Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານ ຫງວຽນ ຊວັນ ຟຸກ ໄດ້ຮັບເລືອກເປັນປະທານປະເທດຫວຽດນາມ

Posted on 05/04/202105/04/2021 By News No Comments on ທ່ານ ຫງວຽນ ຊວັນ ຟຸກ ໄດ້ຮັບເລືອກເປັນປະທານປະເທດຫວຽດນາມ

ຕາມຂ່າວສານຫວຽດນາມໃຫ້ຮູ້ວ່າ: ຕອນເຊົ້າວັນທີ 5 ເມສາ2021 , ກອງປະຊຸມສະໄໝສາມັນເທື່ອທີ 11 ສະພາແຫ່ງຊາດຊຸດທີ XIV ໄດ້ລົງຄະແນນສຽງເຫັນດີດ້ວຍອັດຕາ 97,5% ເລືອກຕັ້ງທ່ານ ຫງວຽນຊວັນຟຸກ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.
ພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ບົດຮຽນ, ປະສົບການຂອງບັນດາການນຳຊຸດກ່ອນ ແມ່ນພື້ນຖານອັນລ້ຳຄ່າເພື່ອໃຫ້ທ່ານສືບທອດ ແລະ ສູ້ຊົນປະຕິບັດໜ້າທີ່ສຳຄັນຂອງຕົນໃນຖານະເປັນປະທານປະເທດໃຫ້ເປັນຢ່າງດີ.

ທ່ານກ່າວວ່າ:“ຂ້າພະເຈົ້າຂໍໝັ້ນໝາຍຕໍ່ສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດວ່າ ຈະສຸດຈິດສຸດໃຈ, ສຸມກຳລັງເຫື່ອແຮງຂອງຕົນ, ມີຄວາມຮັບຜິດຊອບ, ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ສັດຊື່ບໍລິສຸດ, ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ, ປະຕິບັດໜ້າທີ່ ແລະ ສິດອຳນາດຂອງປະທານປະເທດຢ່າງຄົບຖ້ວນ; ສົມທົບກັບສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການສູງສຸດ, ແນວໂຮມປະເທດຊາດ ຫວຽດນາມ ຢ່າງແໜ້ນແຟ້ນ; ຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ; ໃກ້ຊິດສະໜິດສະໜົມ, ຮັບຟັງ ແລະ ຮັບເອົາຄຳຄິດເຫັນ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ; ພ້ອມທັງປາດຖະໜາວ່າ ຈະໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຂອງທັງລະບົບການເມືອງ, ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ແລະ ພໍ່ແມ່ປະຊາຊົນທີ່ຢູ່ຕ່າງປະເທດ ເພື່ອປະຕິບັດສຳເລັດໜ້າທີ່ສຳຄັນທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີທີ່ສຸດ”.

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ, ດ້ວຍຄຸນນະທາດ ແລະ ພູມປັນຍາຂອງຊາວ ຫວຽດນາມ, ກຳລັງແຮງຂອງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ການສະໜັບສະໜູນຂອງເພື່ອນມິດສາກົນ, ແນ່ນອນວ່າ ປະເທດ ຫວຽດນາມ ຈະຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ແລະ ຈະມີແຕ່ຄວາມສະຫງົບສຸກ, ປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກໄດ້ວາງອອກຢ່າງມີໄຊ.

ທ່ານ ຫງວຽນຊວັນຟຸກ ເກີດວັນທີ 20 ເດືອນ 7 ປີ 1954 ຢູ່ຕາແສງ ກຸ໊ຍຝູ, ເມືອງ ກຸ໊ຍເຊີນ, ແຂວງ ກ໊ວາງນາມ. ທ່ານ ຫງວຽນຊວັນຟຸກ ເປັນກຳມະການກົມການເມືອງຊຸດທີ XI, XII, XIII; ກຳມະການສູນກາງພັກ: ຊຸດທີ X, XI, XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XI, XIII, XIV.

ຂ່າວສານບ້ານເມືອງ

Post navigation

Previous Post: ໂຮມຊຸມນຸມສະເຫຼີມສະຫຼອງ ຄົບຮອບ 60 ປີ ວັນສ້າງຕັ້ງກຳລັງ ປກສ
Next Post: ອຸຕຸເຕືອນ! ລະວັງຝົນຕົກ ລົມພັດແຮງ ໄລຍະ 7-10 ເມສາ

Related Posts

ນໍ້າຍູ້ ເມືອງເມີງ ໄຫຼນອງຖ້ວມຫຼາຍເຂດແລ້ວ ຂ່າວສານບ້ານເມືອງ
ຫາກທ່ານກວດພົບໂຄວິດແລະປົວຕົນເອງຢູ່ເຮືອນ ກະລຸນາແຈ້ງທາງການ ຂ່າວສານບ້ານເມືອງ
ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນ ສະຫາຍ ຈູມມາລີ ໄຊຍະສອນ ຂ່າວສານບ້ານເມືອງ
ດ່ວນພີ່ນ້ອງ! ສະຫວັນນະເຂດມີຄໍາສັ່ງ ລັອກດາວຢ່າງເປັນທາງການແລ້ວ ຂ່າວສານບ້ານເມືອງ
ນໍ້າຍັງຖ້ວມບ້ານວຽງຄໍາ ເມືອງຫີນເຫີບ ຫຼາຍກວ່າເກົ່າ ຂ່າວສານບ້ານເມືອງ
ລາວ-ຈີນ ຮ່ວມພັດທະນາລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມໂຍງພາກພື້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme