Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອົງການຈັດຕັ້ງມະຫາຊົນ ກອງພົນທີ 4 ສ້າງຂະບວນການ ອອກແຮງງານລວມ

Posted on 07/04/202107/04/2021 By News No Comments on ອົງການຈັດຕັ້ງມະຫາຊົນ ກອງພົນທີ 4 ສ້າງຂະບວນການ ອອກແຮງງານລວມ

ເນື່ອງໃນໂອກາດກຽມຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ-ຂອງກອງທັບ, ໃນວັນທີ 7ເມສາ 2021 ນີ້, ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ ກອງພົນທະຫານຮາບທີ 4 ໄດ້ຈັດຕັ້ງສ້າງຂະບວນການອອກແຮງງານລວມ ຢູ່ທີ່ອ້ອມຂ້າງຕຶກຫ້ອງການຫຼັງໃໝ່ ໂດຍການ ນຳພາຂອງ ສະຫາຍ ພັນໂທ ກິທອງ ຈັນທະລັງສີ ຮອງຫົວໜ້າພະແນກຊາວໜຸ່ມກອງພົນທະຫານຮາບທີ 4, ມີຄະນະບໍລິຫານງານຊາວໜຸ່ມ-ແມ່ຍິງແຕ່ລະກົມກອງ, ພ້ອມດ້ວຍຊາວໜຸ່ມ – ແມ່ຍິງອ້ອມຂ້າງກອງພົນທີ 4 ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

May be an image of 1 person, standing and outdoors

.

May be an image of 1 person, standing and outdoors

ສະຫາຍ ພັທ ກິທອງ ຈັນທະລັງສີ ຮອງຫົວໜ້າພະແນກຊາວໜຸ່ມ ກອງພົນທະຫານຮາບທີ 4ໃຫ້ຮູ້ວ່າ: ການສ້າງຂະບວນການອອກແຮງງານອານາໄມລວມຄັ້ງນີ້: ມີຊາວໜຸ່ມເຂົ້າຮ່ວມທັງໝົດ 360 ສະຫາຍ, ຍິງ 37 ສະຫາຍ ໄດ້ອະນາໄມຂອບເຂດອ້ອມຂ້າງຕຶກຫ້ອງການຫຼັງໃໝ່, ແລະ ຂອບເຂດຖະໜົນຫົນທາງ ໃນນັ້ນໄດ້ຖາງປ່າໄມ້ໃຫຍ່ນ້ອຍອ້ອມຂ້າງ, ເກັບຂີ້ເຫຍື່ອ, ຕັດຫຍ້າ ເພື່ອຄວາມສະອາດຈົບງາມເວົ້າລວມ ເວົ້າສະເພາະ ເພື່ອສ້າງຂະບວນການ ສ້າງຜົນງານຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຂ່ຳນັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ແລະ ວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (14 ເມສາ 1955 – 14 ເມສາ 2021)ໃຫ້ເປັນຂະບວນການຟົດຟື້ນມ່ວນຊື່ນຢ່າງຕໍ່ເນື່ອງ ເພື່ອຮັບຕ້ອນໃຫ້ແກ່ວັນ ສຳຄັນດັ່ງກ່າວ ໃຫ້ເຕັມໄປດ້ວຍເນື້ອໃນຄວາມໝາຍຢ່າງເລິກເຊິ່ງ.

May be an image of one or more people, people standing, tree and outdoors

.

May be an image of one or more people, people standing and outdoors

.

May be an image of 1 person, standing and outdoors

ຂ່າວໂດຍ: ບົວຄຳ ທອງລັດສະໝີ (ນັກຂ່າວກອງພົນທີ 4)

ພາບໂດຍ: ສຸລິວັນ ແສນບຸດຕະລາດ (ນັກຂ່າວກອງພົນທີ 4)

ຂ່າວສານບ້ານເມືອງ

Post navigation

Previous Post: ຮ່ອນຄຳ ວິຊາຫາກີນ ພູມປັນຍາ ຄົນລາວຫຼາຍຊົ່ວຄົນມາແລ້ວ
Next Post: ເລືອກ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ

Related Posts

ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ແບບບໍ່ຖືກຕ້ອງຕາມກົດໝາຍ ຂ່າວສານບ້ານເມືອງ
ເຕືອນການເດີນທາງ ເຂດບ້ານຫ້ວຍອີ່ເລີດທາງເພໜັກ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ພາຍຸຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ລົມພັດແຮງໄລຍະວັນທີ 14 ຫາ 18 ເມສານີ້ ຂ່າວສານບ້ານເມືອງ
ຫ້ອງອັດບ້ານນາ ແຕ່ຍອດວິວບ້າໄປແລ້ວ! ເປົ້າຮ້ອຍລ້ານວິວ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ຢ້ຽມຢາມ ສູນກັກກັນ ຫຼັກ 27 ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ຣັດເຊຍມອບພາຫະນະເຕັກນິກ ຊ່ າ ງ ແ ສ ງ ແລະ ຊຸ ດ ອຸ ປ ະ ກ ອ ນ ໃຫ້ແກ່ກະຊວງປ້ອງກັນປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme