Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຊກອງ ສະຫຼຸບ​ວຽກ​ງານກວດ​ກາ ປະຈຳປີ 2020

Posted on 07/04/202107/04/2021 By News No Comments on ເຊກອງ ສະຫຼຸບ​ວຽກ​ງານກວດ​ກາ ປະຈຳປີ 2020

ແຂວງເຊກອງ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2020, ປະຈໍາ 5 ປີ ໃນ​ວັນ​ທີ 6-7 ເມ​ສາ​ນີ້ ທີ່​ແຂວງ​ເຊກອງ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ​ສະ​ຫາຍ ນາງ ຈັນຫອມ ມະ ຫາໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ; ສະຫາຍ ສີໃນ ມຽງລາວັນ ຮອງເລຂາ ຄະນະພັກ ຮອງປະທານຄະນະກວດກາສນກາງພັກ ຮອງປະທານອົງການກວດກາແຫ່ງລັດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ສະຫາຍ ອ່ອນ ມະນີຈັນ ຮອງປະທານກວດກາພັກ-ລັດແຂວງ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານ ມາແມ່ນໄດ້ຕິດຕາມ, ​ຊຸກຍູ້ການປະຕິບັດໂຄງການລົງທຶນຂອງລັດຕາມຫາງສຽງ-ຕາມການສະເໜີລາຍ ງານຈຳນວນໜຶ່ງ, ໄດ້ດຳເນີນການກວດກາການຟື້ນຟູໄພພິບັດທົ່ວແຂວງເຊກອງ 12 ໂຄງການ, ກວດ ກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 12 ໂຄງການ ລວມມູນຄ່າ 70.265.320.000 ກີບ, ດຳເນີນການກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ຂຶ້ນໄປ ຮ່ວມກັບຄະນະສະເພາະກິດຂັ້ນ ສູນກາງ 7 ໂຄງການ,​ ດໍາເນີນການກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ລົງມາ 15 ໂຄງ ການ, ດໍາເນີນການກວດກາກ່ຽວກັບບັນຫາການລັກລອບຕັດໄມ້ເຂດຊາຍແດນລາວ-ຫວຽດນາມ ທີ່ເມືອງ ກະລຶມ ແລະ ເມືອງດາກຈຶງ ສາມາດຢຶດໄມ້ທີ່ລັກລອບເຄື່ອນຍ້າຍຜິດກົດໝາຍປະເພດໄມ້ທ່ອນ ຈໍານວນ 3.835 ທ່ອນ, ບໍລິມາດ 7.728,83 ແມັດກ້ອນ ແລະ ປະເພດໄມ້ຕັບ 267 ຕັບ, ຢຶດພາຫະນະໄດ້ 15 ຄັນ, ປັບໄໝ 555.325.000 ກີບ; ນອກນີ້ຍັງໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ດຳເນີນ ການກວດກາ ແລະ ສືບສວນ-ສອບສວນ ພະນັກງານທີ່ມີພຶດຕິກຳສໍ້ລາດບັງຫຼວງຢູ່ລັດວິສາ ຫະກິດໄປສະນີລາວ ສາຂາແຂວງເຊກອງ ຈຳນວນ 2 ຄົນ ພົບເຫັນມູນຄ່າເສຍຫາຍ 937 ລ້ານກວ່າ ກີບ ປັດຈຸບັນສໍານວນຄະດີດັ່ງກ່າວຢູ່ໃນຂັ້ນຕອນການຄົ້ນຄວ້າ, ພິຈາລະນາຢູ່ຂັ້ນສານປະຊາຊົນສູງສຸດ.

May be an image of 6 people and people standing

ສະຫາຍ ນາງ ຈັນຫອມ ມະຫາໄຊ ເນັ້ນ​ໃຫ້​ເພີ່ມ​ຄວາມເຂັ້ມງວດໃນການຕິດຕາມ, ກວດກາ ດ້ວຍຄວາມຮັບຜິດຊອບຂອງສະຫາຍເລຂາຄະນະພັກແຕ່ລະຂັ້ນຢ່າງໃກ້ຊິດ ຊີ້ນໍາຊຸກຍູ້ການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກສະໄໝທີ XI, ມະຕິ X ຂອງອົງຄະນະພັກແຂວງ ແລະ ມະຕິກອງ ປະຊຸມໃຫຍ່ຂອງບັນດາຮາກຖານພັກຂັ້ນຕົນ.

ເພີ່ມຄວາມເຂັ້ມງວດໃນການຕິດຕາມ, ກວດກາການປະຕິບັດພາລະບົດບາດ, ໜ້າທີ່ຂອງບັນດາ ຂະແໜງການ, ອົງການຢ່າງແທດເຖິງ, ເປັນປົກກະຕິ ເພື່ອໃຫ້ຂະແໜງການເຫຼົ່ານັ້ນຍົກສູງຄວາມ ຮັບຜິດຊອບຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ຂອງຕົນຢ່າງເຕັມສ່ວນ, ມີກົນໄກການປະສານ ງານລະຫວ່າງຂະແໜງການດ້ວຍກັນຢ່າງກົມກຽວເປັນລະບົບ.

ຂ່າວ: ​ຄະ​ນະກວດ​ກາ​ສູນ​ກາງ​ພັກ

ຂ່າວສານບ້ານເມືອງ

Post navigation

Previous Post: ຊາວໜຸ່ມອາສະໝັກເມືອງພູວົງ ຊ່ວຍກັນປຸກສ້າງເຮຶອນຢູ່ໃຫ້ປະຊາຊົນຜູ້ທຸກຍາກ
Next Post: ລະນຶກເຖິງ ວັນສາກົນໂຄສະນາເພື່ອ ຕໍ່ ຕ້ າ ນ ລ ະ ເ ບີ ດ ບໍ່ທັນແຕກ

Related Posts

ລົດໄຟລາວ-ຈີນ ທີ່ເປັນລົດໄຟEMUຈະເປີດແລ່ນສອງຂະບວນຕໍ່ໃສ່ກັນ ຂ່າວສານບ້ານເມືອງ
ມາເພີ່ມອີກແລ້ວວັກຊີນຊ່ວຍເຫຼືອຮອບໃໜ່ຈາກ ສປ ຈີນ ຈຳນວນ 1.900.000 ໂດສ ຂ່າວສານບ້ານເມືອງ
ລວຍຟ້າຜ່າ! ຖືກເລກສີ່ໂຕ 9562 ມູນຄ່າ 1.230 ລ້ານກີບ ງວດວັນທີ 17/2/2020 ຂ່າວສານບ້ານເມືອງ
ຂອບໃຈເດີ້! ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນໃຫ້ແກ່ ສປປ.ລາວ ຈໍານວນ 600,000 ຫຼອດ ຂ່າວສານບ້ານເມືອງ
ການກວດໂຄວິດແບບໄວແລ້ວ ຂຶ້ນຂີດດຽວ ບໍ່ໄດ້ໝາຍຄວາມວ່າ ບໍ່ຕິດເຊື້ອ ຂ່າວສານບ້ານເມືອງ
ດ່ວນ! ວັງວຽງ ນໍ້າກໍາລັງມາແຮງ ຖ້ວມເຮືອນແຄມນໍ້າຊອງເເລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme