Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເດັກຕ່ຳກວ່າ 6ເດືອນ ຫ້າມດື່ມນ້ຳຫຼັງນົມແມ່ ຫຼື ນົມຜົງ

Posted on 01/04/202101/04/2021 By Stories No Comments on ເດັກຕ່ຳກວ່າ 6ເດືອນ ຫ້າມດື່ມນ້ຳຫຼັງນົມແມ່ ຫຼື ນົມຜົງ

ແພດຊື່ດັງ ອອກມາແນະນຳແນວທາງການລ້ຽງລູກ ສຳລັບແມ່ມືໃໝ່ທຸກຄົນ ໃນເດັກນ້ອຍຕ່ຳກວ່າ 6ເດືອນ ຈະເປັນນົມແມ່ ຫຼື ນົມຜົງກໍຫ້າມໃຫ້ເດັກດື່ມນ້ຳຕາມໂດຍເດັດຂາດ

ທ່ານ ວໍລະວຸດ ເຊຍປະເສດ (ໝໍວິນ) ເຊິ່ງເປັນໝໍ ກຸມມານແພດຊະເພາະທາງດ້ານ ໂລຫິດວິທະຍາ ແລະ ມະເຮັງໃນເດັກ ຈາກປະເທດເພື່ອນບ້ານ ໄດ້ອອກມາແນະນຳຜ່ານທາງໂຊເຊລມິເດຍ ໂດຍຜ່ານເຟດບຸກເພສ ລ້ຽງລູກຕາມໃຈໝໍ (เลี้ยงลูกตามใจหมอ ) ວ່າ ສຳລັບແມ່ໆທີ່ມີລູກອາຕ່ຳກວ່າ 6ເດືອນ ຫ້າມໃຫ້ລູກດື່ມນ້ຳຕາມ ຫຼັງໃຫ້ນົມແມ່ ຫຼື ນົມຜົງ ເພາະອັນຕະລາຍຫຼາຍ. ຕາມຫຼັກການທາງການແພດ ເດັກຕ່ຳກວ່າ 6ເດືອນ ຈະກິນນົມແມ່ ຫຼື ນົມຜົງ ກໍບໍ່ຄວນດື່ມນ້ຳຕາມຫຼັງ ທີ່ເຄີຍຢືນຢັນມາຕະຫຼອດຈາກຫຼາຍອົງການ ເຊັ່ນ FDA, CDC, WHO ແລະທຸກສະຖາບັນກໍເຄີຍເວົ້າແບບດຽວກັນ ເດັກນ້ອຍອາຍຸຕ່ຳກວ່າ 6ເດືອນໄດ້ຮັບສານນ້ຳພຽງພໍຈາກນົມແມ່ ຫຼື ນົມຜົງແລ້ວ ບໍ່ວ່າມື້ນັ້ນອາກາດຈະຮ້ອນອົບເອົ້າພຽງໃດກໍຕາມ ແລະ ການເຮັດຄວາມສະອາດຊ່ອງປາກຂອງລູກນ້ອຍຄື ການເຊັດລິ້ນ ບໍ່ແມ່ນການດື່ມນ້ຳ.

ເດັກບໍ່ຄວນດື່ມນ້ຳກ່ອນ ອາຍຸ 6ເດືອນ ເວົ້າຢູ່ເປັນປະຈຳ ບໍ່ວ່າຈະໃຫ້ນ້ຳຕົ້ມ, ນ້ຳບໍລິສຸດ ຫຼື ນ້ຳແຮ່… ເພາະຮ່າງການເດັກນ້ອຍນັ້ນມີປະລິມານນ້ຳໃນຮ່າງກາຍໃນຕົວສູງ 75% ຫຼາຍກວ່າຜູ້ໃຫຍ່ ເຊິ່ງມີພຽງ 55%-60% ເທົ່ານັ້ນ ແລະ ເດັກໄດ້ຮັບນ້ຳພຽງພໍຂາກນ້ຳນົມແລ້ວ.

ເພາະໄຕຂອງເດັກຍັງຂັບນ້ຳສ່ວນເກີນໄດ້ບໍ່ດີ ບໍ່ຄືຜູ້ໃຫຍ່ເຖິງເຮົາຈະກິນນົມຊາໄຂ່ມຸກ ຫຼືນ້ຳອັດລົມຫຼາຍພຽງໃດ ໄຕກໍສະມາດຂັບນ້ຳສ່ວນເກີນອອກມາໄດ້ ພະລັງງານສວ່ນເກີນທີ່ເຫຼືອກໍແມ່ນໄປສະສົມຄ້າງຢູ່ ກົ້ນ ຫຼື ຕົ້ນຂາ ແລະ ໜຽງນັ້ນເອງ.

ການໃຫ້ເດັກດື່ມນ້ຳກ່ອນ 6ເດືອນ ເບື້ອງຕົ້ມຈະລົບກວນການໃຫ້ນົມທີ່ເປັນອາຫານຫຼັກຂອງລູກ ແລະ ຫາກໄດ້ນ້ຳເພິ່ມເຂົ້າໄປໃນປະລິມານຫຼາຍ ແລະ ໄຕຂັບອອກບໍ່ໄດ້ຈະເກີດລະດັບເກືອແຮ່ໃນເລືອດທີ່ຜິດປົກກະຕິ ໂດຍສະເພາະ ພາວະໂຊດ່ຽມໃນເລືອດຕ່ຳ (Hyponatrimia) ຖ້າຮຸນແຮງອາດເຮັດໃຫ້ລູກມີອາການຊືມລົງ ຊັກໝົດສະຕິ ຈົນເຖິງແກ່ຊີວິດໄດ້. ນັ້ນຄືພະວະ water intoxication ຫຼືຜິດຈາກການໄດ້ຮັບປະລິມານນ້ຳຫຼາຍເກີນໄປ.

ຫຼາຍຄັ້ງພາວະ water intoxication ໃນເດັກນ້ອຍບໍ່ໄດ້ເກີດຈາກການທີ່ເຮົາໃຫ້ນໍ້ຳລ້າແກ່ເດັກໂດຍຕົງ ແຕ່ມັນເກີດຈາກ ການຕີນົມຈາງສຳລັບເດັກທີ່ກິນນົມຜົງ ຄືໃສ່ນ້ຳຫຼາຍເກີນໄປ ຈະດ້ວຍເຫດຜົນໃດກໍຕາມທີ່ເຮັດໃຫ້ພໍ່ແມ່ຕ້ອງຕີນົມຈາງໃຫ້ລູກກິນແບບນັ້ນ ແຕ່ມັນອັນຕະລາຍສຳລັບເດັກ ຫ້າມເຮັດ ແລະການຕີນົມຈາງບໍ່ໄດ້ຊ່ວຍກ່ຽວການຂັບຖ່າຍຂອງລູກ ບໍ່ວ່າຈະຕອນປົກກະຕິ ຫຼືຖອກທ້ອງ ດັ່ງນັ້ນຫ້າມເຮັດເພາະບໍ່ເກີດປະໂຫຍດແຖມໃຫ້ໂທດອີກ.

ຫ້າມມີຄຳວ່າ ອີ່ຫຍັງກັນເອົາແທ້ຫວາ ກະພຽງແຕ່ຍອດນ້ຳໃຫ້ລູກກິນຊື່ໆ! ໂດຍສະເພາະຜູ້ເຖົ້າຜູ້ແກ່ ມັກເວົ້າເວລາເຫັນລູກສະອຶກແລ້ວບອກເອົານ້ຳຍອດໃຫ້ລູກກິນ ສຳລັບຄຳວ່າ “ກະພຽງແຕ່“ ນີ້ລະ ມັນອາດເປັນອັນຕະລາຍຕໍ່ລູກໄດ້ ຝາກແມ່ໆທຸກຄົນຫ້າມເຮັດເພື່ອຄວາມປອດໄພຂອງລູກນ້ອຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ລົມພະຍຸພັດ 3 ບ້ານຂອງເມືອງພຽງ ເສຍຫາຍເກືອບ 20 ຕື້ກີບ
Next Post: ຊາວໜຸ່ມຕະລຸມບອນສ້າງຂະບວນການອອກແຮງງານລວມທາສີປະດັບປະດາຂົວອູ່ນ້ຳແອດ

Related Posts

ຄະນະສະເພາະກິດແຈ້ງ! ໃຫ້ແຂວງບໍ່ແກ້ວ-ຫຼວງນໍ້າທາ ເກັບຕົວຢ່າງທຸກຄົນທີ່ມີອາການທາງລະບົບຫາຍໃຈ ຫຼື ເປັນໄຂ້ມາກວດຫາໂຄວິດ-19 ຂ່າວສານບ້ານເມືອງ
ປກສ ທັງ 5 ເມືອງ ຂອງແຂວງໄຊສົມບູນ ມອບອາວຸດລ່າເນື້ອ, ທາດແຕກ ແລະ ໝໍ້ຊ໋ອດ ໃຫ້ ປກສ ແຂວງ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ອາກາດຮ້ອນຫາຮ້ອນເອົ້າແບບນີ້ ຈະມີຝົນຕົກໜັກຟ້າຮ້ອງຟ້າເຫຼື້ອມ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ຂ່າວສານບ້ານເມືອງ
ສະພາແຫ່ງຊາດ ຫວຽດນາມ ມອບຜ້າອັດປາກການແພດໃຫ້ ສະພາແຫ່ງຊາດບາງປະເທດ ສະມາຊິກ ອາຊຽນ ແລະ ຍີ່ປຸ່ນ ຂ່າວສານບ້ານເມືອງ
ກະຊວງສາທາລະນະສຸກ ຊີ້ແຈງການເກັບຄ່າບໍລິການ ກວດວິເຄາະພະຍາດໂຄວິດ ຂ່າວສານບ້ານເມືອງ
ຮຸນແຮງລົດຈັກຕໍາກັບລົດເກັງນ້ອຍ ເຈັບ 1 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme