Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳແຂວງຈຳປາສັກ ລົງຕິດຕາມ ຜົນກະທົບຈາກລົມພະຍຸພັດ ເຮືອນ ປະຊາຊົນ 2 ບ້ານ ກຸ່ມ 2 ບ້ານມ່ວງ ເມືອງປະທຸມພອນ

Posted on 05/04/202105/04/2021 By News No Comments on ການນຳແຂວງຈຳປາສັກ ລົງຕິດຕາມ ຜົນກະທົບຈາກລົມພະຍຸພັດ ເຮືອນ ປະຊາຊົນ 2 ບ້ານ ກຸ່ມ 2 ບ້ານມ່ວງ ເມືອງປະທຸມພອນ

ຂປລ. ວັນທີ 4 ເມສາ 2021, ການນຳແຂວງຈຳປາສັກ ນຳໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ປະດິດ ວັນນະລັດສະໝີ ປະທານກວດກາພັກ-ລັດ ແຂວງຈຳປາສັກ, ທ່ານ ແກ້ວລັດຕະນະ ສີຫາວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 15 ໄດ້ລົງເຄື່ອນໄຫວ ຕິດຕາມ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບຈາກ ໄພພິບັດ ລົມພະຍຸລະດູຮ້ອນ ພັດ ເຮືອນ ຢູ່ອາໄສ ທີ່ ບ້ານ ນໍ້າໃສເທິງ ແລະ ນໍ້າໃສທ່າ ກຸ່ມ 2 ບ້ານມ່ວງ ເມືອງປະທຸມພອນ ແຂວງຈຳປາສັກ ໂດຍມີ ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງປະທຸມພອນ, ຄະນະກໍາມະການຄວບຄຸມໄພພິບັດຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.

May be an image of 3 people, people standing and outdoors

.

May be an image of 12 people, people standing and outdoors

ການຈັດຕັ້ງ, ອຳນາດ ການປົກຄອງ ກຸ່ມ 2 ບ້ານມ່ວງ ເມືອງປະທຸມພອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 2 ເມສາ 2021, ເວລາ ປະມານ 17:30 ໂມງ ໄດ້ເກີດມີລົມພະຍຸລະດູຮ້ອນ ພັດເຂົ້າໃສ່ ເຮືອນຂອງປະຊາຊົນ ໃນ 2 ບ້ານ ຄື ບ້ານ ນໍ້າໃສເທິງ ແລະ ບ້ານ ນໍ້າໃສທ່າ ກຸ່ມ 2 ບ້ານມ່ວງ ເມືອງປະທຸມພອນ ແຂວງຈຳປາສັກ, ໄດ້ສ້າງຜົນເສຍຫາຍ ເຮັດໃຫ້ ເຮືອນຊານ ທີ່ ຢູ່ອາໄສ ຂອງ ປະຊາຊົນ ໃນ 2 ບ້ານ ດັ່ງກ່າວ ເປ່ເພ ລວມມີ 18 ຫຼັງ, ປະເມີນຜົນເສຍຫາຍ 60% ຂຶ້ນໄປ ມີ 7 ຫຼັງ ແລະ ເສຍຫາຍ 40% ລົງມາ ມີ 11 ຫຼັງ, ບໍ່ມີຕົວເລກບາດເຈັບ ຫຼືເສຍຊີວິດ. ປະເມີນມູນຄ່າເສຍຫາຍ ເບື້ອງຕົ້ນ ບໍ່ຕ່ຳກວ່າ 40 ລ້ານກີບ. ບ້ານ ນໍ້າໃສເທິງ ແລະ ບ້ານ ນໍ້າໃສທ່າ ແມ່ນຢູ່ ກຸ່ມ 2 ບ້ານມ່ວງ ເມືອງປະທຸມພອນ ແຂວງຈຳປາສັກ ມີຈຳນວນພົນລວມ 1.857 ຄົນ, ຍິງ 906 ຄົນ, ມີ 371 ຫຼັງຄາເຮືອນ, ມີ 425 ຄອບຄົວ.

May be an image of 18 people and people standing

ໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ກໍ່ໄດ້ພົບປະ ໂອ້ລົມ ການຈັດຕັ້ງ, ອຳນາດ ການປົກຄອງ ແລະພໍ່ແມ່ ປະຊາຊົນ ໃນ 2 ບ້ານ ດັ່ງກ່າວທີ່ຖືກ ຜົນກະທົບຈາກ ໄພພິບັດ ລົມພະຍຸລະດູຮ້ອນ ພັັດ ໃນເທື່ອນີ້ໃຫ້ມີຄວາມອຸ່ນອຽນ ທຸ່ນທ່ຽງ ໃນການດຳລົງຊີວິດ ຢ່າງມີສະຕິ, ພ້ອມກັນນັ້ນ ກໍໃຫ້ພ້ອມກັນ ປົກປັກຮັກສາ ສິ່ງແວດລ້ອມ, ຮັກສາພື້ນທີ່ ປ່າ ກໍຄື ປ່າສະຫງວນ ດົງເຊປຽນ ແລະດົງຫົວສາວ ໃຫ້ມີຄວາມອຸດົມສົມບູນ ແລະການລົງເຄື່ອນໄຫວ ຄັ້ງນີ້ ກໍ່ເພື່ອຕິດຕາມສະຖານະການຢ່າງໃກ້ຊິດ, ທັງເປັນການອົບອຸ່ນໃຫ້ກຳລັງໃຈ ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍ ຂອງ ຄະນະ ພັກ-ອົງການປົກຄອງ ຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນີ້ ກໍ່ ໄດ້ນໍາເອົານ້ຳສະອາດ, ເຂົ້າສານ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ປັດໄຈອື່ນໆທີ່ຈຳເປັນ ລວມມູນຄ່າ 50 ລ້ານກວ່າກີບ ມາມອບໃຫ້ປະຊາຊົນ 2 ບ້ານ ທີ່ຖືກຜົນກະທົບ ເພື່ອເປັນການແບ່ງເບົາ ແກ້ໄຂການເປັນຢູ່ ຂອງປະຊາຊົນ ເບື້ອງຕົ້ນ ຈາກໄພພິບັດ ດັ່ງກ່າວ.

May be an image of one or more people, people standing, tree and outdoors

ຂ່າວ-ຮູບ: ທັດຊະນະ

ຂ່າວສານບ້ານເມືອງ

Post navigation

Previous Post: ຢືນຢັນ ອະດີດປະທານປະເທດ ປອດໄພ ຈາກເຫດເຮືອຫລົ້ມທີ່ອ່າງນໍ້າງື່ມ
Next Post: ໂຮມຊຸມນຸມສະເຫຼີມສະຫຼອງ ຄົບຮອບ 60 ປີ ວັນສ້າງຕັ້ງກຳລັງ ປກສ

Related Posts

ທ່ານພັນຄຳ ວິພາວັນ ນາຍຍົກລັດຖະມົນຕີ ຢ້ຽມຢາມນັກຮົບຊຸດຂາວ ທີ່ໂຮງໝໍພາກສະໜາມການເງີນພາກໃຕ້ ຂ່າວສານບ້ານເມືອງ
ບັນຫາການມົ້ວສຸມຢູ່ຮ້ານເກມ-ສະນຸກເກີ້ ແລະ ກຸມແກ້ງກວນເມືອງຕ້ອງໄດ້ຮັບການແກ້ໄຂດີຂຶ້ນກວ່າເກົ່າ ຂ່າວສານບ້ານເມືອງ
ອະນຸຍາດໃຫ້ມີການຂົນສົ່ງໂດຍສານ ແລະ ສິນຄ້າ ເຂົ້າ-ອອກ ສປປ ລາວ ໄດ້ຢ່າງປົກກະຕິ  ຂ່າວສານບ້ານເມືອງ
ຂັບກະບະບໍ່ລຶ້ງທາງຕົກລົງແມ່ນໍ້າ ທີ່ເມືອງບົວລະພາ ຂ່າວສານບ້ານເມືອງ
ອຸບັດເຫດ! ລົກຈັກປະທະໃຫຍ່ ເ ສ ຍ ຊີ ວິ ດ ຄ າ ທີ່ເປັນນັກສຶກສາ ຂ່າວສານບ້ານເມືອງ
ຈັ ບ ແ ກ້ ງສໍ້ ໂ ກ ງ ຊັ ບ 3 ຄົນ ມູນຄ່າເສຍຫາຍເກືອບ 400 ລ້ານ ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme