Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ນາຍົກ ເນັ້ນຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ດີ

Posted on 06/04/202106/04/2021 By News No Comments on ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງການເງິນ ນາຍົກ ເນັ້ນຄຸ້ມຄອງລາຍຮັບ-ລາຍຈ່າຍ ໃຫ້ດີ

ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະ ຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

May be an image of 10 people and people standing

ໃນພິທີ ທ່ານ ນາງ ວິໄລວັນ ເພັງສະຫວັດ ໄດ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານບັນດານິກຳຕ່າງໆ ເປັນຕົ້ນແມ່ນ ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອູດໜູນບຳນານ ໂດຍອະນຸມັດໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອຸດໜູນບຳນານ; ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 135/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງໃຫ້ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີ ກະຊວງການເງິນ (ຜູ້ໃໝ່) ແລະ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 285/ນຍ ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງ ທ່ານ ບຸນປອນ ວັນນະຈິດ ເປັນຮອງລັດຖະມົນຕີ ກະຊວງການເງິນຜູ້ໃໝ່.

May be an image of 1 person, standing and sitting

ໃນພິທີໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ພັນຄຳ ວິພາວັນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ກະຊວງການເງິນ ແມ່ນກະຊວງໜຶ່ງທີ່ສຳຄັນ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານແຫ່ງລັດ, ຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດ, ຮັບໃຊ້ໃຫ້ແກ່ການພັດທະນາປະເທດ; ໃຫ້ເພີ່ມທະວີຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນພາຍໃນ ແລະ ສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ນັບມື້ເພີ່ມ; ສຸມທຸກກຳລັງໃນການຫັນການເງິນເປັນທັນສະໄໝ; ຮັບປະກັນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງກວ່າເກົ່າ; ເພີ່ມທະວີການຊີ້ນຳຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈຳປີ 2021; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຂອງຖັນແຖວພະນັກງານ; ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ; ເພີ່ມທະວີການປະຕິບັດວິໄນການເງິນ ໃຫ້ມີຄວາມເຂັ້ມງວດ ໂດຍສະເພາະເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ ບໍ່ຈ່າຍນອກແຜນສ້າງໜີ້ສິນຄຸມເຄືອ ທີ່ຈະກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດການເງິນ ແລະ ເງິນຕາຂອງພວກເຮົາ; ສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນຂະແໜງການເງິນ ຕ້ານຄວາມບໍ່ໂປ່ງໃສ; ແກ້ໄຂການສໍ້ລາດບັງຫລວງຂອງພະນັກງານການເງິນ ແລະ ການສວຍໂອກາດຍາດເອົາຜົນປະໂຫຍດສ່ວນຕົວ ແນວຄິດຄອງຄອຍແກ້ໄຂບັນຫາທີ່ແກ່ຍາວ ຄື ການແກ້ໄຂບັນຫາຄົນເຫລືອບໍ່ພໍ ປະສິດທິພາບການເຮັດວຽກຕ່ຳ ຄາດຄວາມກະຕືລືລົ້ນ ຂາດລະບຽບວິໄນ ແລະ ອື່ນໆ.

May be an image of 6 people, people sitting and people standing
ຂ່າວສານບ້ານເມືອງ

Post navigation

Previous Post: ຮອງເຈົ້າເມືອງແກ່ນທ້າວ ມອບເຄື່ອງຊ່ວຍເຫລືອຄອບຄົວທຸກຍາກຢູ່ບ້ານຫ້ວຍເປັດ
Next Post: ຊາວໜຸ່ມອາສະໝັກເມືອງພູວົງ ຊ່ວຍກັນປຸກສ້າງເຮຶອນຢູ່ໃຫ້ປະຊາຊົນຜູ້ທຸກຍາກ

Related Posts

ດານັງ! ເລັ່ງອົບພະຍົບນັກທ່ອງທ່ຽວ 8 ໝື່ນຄົນຫຼັງພົບຜູ້ຕິດເຊື້ອໂຄວິດ-19ລາຍໃໝ່ ຂ່າວສານບ້ານເມືອງ
ແຈ້ງຂ່າວ ເສັ້ນທາງເມືອງເງີນຫາເມືອງຊຽງຮ່ອນ ທາງນໍ້າຖ້ວມແລ້ວ ຂ່າວສານບ້ານເມືອງ
ລົດເມຕຳກັບລົດຈັກເສຍຊີວິດຄາທີ່ 2 ລາຍ, ໂຊເຟີລົດເມລົບໜີ! ຂ່າວສານບ້ານເມືອງ
ສະເຫຼີມສະຫຼອງວັນສ້າງຕັ້ງອົງການ ກວດກາພັກ-ລັດ ຄົບຮອບ 39 ປີ ແລະ ຍ້ອງຍໍຜົນງານ 5 ປີ ແລະ ປະຈໍາປີ 2020 ຂ່າວສານບ້ານເມືອງ
ຊົມເຊີຍ ຈະລາຈອນເມືອງຈັນທະບູລີມອບລົດຈັກທີ່ເກັບກູ້ຄືນໄດ້ໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ
ປະກາດຊອກຫາ ທ້າວໂຕ່ຍ ຂາດການຕິດຕໍ່ແຕ່ 5 ກໍລະກົດ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme