Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ ເພື່ອການຄົ້ນຄວ້າ

Posted on 26/03/202126/03/2021 By News No Comments on ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ ເພື່ອການຄົ້ນຄວ້າ

ກອງກວດກາປ່າໄມ້ ແຂວງຄຳມ່ວນ ໄດ້ຈັດພິທີ ມອບ-ຮັບ ຊາກເສືອໂຄ່ງ ຈຳນວນ 3 ໂຕ ໃຫ້ແກ່ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ (ມຊ) ຊຶ່ງຈັດຂຶ້ນໃນວັນທີ 24 ມີນາ ຜ່ານມາ ທີ່ແຂວງຄໍາມ່ວນ, ໃຫ້ກຽດກ່າວມອບໂດຍ ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະ ແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ແລະ ກ່າວຮັບໂດຍ ທ່ານ ສີທອງ ທອງມະນີວົງ ຮອງຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມຊ, ມີຜູ້ຕາງໜ້າຈາກກົມປ່າໄມ້, ບັນດາອົງການຕຸລາການ ແຂວງ, ເຈົ້າໜ້າທີ່ ປກຊ-ປກສ ແຂວງ ຕະຫຼອດເຖິງພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of one or more people, people standing and outdoors

ຊາກເສືອໂຄ່ງຈຳນວນ 3 ໂຕນີ້ ແມ່ນເຈົ້າໜ້າທີ່ ປກສ ແລະ ເຈົ້າໜ້າທີ່ກອງກວດກາປ່າ ໄມ້ແຂວງຢຶດມາໄດ້ຈາກຜູ້ປະກອບການ ທີ່ກໍາລັງລັກລອບຂົນສົ່ງຢູ່ທີ່ເມືອງຍົມມະລາດ ແຂວງຄຳ ມ່ວນ ໃນວັນທີ 12 ມັງກອນ 2018 ຊຶ່ງແຕ່ລະໂຕແມ່ນຢູ່ໃນສະພາບທີ່ຕາຍແລ້ວ ແລະ ຖືກຄົວ ເອົາເຄື່ອງໃນອອກຈົນໝົດ, ລວມມີນໍ້າໜັກທັງໝົດ 434 ກິໂລ. ຈາກນັ້ນ, ເຈົ້າໜ້າທີ່ກ່ຽວຂ້ອງກໍ ໄດ້ສືບສວນ-ສອບສວນເຖິງທີ່ໄປທີ່ມາຂອງສັດ ພ້ອມທັງໄດ້ນຳຕົວຜູ້ກະທຳຜິດມາດຳເນີນຄະດີຕາມລະ ບຽບກົດໝາຍ. ຕໍ່ມາໃນໄລຍະໜຶ່ງກໍຈັດກອງປະຊຸມຂຶ້ນທີ່ກົມກວດກາປ່າໄມ້ ແລະ ກອງປະຊຸມກໍ ໄດ້ຕົກລົງເຫັນດີມອບຊາກເສືອດັ່ງກ່າວໃຫ້ແກ່ ມຊ ເພື່ອນຳໄປສຶກສາຄົ້ນຄວ້າ.

May be an image of one or more people, people standing and people sitting

ທ່ານ ສີທອງ ທອງມະນີວົງ ໄດ້ກ່າວຕໍ່ພິທີວ່າ: ໃນການທີ່ແຂວງຄຳມ່ວນ ໄດ້ມອບ ຊາກເສືອໃຫ້ແກ່ ມຊ ຄັ້ງນີ້ ແມ່ນເປັນການມອບຊັບສົມບັດທີ່ລໍ້າຄ່າທີ່ສຸດ ໂດຍສະເພາະໃນແງ່ຂອງ ການສຶກສາຄົ້ນຄວ້າ ຊຶ່ງທາງ ມຊ ຈະໄດ້ນຳເອົາຕົວຢ່າງເສືອໄປທົດລອງສຶກສາ, ຄົ້ນຄວ້າ ພ້ອມທັງ ມີການບັນທຶກເປັນຂໍ້ມູນ ເພື່ອໃຫ້ນັກສຶກສາ, ນັກຄົ້ນຄວ້າ ກໍຄືສັງຄົມໄດ້ສຶກສາ, ຮຽນຮູ້ ແລະ ນຳໄປ ເປັນບົດຮຽນ ເພື່ອຮັບໃຊ້ເຂົ້າໃນການສິດສອນ-ຮຽນຮູ້. ສ່ວນທາງດ້ານໂຄງກະດູກ ແລະ ຊິ້ນສ່ວນເນື້ອ ໜັງ ກໍຈະຮັກສາໄວ້ໃນລັກສະນະທີ່ເປັນຊົງເດີມ ເພື່ອເປັນການອະນຸລັກໃຫ້ແກ່ຄົນຮຸ່ນຫຼັງໄດ້ເບິ່ງ ແລະ ສຶກສາຄົ້ນຄວ້າຕໍ່ໄປ.

May be an image of big cat

.

May be an image of big cat and outdoors

(ຂ່າວ-ພາບ: ອາດສະພັງທອງ)

ຂ່າວສານບ້ານເມືອງ

Post navigation

Previous Post: ແຕ່ງຕັ້ງ ທ່ານ ນາງ ໃບຄຳ ຂັດທິຍະ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ໃໝ່
Next Post: ຮອງເຈົ້າແຂວງອັດຕະປື ລົງຕິດຕາມໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1.2.3

Related Posts

ບໍ່ແກ້ວ ສຳເລັດດຳເນີນດຳເນີນຊີວິດການເມືອງ ຕິດພັນກັບການທາບທາມຮອບ III ຂ່າວສານບ້ານເມືອງ
ເມືອງຫົງສາ ໄດ້ຮັບຜົນເສຍຫາຍຈາກໄພນ້ຳຖວ້ມ 191 ລ້ານກວ່າກີບ ຂ່າວສານບ້ານເມືອງ
ຮອງນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ແຂວງຊຽງຂວາງ ຂ່າວສານບ້ານເມືອງ
ຕົກຍາມໃດ ຖ້ວມຍາມນັ້ນ ທາງເບຕົງ ເລກ 10 ເຂດ ໂນນສະອາດ (ມີຄລິບ) ຂ່າວສານບ້ານເມືອງ
ຮອງເຈົ້າແຂວງຈຳປາສັກ ຊຸກຍູ້ການ
ຜະລິດ-ການທ່ອງທ່ຽວ ເມືອງປາກຊ່ອງ
ຂ່າວສານບ້ານເມືອງ
ໂຮມແຮງຮ່ວມໃຈ ປູກຕົ້ນໄມ້ ທີ່ ບ້ານຈັດສັນຫ້ວຍຫອຍ ເມືອງວຽງທອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme