Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງບໍ່ແຕນ ແຂວງໄຊຍະບູລີ ທຳລາຍອາຫານທະເລ

Posted on 26/03/202126/03/2021 By News No Comments on ເມືອງບໍ່ແຕນ ແຂວງໄຊຍະບູລີ ທຳລາຍອາຫານທະເລ

ໃນຕອນເຊົ້າຂອງວັນທີ 26 ມີນາ 2021 ນີ້ ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງ ບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍອາຫານທະເລສົດ ແລະ ແຊ່ງແຂງ ຂຶ້ນຢູ່ທີສະໜາມຖີ້ມຂີ້ເຫຍື້ອຂອງເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຊູ ໄຊຍະພູມ ຮອງຫົວໜ້າອຸດສະຫະກຳ ແລະ ການຄ້າເມືອງ ພ້ອມດ້ວຍພະນັກງານວິຊາການຫ້ອງການທີ່ກ້ຽວຂ້ອງເຂົ້າຮ່ວມຢ້າງພ້ອມພຽງ ໂດຍການປະຕິບັດຕາມແຈ້ງການຂອງພະແນກອຸດສະຫະກຳ ແລະ ການຄ້າແຂວງໄຊຍະບູລີສະບັບເລກທີ 2240/ອພຄ,ຊຍ ວ່າດ້ວຍການຫ້າມນຳເຂົ້າຊົ່ວຄາວອາຫານທະເລທຸກປະເພດສົດ ແລະ ແຊ່ງແຂງ ຈາກຣາດຊະອານາຈັກໄທ ແລະ ປະຕິບັດຕາມແຈ້ງການຂອງທ່ານເຈົ້າເມືອງບໍ່ແຕນ ສະບັບເລກທີ 547/ຈມ,ບຕລົງວັນທີ 25 ທັນວາ 2020 ວ່າດ້ວຍການສືບຕໍ່ປະຕິບັດມາດຕະການຜ່ອນຜັນ ແລະ ປ້ອງກັນຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ

May be an image of 5 people, people standing, outdoors and tree

.

May be an image of crustacean

ດັ່ງນັ້ນໃນວັນທີ 23 ມີນາ 2021 ຫ້ອງການອຸດສະຫະກຳ ແລະ ການຄ້າເມືອງໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງລົງກວດກາຕົວຈິງຢູ່ຕາມຮ້ານອາຫານຕ່າງ ໃນທົ່ວເມືອງບໍ່ແຕນ ເຊິ່ງສາມາດກວດພົບ ແລະ ຍຶດອາຫານທະເລທີ່ຫ້າມນຳເຂົ້າ ແລະ ຈຳນ່າຍໄດ້ດັ່ງນີ້: ປາມຶກ 4 ຖົງ , ກຸ້ງ 5 ກິໂລ ແລະ ປູມ້າ 2 ກິໂລ ລວມມູນຄ່າທັງໝົດ 350 000 ກີບ ມາຮອດວັນທີ 26 ມີນາ 2021 ນີ້ຈຶ່ງໄດ້ຈັດພິທີທຳລາຍສິນຄ້າຕ້ອງຫ້າມດັ້ງກ່າວ.

May be an image of food

ຂ່າວ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ແຈ້ງການ ໂຈະ ແລະ ກວດຄືນດິນເຂດປ່າສະຫງວນ ທົ່ວປະເທດ
Next Post: ພົບການຖິ້ມຂີ້ເຫຍື້ອຊະຊາຍຈຳນວນຫຼາຍແຕ່ແຍກຕະຫລາດດົງຫມາກຄາຍ ຫາເສັ້ນທາງເຂົ້າບ້ານດົງຫມາກຄາຍ​ ເມືອງໄຊທານີ

Related Posts

ໄຂກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ຂ່າວສານບ້ານເມືອງ
ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບເຮັດວຽກຢູ່ ສູນວິໄຈໝື້ສົ່ງ-ທ າ ດ ລ ະ ເ ບີ ດ ຂ່າວສານບ້ານເມືອງ
ເຊບັງຫຽງເລີ່ມລົດລົງຢ່າງຕ່ໍເນື່ອງ ປະຊາຊົນເລີ່ມມີຫວັງທີ່ຈະກັບໄປໃຊ້ຊີວິດຢ່າງປົກກະຕິ ຂ່າວສານບ້ານເມືອງ
ໂອໄມຄຣອນ ລະບາດໜັກໃນຢູໂຣບ ຫຼາຍປະເທດອອກປະກາດ ມາດຕະການເຂັ້ມງວດຄືນ ຂ່າວສານບ້ານເມືອງ
ລົດຈັກຕົກຂົວນໍ້າເຄັມ ທ່າງ່ອນ ເສຍຊິວິດຄາທີ່ ຊາຍ 3 ຄົນ ຂ່າວສານບ້ານເມືອງ
ກະຊວງສຶກສາທິການ ແລະ ກິລາແຈ້ງການ! ສືບຕໍ່ໂຈະການຮຽນ-ການສອນ ໃນຂອບເຂດທົ່ວປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme