Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໝູທີ່ນ້ອຍທີ່ສຸດໃນໂລກ ແລະ ໃກ້ຈະສູນພັນ

Posted on 31/03/202131/03/2021 By Stories No Comments on ໝູທີ່ນ້ອຍທີ່ສຸດໃນໂລກ ແລະ ໃກ້ຈະສູນພັນ

ໝູປ່າແຄະ (Pigmy hog) ມີຊື່ທາງວິທະຍາສາດແມ່ນ Porcula salvania ແມ່ນໝູທີ່ມີຂະໜາດນ້ອຍທີ່ສຸດໃນໂລກ ລຳໂຕຍາວ 60ຊມ ສູງ 25ຊມ ແລະມີນ້ຳໜັກປະມານ 8ກິໂລກຳ ໝູປ່າແຄະຢູ່ໃນຕະກຸນ Porcula ແລະເປັນສັດພຽງຊະນິດດຽວຂອງຕະກຸນນີ້ ໂດຍຢູ່ໃນວົງຕະກຸນ Suidae ເຊິ່ງເປັນວົງຕະກຸນຂອງໝູຊະນິດຕ່າງໆ. ປະຈຸບັນໝູປ່າແຄະມັກພົບເຫັນແຕ່ສະເພາະໃນພາກໃຕ້ຂອງພູຖານ ແລະ ລັດອັດຊຳຂອງອິນເດຍ ໂດຍອາໄສຢູ່ໃນທົ່ງຫຍ້າໃກ້ກັບເທືອກເຂົາຫິມະໄລ.

ໝູ່ປ່າແຄະມັກຫາກິນຕາມລຳພັງ ຍົກເວັ້ນໝູແມ່ລູກອ່ອນ ອາຫານຂອງມັນໄດ້ແກ່ ຮາກພຶດ, ຫົວພຶດ ແມງໄມ້, ສັດເລື້ອຍຄານ ແລະສັດແຂ້ວແທະຂະໜາດນ້ອຍ ພວກມັນຈະຈັບຄູ່ມາປະສົມພັນໃນຊ່ວງປາຍເດືອນມີຖຸນາ ໝູ່ປ່າແຄະໂຕເມຍຈະຕັ້ງທ້ອງນານ100ວັນ ອອກລູກຄັ້ງລະ 3-6ໂຕ ໝູ່ປ່າແຄະໃຫຍ່ເຕັມໄວ 2ປີ ໂດຍມີອາຍຸຍືນປະມານ 8ປີ ສັດຕູຕາມທຳມະຊາດຂອງມັນຄື ເສືອ ແລະງູໃຫຍ່.

ການບຸກລຸກປ່າເພື່ອຂະຫຍາຍການກະສິກຳ ແລະ ການຈູບທົ່ງຫຍ້າເພື່ອໃຫ້ຕົ້ນຫຍ້າແຕກຍອດໃໝ່ເພື່ອເປັນອາຫານຂອງຟູງສັດ ລວມໄປເຖິງການລ່າເພື່ອເອົາເນື້ອ ເປັນໄພທີ່ຄຸກຄາມໝູປ່າແຄະ ແລະ ການທີ່ມີຖິ່ນອາໄສສະເພາະບາງພື່ນທີ່ ຈິ່ງເຮັດໃຫ້ໝູ່ປ່າແຄະລົດຈຳນວນລົງຢ່າງໄວວາ. ແຕ່ເນື່ອງຈາກໝູປ່າແຄະນັ້ນ ບໍ່ຄ່ອຍເປັນທີ່ສົນໃຈຂອງສາທາລະນະຊົນຄືກັບສັດປ່າຂະໜາດໃຫຍ່ເຊັ່ນ ເສືອບັງກໍ ຫຼື ແຮດອິນເດຍ ຈິ່ງເຮັດໃຫ້ບໍ່ມີການສະນັບສະໜູນການສຶກສາ ແລະ ອານຸລັກພໍເທົ່າໃດ ໃນຂະນະທີ່ການຂະຫຍາຍພັນໃນສວນສັດກໍປະສົບຄວາມສຳເລັດພຽງບາງແຫ່ງເທົ່ານັ້ນ.

ຢ່າງໃດກໍຕາມ ນັບແຕ່ປີ ຄສ 1995 ກໍໄດ້ມີການສຶກສາກ່ຽວກັບສັດຊະນິດນີ້ຫຼາຍຂຶ້ນ ລວມທັງມີການຕັ້ງສູນວິໄຈ ແລະ ເພາະລ້ຽງໝູປ່າແຄະໃນລັດ ອັດຊຳ ປະເທດອິນເດຍ ແຕ່ເຖິງວ່າຈະເປັນເຊັ່ນນັ້ນອານະຄົດຂອງພວກມັນກໍຍັງບໍ່ຄ່ອຍຈະດີ ໂດຍໃນປັດຈຸບັນນີ້ ປະມານການວ່າ ມີໝູປ່າແຄະໃຫຍ່ເຕັມໄວເຫຼືອຢູ່ປະມານ 250ໂຕ ໃນທົ່ວໂລກເທົ່ານັ້ນ ເຊິ່ງທາງ IUCN ໄດ້ຈັດໃຫ້ພວກມັນຢູ່ໃນສະຖານະສັດໃກ້ສູນພັນ(Endangered) .

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫີວຍ ໄປເບິ່ງເຂດເໝາະສົມແກ່ການລົງທຶນ
Next Post: ລັດຖະບານ ແລະ ກອງທັບປະຊາຊົນຈີນ ຊ່ວຍເຫລືອວັກຊີນປ້ອງກັນໂ ຄ ວິ ດ ສປປ ລາວ ອີກ ຈໍານວນ 800.000ໂດສ

Related Posts

ແຈ້ງການ! ຫຼ້າສຸດຈາກເມືອງກາສີ ຂົວຫັກ ຈະໃຊ້ເວລາສ້ອມແປງ 1 ເດືອນ ຂ່າວສານບ້ານເມືອງ
ຂັບມາດ້ວຍຄວາມໄວເສຍຫຼັກຕໍາຂອບທາງ ເ ສ ຍ ຊ ີ ວິ ດ ຄາທີ່ ຂ່າວສານບ້ານເມືອງ
ໂຮງງານຜະລິດ ຢ າ ເລກ 3 ແກ້ຂ່າວເລື່ອງຜະລິດ ຢ າ ປິ່ນປົວຜູ້ ຕິ ດ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ໄຂຂຶ້ນຢ່າງເປັນທາງການແລ້ວ ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນອົງຄະນະພັກ ແຂວງ ໄຊຍະບູລີ ຂ່າວສານບ້ານເມືອງ
ເປີດບັ້ນສອບເສັງຈົບຊັ້ນປະຖົມສຶກສາ ສົກຮຽນ 2019-2020 ທົ່ວ ເມືອງປາກຊັນ ຂ່າວສານບ້ານເມືອງ
ເຕືອນການເດີນທາງເດີ້ ເສັ້ນທາງພູເກົ້າຫຼັກເມືອງນານ-ເມືອງກາສີເປ່ເພໜັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme