Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະທັບໃຈ! ກອງອາສາສະໝັກຊາວໜຸ່ມຕະລຸມບອນຈັດກິດຈະກຳອະນາໄມສາຍແມ່ນ້ຳຊອງ

Posted on 31/03/202131/03/2021 By News No Comments on ປະທັບໃຈ! ກອງອາສາສະໝັກຊາວໜຸ່ມຕະລຸມບອນຈັດກິດຈະກຳອະນາໄມສາຍແມ່ນ້ຳຊອງ

ໃນທາມກາງບັນຍາກາດທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວ ພ້ອມກັນສະເຫຼີມສະຫຼອງວັນສ້າງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ວັນທີ 22 ມີນາ 1955- 22 ມີນາ 2021 ແລະ ອິກຢ່າງໜື່ງກໍເປັນການສ້າງຂະບວນການຕ້ອນຮັບວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ 14 ເມສາ ທີຈະມາຮອດໃນໝໍ້ໆນີ້ ອິກຢ່າງກໍເປັນການສົ່ງເສີ່ມການທ່ອງທ່ຽວຕິດພັນກັບການຮັກສາສິ່ງແວດລ້ອມ ເວົ້າລວມ ເວົ້າສະເພາະກໍຄືເປັນການຮັກສາແຫຼ່ງທ່ອງທ່ຽວຂອງເມືອງວັງວຽງຂອງພວກເຮົາໃຫ້ຢືນຍົງຕະຫຼອດໄປ.

May be an image of 1 person and body of water

.

May be an image of one or more people, people standing and body of water

.

May be an image of one or more people and body of water

ມາໃນວັນທີ 27 ມີນາ 2021 ນີ້, ຢູ່ທີ່ ຈຸດປ່ອຍກົງເບັງ ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ, ໄດ້ຈັດ ກິດຈະກຳອະນາໄມສາຍແມ່ນ້ຳຊອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີສຸພັນ ວັດທະນາວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີທ່ານ ນາງ ເກດສະໜາ ບຸນໄທ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງວັງວຽງພ້ອມດ້ວຍຄະນະ, ມີບັນດາພະນັກງານຫ້ອງການທີ່ກ້ຽວຂ້ອງ, ສະມາຄົມນັກທຸລະກິດໜຸ່ມເມືອງ,ບໍລິສັດ ອີໂອກຣີນ ຈຳກັດຜູ້ດ່ຽວ ສຳປະທານເກັບມ້ຽນຂີ້ເຫຍື້ອເມືອງ ແລະ ອາສາສະໜັກເຂົ້າຮ່ວມ 176 ຄົນ, ຍິງ 91 ຄົນ.

May be an image of nature and lake

.

May be an image of 4 people, people standing and body of water

.

May be an image of 1 person, standing and body of water

ທ່ານ ສີສຸພັນ ວັດທະນາວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງໄດ້ໃຫ້ກຽດຂື້ນເປີດພິທີພ້ອມທັງມີຄຳເຫັນວ່າ: ເນື່ອງຈາກວ່າສາຍແມ່ນ້ຳຊອງເປັນສາຍນ້ຳ ທີ່ມີຄວາມສຳຄັນຫຼາຍ ປຽບເໝືອນເສັ້ນເລືອດໃຫຍ່ ຂອງຊາວເມືອງວັງວຽງ ໃນການການພັດທະນາ ເສດຖະກິດ ທາງດ້ານການທ່ອງທ່ຽວ ບັນດາກິດຈະກຳທາງນ້ຳ ເປັນຕົ້ນແມ່ນ ກິດຈະກຳລ່ອງເຮືອກາຍັກ, ລ່ອງກົງເບັງ, ຂີ່ເຮືອຈັກຫາງຍາວ ທ່ຽວຊົມທຳມະຊາດ ເຊິງເປັນທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ເມືອງວັງວຽງ ນັບມື້ຫຼາຍພ້ອມນັ້ນ ກໍ່ເປັນການສ້າງລາຍຮັບ ເສດຖະກິດຄອບຄົວໃຫ້ກັບພໍ່ແມ່ປະຊາຊົນ ຊາວເມືອງວັງວຽງ.

May be an image of nature and body of water

.

May be an image of 2 people and body of water

.

May be an image of 1 person and body of water

ການອະນາໄມໃນຄັ້ງນີ້ ແມ່ນໄດ້ຮັບການອຸປະຖຳຈາກບໍລິສັດເສດຖາ ທຣານສະປອນ ຈຳກັດ ຄື:ເສື້ອນຸ່ງ ຈຳນວນ 80 ຜືນແລະຜ້າໄວນີ້ວ ລວມມູນຄ່າ 3 ລ້ານກີບ, ໂດຍກອງອາສາສະໝັກຊາວໜຸ່ມຕະລຸມບອນສົມທົບກັບອາດີດນັກສຶກສາໂຮງຮຽນມໍປາຍວັງວຽງລຸ່ນປີ 2000-2002 ເປັນເຈົ້າພາບໃນການ ພົວພັນປະສານ ສົມທົບ ກັບບັນດາຫ້ອງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ຫ້ອງການຊາວໜຸ່ມເມືອງວັງວຽງ ໃນການຈັດຕັ້ງປະຕິບັດ ສ້າງຂະບວນການເຮັດອານາໄມລຽບຕາມແຄມສາຍແມ່ນ້ຳຊອງ ແລະ ເພື່ອເປັນການ ເກັບມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເປັນຕົ້ນແມ່ນ ບັນດາເສດກະປ໋ອງ, ແກ້ວ, ຖົງຢາງປະລາສະຕິກ, ກິ່ງໄມ້ ແລະ ອື່ນໆ ທີ່ຢູ່ລຽບຕາມ 2 ຝາກຝັ່ງຂອງແມ່ນ້ຳຊອງ.

May be an image of 1 person, outdoors and text that says 'feelfree Free'

.

May be an image of one or more people and body of water

.

May be an image of body of water and tree

.

May be an image of 1 person, standing, road and mountain

.

May be an image of one or more people, people standing, people sitting and outdoors

ນັບແຕ່ ບ້ານພູດິນແດງ ຈົນຮອດບ້ານວຽງແກ້ວ ( ຂົວຂ້າມນ້ຳຊອງ ) ແລະ ລຽບຕາມແຕມທາງຂົວແດງບ້ານຫ້ວຍສະເຫງົ້າຫາບ້ານສະຫວ່າງໂດຍໄດ້ມີການແບ່ງເປັນຈຸອະນາໄມ ເພື່ອເຮັດໃຫ້ຂອບເຂດບໍລິເວນສາຍນ້ຳຊອງມີຄວາມສະອາດງາມຕາ, ມີຄວາມເປັນລະບຽບຮຽບຮ້ອຍ, ພ້ອມນັ້ນກໍ່ເປັນການປຸກຈິດສຳນຶກໃຫ້ແກ່ຊາວເມືອງ ຈົ່ງພ້ອມໃຈກັນ ອະນຸລັກປົກປັກຮັກສາສາຍແມ່ນ້ຳຊອງ ດ້ວຍການບໍ່ຖິ້ມສິ່ງເສດເຫຼືອຊະຊາຍລົງໃສ່ນ້ຳຊອງ, ບໍ່ປ່ອຍນ້ຳເສຍລົງສູ່ຫ້ວຍຮ່ອງໂດຍບໍ່ໄດ້ຮັບການບໍາບັດ, ບໍ່ຕັດໄມ້ລຽບຕາມ

May be an image of one or more people, people standing and outdoors

.

May be an image of 1 person and body of water

.

May be an image of one or more people and body of water

ບໍລິເວນນ້ຳຊອງ ແລະ ປ່າຍອດນ້ຳ ເພື່ອເຮັດໃຫ້ສາຍແມ່ນ້ຳຊອງຢູ່ຄູ່ກັບຊາວເມືອງວັງຕະຫຼອດໄປ ໃຫ້ສົມກັບຄຳຂວັນຂອງເມືອງທີ່ວ່າ “ ວັງວຽງມີສາຍນ້ຳໄຫຼ ປ່າໄມ້ສີຂຽວ ທ່ອງທ່ຽວປອດໄພ ນ້ຳໃຈຊາວເມືອງປະເສີດ“ ແລະໃຫ້ສອດຄ່ອງກັບຄຳຂວັນ 4 ສໍ ຂອງເມືອງວາງອອກຄື:( ສໍ ສະຫງົບ, ສໍ ສີຂຽວ, ສໍ ສະອາດ ແລະ ສໍ ສະເໜ່ ).

May be an image of outdoors

.

May be an image of 1 person and body of water

ຄຣິບ

ຂ່າວ:ເມືອງວັັງວຽງ

ຂ່າວສານບ້ານເມືອງ

Post navigation

Previous Post: ສ.ຣັດເຊຍ ເກັບກູ້ ລ ະ ເ ບີ ດ ບໍ່ທັນແຕກ 1.​000 ກວ່າໜ່ວຍ ຢູ່ແຂວງ ຊຽງແຂວງ
Next Post: ກອງຮ້ອຍ 154 ເປີດອົບຮົມ – ຫັດແອບ ປະຈໍາປີ 2021

Related Posts

ແຈ້ງຂ່າວ ທາງພູເກົ້າຫຼັກດິນເຈື່ອນຕັນທາງ ຂ່າວສານບ້ານເມືອງ
ເປີດໂຮງງານຜະລິດ ແລະ ຈຳໜ່າຍທາດ ລ ະ ເ ບີ ດ ອຸດສາຫະກຳ ຂ່າວສານບ້ານເມືອງ
ປະກາດຮັບຮອງ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ເປັນແຂວງ 4 ບຸກ ປີທີ III ຂ່າວສານບ້ານເມືອງ
ກັກໂຕຊາຍໃຈກ້າ ລັ ກ ເຫຼັກຕາມເສັ້ນທາງລົດໄຟ ຂ່າວສານບ້ານເມືອງ
ສະໜາມຊຽງຂວາງເກມພ້ອມຈັດການແຂ່ງຂັນກິລາແຫ່ງຊາດ  ຂ່າວສານບ້ານເມືອງ
ເມືອງລະຄອນເພັງສໍາເລັດການສະເຫຼີມສະຫຼອງວັນຊາດທີ2ທັນວາຄົບຮອບ45ປີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme