ວັນທີ 4 ເມສາ, ແມ່ນວັນລະນຶກເຖິງ ວັນສາກົນໂຄສະນາເພື່ອຕໍ່ຕ້ານ ລ ະ ເ ບີ ດ ບໍ່ ທັ ນ ແ ຕ ກ.ເປັນເວລາ 46 ປີຜ່ານມາແລ້ວນັບຕັ້ງແຕ່ ສົ ງຄ າ ມ ອິ ນ ດູ ຈີ ນ ຄັ້ງທີ 2 (1964-1975), ລະເບີດລູກຫວ່ານ ແລະ ລ ະ ເ ບີ ດ ບໍ່ ທັ ນ ແ ຕ ກ ອື່ນໆຍັງຄົງເປັນໄພຄຸກຄາມຕໍ່ຊີວິດຂອງປະຊາຊົນໃນ ສປປ ລາວ ຢູ່. ລະເບີດບໍ່ທັນແຕກສົ່ງຜົນກະທົບດ້ານລົບຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ກີດຂວາງການເຂົ້າເຖິງພື້ນທີ່ກະສິກຳ ແລະ ເພີ່ມຕົ້ນທຶນ, ຜ່ານການເກັບກູ້, ໃຫ້ແກ່ໂຄງການພັດທະນາທັງໝົດ. ໃນປີ 2016, ສປປ ລາວ ໄດ້ລິເລີ່ມ ເປົ້າໝາຍພັດທະນາຍືນຍົງ (ປພຍ) ແຫ່ງຊາດລຳດັບທີ 18 ໃນການຫຼຸດຜ່ອນອຸປະສັກຈາກ ລ ະ ເ ບີ ດ ບໍ່ ທັ ນ ແ ຕ ກ ຕໍ່ການພັດທະນາ.

ພາຍໃຕ້ທີມງານ ສປຊ ປະຈຳ ສປປ ລາວ, ອົງການ UNDP ແມ່ນເຈົ້າການໃນການເຮັດວຽກຮ່ວມກັບ ລັດຖະບານລາວ ເພື່ອຊ່ວຍເກັບກູ້ລະເບີດຜ່ານເຕັກໂນໂລຊີທີ່ທັນສະໄໝ, ການຝຶກອົບຮົມໃຫ້ແກ່ພະນັກງານເກັບກູ້ລະເບີດ ແລະ ການສະໜອງຄວາມຮູ້ກ່ຽວກັບຄວາມສ່ຽງຂອງລະເບີດບໍ່ທັນແຕກໃນຂັ້ນຊຸມຊົນ, ໂດຍສະເພາະໃນບັນດາແຂວງທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກຫຼາຍທີ່ສຸດ. ອົງການ UNDP ຍັງມີຄວາມຕັ້ງໃຈປັບປຸງການປະສານງານໂດຍລວມ ແລະ ການວາງແຜນຂອງຂະແໜງການເກັບກູ້ລະເບີດບໍ່ທັນແຕກທັງໝົດ ໂດຍຜ່ານການສະໜັບສະໜຸນຕໍ່ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນ ສປປ ລາວ.ສາມາດຮຽນຮູ້ເພີ່ມເຕີມໄດ້ທີ່ລິ້ງນີ້: https://bit.ly/2QVBAvQ