Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວ-ຈີນ ເປີດໂຄງການ 4×100 ຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ຊຸດທີ 1

Posted on 31/03/202131/03/2021 By News No Comments on ລາວ-ຈີນ ເປີດໂຄງການ 4×100 ຫຼຸດຜ່ອນຄວາມທຸກຍາກຢູ່ຊົນນະບົດຂອງລາວ ຊຸດທີ 1

ລາວ – ຈີນ ໄດ້ຈັດພິທີເປີດໂຄງການກໍ່ສ້າງ ພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຢູ່ຊົນ ນະບົດຂອງລາວ (ໂຄງການ 4×100) ຊຸດທີ 1 ໂດຍຈະທົດລອງຈັດຕັ້ງປະຕິບັດຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ ດ້ວຍການສະໜອງນໍ້າສະອາດ ໃຫ້ 17 ບ້ານ, ກໍ່ສ້າງສຸກສາລາ 7 ແຫ່ງ, ດຶງໄຟຟ້າເຂົ້າບ້ານ – ຄົວເຮືອນ ໃນ 16 ບ້ານ ແລະ ໂຄງການໂທລະພາບດີຈີຕອນຜ່ານດາວທຽມ ໃຫ້ 30 ບ້ານ ຊຶ່ງໄລຍະເວລາການກໍ່ສ້າງແມ່ນ 18 ເດືອນ.

ເພື່ອເປັນການຊຸກຍູ້ການຜັນຂະຫຍາຍການຕົກລົງເປັນເອກະພາບກັນ ລະຫວ່າງ ການນໍາສູງສຸດ ຂອງສອງປະເທດ ລາວ-ຈີນ ໂດຍຜ່ານການກະກຽມດ້ານຕ່າງໆມາເປັນໄລຍະເວລາສອງປີກວ່າ, ຄະນະ ກຳມະການຮ່ວມມືລາວ-ຈີນ ພ້ອມດ້ວຍ ຄະນະຄຸ້ມຄອງໂຄງການຝ່າຍຈີນ ໄດ້ຮ່ວມກັນຈັດພິທິເປີດການ ກໍ່ສ້າງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວ ຊຸດທີ 1 ຂຶ້ນ ໃນວັນ ທີ 30 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ປະທານຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ຈ່ຽງ ຈ່າຍຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person and standing

ໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດຂອງລາວນີ້ ປະກອບມີ 4 ໜ້າວຽກໃນ 8 ໂຄງການໃຫຍ່ ທີ່ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນທ້າຍປີ 2017. ເນື່ອງຈາກ 4 ວຽກ ຕິດພັນກັນຢ່າງສະໜິດແໜ້ນ ຈຶ່ງໄດ້ເອົາ 4 ໜ້າວຽກ ໂຮມເຂົ້າເປັນໂຄງການດຽວ ເອີ້ນຫຍໍ້ວ່າ: “ໂຄງການ 4×100” ຊຶ່ງທັງ 4 ໜ້າວຽກນີ້ ປະກອບມີ: 1. ການກໍ່ສ້າງລະບົບສະໜອງນໍ້າສະອາດ 100 ບ້ານ; 2. ກໍ່ສ້າງສຸກສາລາ 100 ແຫ່ງ; 3. ດຶງໄຟຟ້າ ເຂົ້າບ້ານ ແລະ ຄົວເຮືອນ 100 ບ້ານ; 4. ຕິດຕັ້ງລະບົບໂທລະພາບດີຈີຕອນຜ່ານດາວທຽມ ໃຫ້ແກ່ປະ ຊາຊົນ ໃນ 100 ບ້ານ.

ໂຄງການ 4×100, ເປັນໂຄງການທໍາອິດທີ່ຈັດຕັ້ງປະຕິບັດ ໂດຍນໍາໃຊ້ຮູບແບບ “ປະເທດໄດ້ຮັບ ການຊ່ວຍເຫຼືອ ເປັນຜູ້ຈັດຕັ້ງປະຕິບັດເອງ” ເນື່ອງຈາກການທີ່ຈະຈັດຕັ້ງປະຕິບັດຕົວຈິງພ້ອມກັນ 400 ໂຄງການບາດດຽວ ແມ່ນເປັນໄປໄດ້ຍາກ. ດັ່ງນັ້ນ, ສອງຝ່າຍ ຈຶ່ງໄດ້ຢຶດຖືບາງຫຼັກການ ຄື: ແບ່ງເປັນໄລຍະ, ແບ່ງເປັນຊຸດ, ເຮັດຢ່າງມີຈຸດສຸມ, ແຕ່ງ່າຍຫາຍາກ, ທັງເຮັດທັງຖອດຖອນບົດຮຽນໄປ ນໍາ ໂດຍມີເປົ້າໝາຍປະຕິບັດໃຫ້ໄດ້ຄົບທຸກໆແຂວງຂອງປະເທດລາວ.

ສະເພາະໃນຊຸດທີ 1 ນີ້ ຈະໄດ້ທົດລອງຈັດຕັ້ງປະຕິບັດ ຢູ່ 2 ແຂວງກ່ອນ ຄື: ແຂວງ ຫຼວງພະບາງ ແລະ ແຂວງວຽງຈັນ; ໃນນີ້ ມີໂຄງການສະໜອງນໍ້າສະອາດ ຈໍານວນ 17 ບ້ານ, ໂຄງການກໍ່ສ້າງສຸກສາລາ (ໂຮງໝໍນ້ອຍ) ຈໍານວນ 7 ແຫ່ງ, ໂຄງການດຶງໄຟຟ້າເຂົ້າບ້ານ ແລະ ຄົວເຮືອນ ຈໍານວນ 16 ບ້ານ ແລະ ໂຄງການໂທລະພາບດີຈີຕອນຜ່ານດາວທຽມ ຈໍານວນ 30 ບ້ານ, ມີໄລຍະເວລາການກໍ່ສ້າງ ລວມທັງໝົດ 18 ເດືອນ ໂດຍແມ່ນ ກຸ່ມບໍລິສັດ ລົງທຶນ-ກໍ່ສ້າງ ຮຸ້ນສ່ວນ ຈໍາກັດ ແຂວງຢູນນານ ສປ ຈີນ ຮັບເໝົາກໍ່ສ້າງ. ພາຍຫຼັງເລີ່ມຈັດຕັ້ງປະຕິບັດ ຊຸດທີ 1 ແລ້ວ ກໍສາມາດສືບຕໍ່ກຳນົດໂຄງການທີ່ຈະປະຕິບັດໃນ ຊຸດທີ 2 ແລະ ຊຸດຕໍ່ໆໄປຕາມຄວາມເໝາະສົມ.

ທ່ານ ນາງ ເຂັມມະນີ ພົນເສນາ ແລະ ທ່ານ ຈ່ຽງ ຈ່າຍຕົ່ງ ກໍໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນ ແລະ ໂອ້ລົມບາງດ້ານ ເພື່ອເຮັດໃຫ້ການກໍ່ສ້າງຕົວຈິງສາມາດປະຕິບັດໄດ້ຢ່າງມີປະສິດທິຜົນສູງ ໂດຍເນັ້ນໃຫ້ ບໍລິສັດຮັບເໝົາກໍ່ສ້າງ ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສຳເລັດໜ້າທີ່ອັນສຳຄັນທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ຖືກມອບໝາຍນີ້ຢ່າງຈົບງາມ, ທັງຮັບປະກັນຄຸນນະພາບ ແລະ ເຮັດໃຫ້ປະຊາຊົນສາມາດນໍາໃຊ້ ໄດ້ຢ່າງມີປະສິດທິຜົນສູງສຸດ.

(ຂ່າວ: ສຸກສະຫວັນ, ພາບ: ສຳນານ)

ຂ່າວສານບ້ານເມືອງ

Post navigation

Previous Post: ກອງຮ້ອຍ 154 ເປີດອົບຮົມ – ຫັດແອບ ປະຈໍາປີ 2021
Next Post: ເຈົ້າແຂວງສາລະວັນ ນຳພາ ທ່ານ ຈ້າວເຫີວຍ ໄປເບິ່ງເຂດເໝາະສົມແກ່ການລົງທຶນ

Related Posts

ກຽມຄວາມພ້ອມຮັກສາຄວາມປອດໄພ ຕາມເສັ້ນທາງ ລົດໄຟ ລາວ-ຈີນ ຂ່າວສານບ້ານເມືອງ
ສະພາການຄ້າແຂວງ ຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ 3 ວັດຂອງແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ອ່ານດ່ວນ ການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ໃນປີ 2022 ຂ່າວສານບ້ານເມືອງ
ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ຖືກກຸ່ມຄົນບໍ່ດີລັກລອບຂູດເຈາະ ເຮັດໃຫ້ບາງສ່ວນໄດ້ຮັບຄວາມເສຍຫາຍ ຂ່າວສານບ້ານເມືອງ
ຫຼາຍພາກສວ່ນຍັງຄົງເດີນທາງ ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ເມືອງສອງຄອນ ແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ຂໍແຈ້ງ ປະກາດຫາຄູ່ກໍລະນີ ຕໍ າ ຄົ ນ ເ ສ ຍ ຊີ ວິ ດ ແລ້ວໜີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme