ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ພ້ອມພາກສ່ວນທີ່ກ່ຽວຂ້ອງໄດ້ລົງເຄື່ອນ ໄຫວຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ, ນໍ້າກົງ 1, ນໍ້າກົງ 2 ແລະ ນໍ້າກົງ 3 ເມື່ອບໍ່ດົນມານີ້ ເພື່ອຊຸກຍູ້ຕິດຕາມ ແລະ ຫາລືການແກ້ໄຂຜົນກະທົບຈາກການສ້າງເຂື່ອນດັ່ງກ່າວ ໂດຍໄດ້ຮັບ ການຕ້ອນຮັບຂອງບັນດາຜູ້ຈັດການບໍລິສັດທັງ 3 ເຂື່ອນໄຟຟ້າດັ່ງກ່າວ.

ໂອກາດດຽວກັນທ່ານຮອງເຈົ້າແຂວງອັດຕະປືກໍໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການດໍາເນີນ ໂຄງການເຂື່ອນໄຟຟ້ານ້ຳກົງ 1, 2, 3 ຊຶ່ງໃນໄລຍະຂອງການດໍາເນີນການພັດທະນາໂຄງການທາງບໍລິ ສັດ ໄດ້ເອົາໃຈໃສ່ຕໍ່ກັບວຽກງານຄວາມປອດໄພ ໂດຍສະເພາະແມ່ນການກໍ່ສ້າງຄູກັນນໍ້າ, ການປັບປຸງບັນ ດາໂຄງສ້າງຂອງເຂື່ອນ, ການບໍລິຫານຈັດການນໍ້າໃນອ່າງຂອງໂຄງການ ລວມທັງວຽກງານດ້ານອື່ນໆ ແມ່ນເຮັດໄດ້ດີ ແລະ ປະຕິບັດຕາມຄຳເຫັນແນະນຳຂອງຊ່ຽວຊານສາກົນທີ່ປະຈໍາໂຄງການ
ພ້ອມນັ້ນຍັງ ໄດ້ເພີ່ມມາດຕະການກວດກາເຂື່ອນທຳມະຊາດຂອບອ່າງເກັບນໍ້າທີ່ເປັນພູທຳມະຊາດ, ການຕິດຕັ້ງອຸປະ ກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຢູ່ເຮືອນຈັກ, ພິເສດທາງໂຄງການເຂື່ອນໄຟຟ້ານໍ້າກົງ 1 ນໍ້າກົງ 2 ແລະ ນໍ້າກົງ 3 ແມ່ນໄດ້ຖືສໍາຄັນຕາມລະບຽບກັກເກັບນໍ້າຢ່າງເຂັ້ມງວດ, ຮັບປະກັນບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ, ສ່ວນການປະຕິບັດພັນທະຕ່າງໆແມ່ນໄດ້ຊຳລະເປັນປົກກະຕິ ແລະ ມີການຄາດເຄື່ອນເປັນບາງງວດ-ບາງເວລາ ຍ້ອນສະພາບການລະບາດຂອງພະຍາດໂຄວິດ19, ພ້ອມນັ້ນທາງໂຄງການຍັງມີແຜນການຈະໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການກໍ່ ສ້າງເຂື່ອນໄຟຟ້າທັງສາມແຫ່ງດັ່ງກ່າວຢ່າງເຕັມທີ່.

ໂອກາດດັ່ງທ່ານ ທະນູໄຊ ບັນຊາລິດ ໄດ້ເນັ້ນໃຫ້ບໍລິສັດຈົ່ງເອົາໃຈໃສ່ໃນການກໍ່ສ້າງເຂື່ອນດັ່ງ ກ່າວໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ກຳນົດໄວ້, ພ້ອມທັງເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງປະ ຊາຊົນທີ່ຖືກຜົນກະທົບ ໂດຍສະເພາະແມ່ນຄອບຄົວ ແລະ ບ້ານທີ່ຖືກຍົກຍ້າຍ, ເຮັດໃຫ້ກຸ່ມຄົນເຫຼົ່າ ນີ້ມີອາຊີບທີ່ໝັ້ນທ່ຽງ ແລະ ຄົງທີ່, ເຮັດໃຫ້ປະຊາຊົນມີລາຍຮັບທີ່ແນ່ນອນ, ຈາກນັ້ນທ່ານຮອງເຈົ້າແຂວງ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຢາມເບິ່ງໜ້າວຽກການກໍ່ສ້າງຕົວຈິງຢູ່ສັນເຂື່ອນ ແລະ ອຸມົງເຂື່ອນຕື່ມອີກ.
(ຂ່າວ: ສີຫົງ)