຊົມຂອງຄະນະພັກແຕ່ລະຂັ້ນ; ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ທຸກສະຫາຍພາຍໃນຄະນະພັກກະຊວງ ຕສ ສືບຕໍ່ຊີ້ນຳການພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີບົດບາດສໍາຄັນໃນການຂັບເຄື່ອນ ໂດຍສຸມໃສ່ສ້າງບັນດາໂປຣແກຼມການຫັນການບໍລິຫານ ແລະ ບໍລິການຂອງລັດໃຫ້ທັນສະໄໝດ້ວຍລະບົບດີຈີຕອລ, ຂະຫຍາຍລະບົບສື່ສານຄວາມໄວສູງ ໃຫ້ທົ່ວທຸກໝູ່ບ້ານ, ທົ່ວປະເທດ ແລະ ສ້າງລະບົບປ້ອງກັນ ໄອຊີທີ/ດິຈິຕອລ ໃຫ້ມີຄວາມປອດໄພສູງ.

ກວດແກ້ໂດຍ: ເລຂານຸການພິທີການ, ຫ້ອງການກະຊວງ.

Cr: https://mpt.gov.la/index.php?r=site/detail&id=710

ຂ່າວສານບ້ານເມືອງ

Post navigation

Previous Post: ອົງການຈັດຕັ້ງມະຫາຊົນ ກອງພົນທີ 4 ສ້າງຂະບວນການ ອອກແຮງງານລວມ
Next Post: ຂ່າວດ່ວນວ່າເລື່ອງນໍ້າມັນ! ແອັດຊັງຂຶ້ນ ກາຊວນລົງ ເລີ່ມ 8 ເມສາ 2021

Related Posts

ເສົ້າໃຈ! ພົບເຫັນສົບເດັກນ້ອຍເກີດໃໝ່ ຖືກຖິ້ມຢູ່ຮ່ອງນໍ້າ ຂ່າວສານບ້ານເມືອງ
ຊົມເຊີຍ ຈະລາຈອນເມືອງຈັນທະບູລີມອບລົດຈັກທີ່ເກັບກູ້ຄືນໄດ້ໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 2115ຄົນ ຂ່າວສານບ້ານເມືອງ
ຜູ້ຂັບລົດຂົນສົ່ງໂດຍສານ ແລະ ສິນຄ້າຖ້າພົບມີທາດມຶນເມົາໃນລົມຫາຍໃຈຈະໃຫ້ຢຸດການຂັບຂີ່ ຂ່າວສານບ້ານເມືອງ
ຫຼວງພະບາງແຈ້ງການເພີ່ມເຕີມການສືບຕໍ່ປະຕິດບັດເຂັ້ມງວດປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ເສຍຫາຍເປເພໜັກ ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme