Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຕ່ງຕັ້ງ ທ່ານ ນາງ ໃບຄຳ ຂັດທິຍະ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ໃໝ່

Posted on 25/03/202125/03/2021 By News No Comments on ແຕ່ງຕັ້ງ ທ່ານ ນາງ ໃບຄຳ ຂັດທິຍະ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ໃໝ່

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ຜູ້ໃໝ່ລະຫວ່າງ ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ທ່ານນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຮສສ ເປັນລັດຖະມົນຕີກະຊວງ ຮສສ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 24 ມີນານີ້, ທີ່ເຮືອນຮັບແຂກກະຊວງ ຮສສ, ເປັນກຽດເຂົ້າຮ່ວມຂອງທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person and standing

ທ່ານ ວຽນທອງ ສິງຄຳພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານເອກະສານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 06 ລົງວັນທີ 24 ມີນາ 2021, ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 20 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ອີງຕາມການຕົກລົງໃນກອງປະຊຸມຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຄັ້ງ ວັນທີ 24-25 ກຸມພາ 2021, ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ II, ສະໄໝທີ XI , ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 87/ຄຈສພ, ລົງວັນທີ 23 ມີນາ 2021 ກົມການເມືອງສູນກາງພັກອອກຄຳສັ່ງຍົກຍ້າຍສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະ ມົນຕີກະຊວງ ຮສສ ໄປຮັບໜ້າທີ່ໃໝ່ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ຈາກນັ້ນກົມການເມືອງສູນກາງພັກຈຶ່ງໄດ້ຕົກລົງແຕ່ງຕັ້ງທ່ານນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ກະຊວງຮສສ ເປັນລັດຖະມົນຕີ ກະຊວງຮສສ.

ໃນພິທີທ່ານ ນາງ ສີໃສ ລືເດດມູນສອນ ກໍໄດ້ມີຄຳເຫັນບາງຕອນວ່າ: ການຈັດພິທີມອບ-ຮັບໜ້າທີ່ຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດເພື່ອເປັນການຊັບຊ້ອນພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ເພື່ອໃຫ້ເໝາະສົມກັບສະພາບໃນປັດຈຸບັນ ເພື່ອເປັນການບັນຊາວຽກໃຫ້ມີໝາກຜົນດີກວ່າເກົ່າ, ດັ່ງນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ການໄປຮັບໜ້າທີ່ໃໝ່ຂອງທ່ານ ຄຳແພງ ໄຊສົມແພງ ມີຄວາມເໝາະສົມເພື່ອເສີມຂະຫຍາຍບົດຮຽນໃນການບັນຊາວຽກງານໃນກະຊວງອຸດສາຫະກຳ ແລະ ການຄ້າມີຜົນສຳເລັດ, ສຳລັບທ່ານນາງ ໃບຄຳ ຂັດທິຍະ ທີ່ໄດ້ຖືກມອບໝາຍໃຫ້ມາຮັບໜ້າທີ່ໃໝ່ໃນມື້ນີ້ເຫັນວ່າມີຄວາມສອດຄ່ອງ ເປັນພະນັກງານທີ່ໜຸ່ມແໜ້ນ ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີບົດຮຽນ, ປະສົບການເຊື່ອໝັ້ນວ່າເໝາະສົມໃນການບັນຊາເຮັດວຽກຮ່ວມກັບໝູ່ຄະນະເພື່ອສືບຕໍ່ເສີມຂະຫຍາຍເຮັດໃຫ້ວຽກງານແຮງງານມີຜົນສຳເລັດເປັນກ້າວໆ.

ຂ່າວ-ພາບ: ພູວັນ

ຂ່າວສານບ້ານເມືອງ

Post navigation

Previous Post: ຕ້ອງແກ້ໄຂຢ່າງເດັດຂາດຕໍ່ບັນຫາຫຼິ້ນເກມພະນັນອອນລາວຢູ່ຕາມຮ້ານອິນເຕີເນັດຄາເຟ່
Next Post: ຄຳມ່ວນ ມອບຊາກເສືອໂຄ່ງ 3 ໂຕ ໃຫ້ແກ່ ມຊ ເພື່ອການຄົ້ນຄວ້າ

Related Posts

ປ້ອງກັນ Covid-19 ໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ສົກຮຽນ 2019-2020 ຂ່າວສານບ້ານເມືອງ
ອ່າງນ້ຳຊ່ວງ ສະເຫນ່ຂອງທໍາມະຊາດທີ່ຕ້ອງໄປສໍາຜັດ ຂ່າວສານບ້ານເມືອງ
ຊົມເຊີຍ! ແພດໝໍ ທີມ 2 ໂຮງໝໍແຂວງຫຼວງພະບາງ ປະຕິບັດໜ້າທີມຄົບ 7 ວັນ, ກັກຕົນເອງຕໍ່ອີກ 14 ວັນ ກ່ອນພົບຄອບຄົວ ຂ່າວສານບ້ານເມືອງ
ການນໍາຂັ້ນສູງ ວາງພວງມາລາຢູ່ອະນຸສາວະລີ ນັກຮົບນິລະນາມ ແລະ ກະຕ່າດອກໄມ້ ຢູ່ພິພິທະພັນ ປະທານໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ທ່ານສີຈິ້ນຜິງ ຂໍສະແດງຄວາມຂອບໃຈຕໍ່ປະຊາຊົນອູຮັ້ນໃນການຕໍ່ສູ້ອັນຂ້ຽວຂາດຄັ້ງນີ້, ປະຊາຊົນອູຮັ້ນປະຕິບັດຕາມການຈັດຕັ້ງໂດຍລວມ, ບໍ່ຢ້ານຕໍ່ຄວາມຍາກລຳບາກ ຂ່າວສານບ້ານເມືອງ
ລັດຖະບານບໍ່ເຫັນດີຂາຍຮຸ້ນທະນາຄານການຄ້າໃຫ້ບໍລິສັດພູສີກຣຸບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme