Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານ ແລະ ກອງທັບປະຊາຊົນຈີນ ຊ່ວຍເຫລືອວັກຊີນປ້ອງກັນໂ ຄ ວິ ດ ສປປ ລາວ ອີກ ຈໍານວນ 800.000ໂດສ

Posted on 01/04/202101/04/2021 By News No Comments on ລັດຖະບານ ແລະ ກອງທັບປະຊາຊົນຈີນ ຊ່ວຍເຫລືອວັກຊີນປ້ອງກັນໂ ຄ ວິ ດ ສປປ ລາວ ອີກ ຈໍານວນ 800.000ໂດສ

ວັກຊີນປ້ອງກັນໂຄວິດ ທີ່ລັດຖະບານ ແລະກອງທັບ ສປ ຈີນ ໃຫ້ການຊ່ວຍເຫລືອ ສປປ ລາວ ຄັ້ງທີສາມ ຈໍານວນ 800.000 ໂດສ ໃນນັ້ນຂອງລັດຖະບານຈີນ 500.000ໂດສ ແລະຂອງກອງທັບປົດປ່ອຍປະຊາຊົນຈີນ 300.000ໂດສ ໄດ້ມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນຄໍ່າ ວັນທີ 31 ມີນາ 2021ນີ້, ໂດຍການເຂົ້າຮ່ວມ ແລະຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ, ຕາງໜ້າຝ່າຍຈີນກ່າວມອບໂດຍທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

May be an image of 5 people and people standing

.

May be an image of 2 people, people standing and indoor

ທ່ານ ພັນຄໍາ ວິພາວັນ ຕາງໜ້າໃຫ້ພັກ ລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈຢ່າງສູງໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ທີ່ເວລາໃດ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະໃຫ້ການຊ່ວຍເຫຼືອອັນລ້ໍາຄ່າ ແກ່ລັດຖະບານ ກໍຄືປະຊາຊົນລາວຕະຫຼອດມາ ເຊິ່ງເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫມັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ແທ້ຈິງ. ການຊ່ວຍເຫຼືອຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ທີ່ເປັນຫຼັກຄ້ໍາປະກັນໃຫ້ລັດຖະບານ ກໍ່ຄືປະຊາຊົນລາວ ມີກໍາລັງແຮງໃຈເພີ່ມຂຶ້ນ ເພື່ອຕໍ່ສູ້ກັບພະຍາດໂຕຮ້າຍກາດນີ້ ແລະເປັນພູມຄຸ້ມກັນໃຫ້ແກ່ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດ ໂ ຄ ວິ ດ ໄດ້ຢ່າງມີປະສິດທິພາບສູງຂຶ້ນຕື່ມ.

May be an image of indoor

ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງຈີນໃນການຊ່ວຍເຫຼືອປະເທດພວມພັດທະນາເທົ່ານັ້ນ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນການຊ່ວຍຊູຍູ້ໜູນກັນອີກດ້ວຍ. ຈີນຍິນດີຄຽງຄູ່ກັບຝ່າຍລາວ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາທາງດ້ານສາທາລານະສຸກຂອງມວນມະນຸດ ເພື່ອນໍາເອົາຜົນປະໂຫຍດໄປສູ່ປະຊາຊົນທົ່ວໂລກ.

No photo description available.

.

May be an image of one or more people and people standing

ມາຮອດປະຈບັນ ສ ປ ຈີນ ໃຫ້ການຊ່ວຍເຫລືອ ວັກຊິນປ້ອງ ກັ ນ ໂ ຄວິ ດ ແກ່ ສປປ ລາວ ແລ້ວ 3ຄັ້ງ ມີຫລາຍກວ່າ 1 ລ້ານໂດສ.

No photo description available.
ຂ່າວສານບ້ານເມືອງ

Post navigation

Previous Post: ໝູທີ່ນ້ອຍທີ່ສຸດໃນໂລກ ແລະ ໃກ້ຈະສູນພັນ
Next Post: ລົມພະຍຸພັດ 3 ບ້ານຂອງເມືອງພຽງ ເສຍຫາຍເກືອບ 20 ຕື້ກີບ

Related Posts

5 ປີຜ່ານມາ ທົ່ວປະເທດມີສະມາຊິກພັກ ຖື ກ ລົ ງ ວິ ໄ ນ 3.200 ສ ະ ຫ າ ຍ ຂ່າວສານບ້ານເມືອງ
ບໍລິສັດເຊື້ອໄຟເປໂຕລີແມັກລາວ ຈຳກັດ ຮ່ວມກັບເຈົ້າຂອງປໍ້ານໍ້າມັນຫຼັກ 10 ມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ກັກໂຕແມ່-ລູກຄາເຮືອນພົບ ຢ າ ເ ສ ບຕ ິ ດ ຂ່າວສານບ້ານເມືອງ
ລະວັງເດີ້! ການຄ້ານະຄອນຫຼວງ ທຳລາຍປາໝຶກແຊ່ໂສດາໄຟ ແລະ ມີສານຟໍມາລີນປົນເປື້ອນນ້ຳໜັກ 560 ກິໂລ ຂ່າວສານບ້ານເມືອງ
ກອງພັນ 609 ຈັດຕັ້ງອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປີນແທ້ ຂ່າວສານບ້ານເມືອງ
ຂົວຂາດແລ້ວ ທາງໄຊຍະຫາຫົງສາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme