Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານ ຟ້າມມິງຈິງ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ແຫ່ງ ສສ ຫວຽດນາມ

Posted on 06/04/202106/04/2021 By News No Comments on ທ່ານ ຟ້າມມິງຈິງ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ແຫ່ງ ສສ ຫວຽດນາມ

ໃນວາລະປະຊຸມສະພາແຫ່ງຊາດຫວຽດນາມ ທີ່ໄດ້ດໍາເນີນໃນຕອນບ່າຍວັນທີ 5 ເມສານີ້, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງ ທ່ານ ຟ້າມມິງຈິງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.

May be an image of 1 person and flower

ໃນພິທີສາບານຕົວຂຶ້ນຮັບຕໍາແໜ່ງ, ທ່ານ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ສະພາແຫ່ງຊາດມີຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງທ່ານ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແມ່ນຄວາມເປັນກຽດ, ພ້ອມທັງແມ່ນພາລະບົດບາດທີ່ໜັກໜ່ວງ ຊຶ່ງພັກ, ລັດ ແລະ ປະຊາຊົນເຊື່ອໝັ້ນມອບໝາຍໃຫ້. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສືບຕໍ່ຍູ້ແຮງຢ່າງຮອບດ້ານ, ຄົບຊຸດພາລະກິດແຫ່ງການປ່ຽນແປງໃໝ່ ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທ່ານ ນາຍົກລັດຖະມົນຕີຄົນໃໝ່ ໄດ້ສະເໜີແນະບາງໜ້າທີ່ ຊຶ່ງລັດຖະບານ, ນາຍົກລັດຖະມົນຕີ ຈະຜັນຂະຫຍາຍຈັດຕັ້ງປະຕິບັດໃນໄລຍະຈະມາເຖິງ, ທ່ານ ກ່າວວ່າ: ໜຶ່ງ; ແມ່ນສ້າງໂຄງການກະທຳເພື່ອຫັນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເປັນລະອຽດ. ໃນນັ້ນ ສຸມໃສ່ 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ສອງ; ສືບຕໍ່ຍູ້ແຮງການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ, ເດັດດ່ຽວ, ຢຶດໝັ້ນກັບການຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຕ້ານການຟຸ່ມເຟືອຍ, ອາດຍາສິດ, ປະກົດການຫຍໍ້ທໍ້. ສາມ; ຄຸ້ມຄອງບໍລິຫານ, ປຸກລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອພັດທະນາປະເທດຊາດ. ສີ່; ເດັດດ່ຽວ, ຢຶດໝັ້ນກັບການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.

ຂ່າວສານບ້ານເມືອງ

Post navigation

Previous Post: ອຸຕຸເຕືອນ! ລະວັງຝົນຕົກ ລົມພັດແຮງ ໄລຍະ 7-10 ເມສາ
Next Post: ງົດງາມດວງດອກຄູນ ຕ້ອນຮັບປີໃໝ່ລາວ

Related Posts

ກະບະປະທະລົດຈັກ ເສຍຊິວິດຄາທີ່ 1 ຄົນ ທີ່ເມືອງເຟືອງ ຂ່າວສານບ້ານເມືອງ
Covid 19 Update 1 ມີນາ 2020 – 61 ປະເທດທົ່ວໂລກ ກວດພົບເຊື້ອ, ເກົາຫຼີໃຕ້ ຕິດເຊື້ອ 3526 ຄົນແລ້ວ ຂ່າວສານບ້ານເມືອງ
ໂຮງງານຜະລິດ ຢ າ ເລກ 3 ແກ້ຂ່າວເລື່ອງຜະລິດ ຢ າ ປິ່ນປົວຜູ້ ຕິ ດ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ອາຊຽນ-ຈີນ ປະຊຸມພິເສດແກ້ໄຂບັນຫາການແຜ່ລະບາດຂອງພະຍາດ COVID-19 ຂ່າວສານບ້ານເມືອງ
ກັກຕົວໄວລຸ້ນ 3 ຄົນ ທີ່ກໍ່ເຫດຈູດກະໂພກ ຢູ່ຕາມເສັ້ນທາງເຂດເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 284ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme