Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປິດປາກ ເ ດັ ກ ຢ້ານບອກພໍ່ແມ່ ຍ້ອນລັກເຂົ້າເຮືອນ

Posted on 25/03/202125/03/2021 By News No Comments on ປິດປາກ ເ ດັ ກ ຢ້ານບອກພໍ່ແມ່ ຍ້ອນລັກເຂົ້າເຮືອນ

ໃນວັນທີ 16 ມີນາ 2021, ເວລາປະມານ 19:00 ໂມງ ໄດ້ມີຄົນຮ້າຍ ຄ າ ດ ຕ ະ ກຳ ນາງ ມີນາ ອາຍຸ 12 ປີ ນັກຮຽນບ້ານປາກຊ້າງ ເມືອງສຸຂຸມແຂວງຈໍາປາສັກ. ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສັນນະສູດສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນຫຼັກຖານຕົວຈິງ. ມາຮອດເວລາ 20:00 ໂມງ ຈຶ່ງສາມາດກັກ ຕົວ ທ້າວ ນາ ອາຍຸ 24 ປີ ຄົນບ້ານດຽວກັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ກໍ່ເຫດສາລະພາບວ່າ: ໃນວັນທີ 16 ມີນາ 2021, ເວລາປະມານ 17:00 ໂມງ ຕົນໄດ້ຍ່າງອອກຈາກເຮືອນ ເພື່ອຈະໄປຊອກຫາດື່ ມ ເ ຫຼົ້ າ ພໍໄປຮອດຮ້ານຂາຍເຄື່ອງຢູ່ບ້ານດຽວກັນ ກໍໄດ້ເຂົ້າໄປຊື້ເຫຼົ້າຂາວ 1 ແກ້ວ ແລ້ວດື່ມຍ່າງເລາະໄປຕາມທາງຄົນດຽວ. ມາຮອດເວລາ 18:00 ໂມງ ເກີດມີແນວຄິດຢາກໄດ້ເງິນ ເພື່ອໄປໃຊ້ໜີ້ຄ່າເຫຼົ້າ; ພໍຍ່າງໄປຮອດເຮືອນຫຼັງໜຶ່ງໄດ້ສັງເກດເຫັນຄົນຂາຍເຄື່ອງຢູ່ໜ້າເຮືອນ ຈຶ່ງໄດ້ຍ່າງໄປທາງຫຼັງປີນກຳແພງຂຶ້ນເຮືອນ. ເວລານັ້ນ, ໄດ້ເຫັນພ້າຢູ່ເທິງກຳແພງ ຈຶ່ງຖືຕິດຕົວເຂົ້າໄປໃນເຮືອນ ເມື່ອສັງເກດບໍ່ເຫັນໃຜ ກໍໃຊ້ພ້າງັດຕູ້ເຄື່ອງແລ້ວຊອກເອົາເງິນ ແລະ ເຄື່ອງຂອງມີຄ່າ ແຕ່ບໍ່ມີຫຍັງ.

ຈາກນັ້ນ ຈຶ່ງຍ່າງໄປໄຂປະຕູຫ້ອງນອນແລ້ວພົບເຫັນເດັກຜູ້ຍິງ 1 ຄົນທີ່ກຳລັງນອນຫຼິ້ນໂທລະສັບຢູ່ໄດ້ແນມເຫັນຕົນເອງ ແລະ ຢ້ານເດັກຜູ້ຍິງຄົນດັ່ງກ່າວບອກພໍ່-ແມ່ ເພື່ອແຈ້ງເຈົ້າໜ້າທີ່. ທັນໃດນັ້ນ, ຜູ້ກ່ຽວໄດ້ໂດດຂຶ້ນໄປເທິງຕຽງ ທີ່ເດັກນອນຢູ່ແລ້ວເອົາມືຂວາຈັບຜົມ ແລະ ໃຊ້ ພ້ າ ປ າ ດ ຄໍ 3 ບາດ ເຮັດໃຫ້ເດັກຜູ້ຍິງລົ້ມລົງ ແລະ ເ ສ ຍ ຊີ ວິ ດ.

May be an image of 1 person and text

ຈາກນັ້ນ. ກໍປົດເອົາຕຸ້ມຫູຄ້າຍຄືຄຳ 1 ຄູ່ ແລະ ເອົາໂທລະສັບມືຖື 1 ເຄື່ອງ ແລ້ວອອກມາຈາກຫ້ອງນອນ ໄດ້ສັງເກດເຫັນກະເປົ໋າເງິນວາງຢູ່ຕູ້ໃສ່ເຄື່ອງຢູ່ໜ້າຫ້ອງນອນ ກໍໄຂເບິ່ງເຫັນເງິນຈຳນວນໜຶ່ງ. ຫຼັງຈາກນັ້ນ, ກໍໄຂປະຕູປ່ອງ ຢ້ຽມແລ້ວແລ່ນໜີ. ພໍໄປຮອດກຳແພງເຮືອນ ຈຶ່ງໄດ້ແກວ່ງພ້າຖິ້ມແລ້ວນອນພັກເຊົາໃນເຮືອນປະຊາຊົນຢູ່ບ້ານດຽວກັນ. ມາຮອດເວລາ 20:00 ໂມງ ຂອງວັນດຽວກັນ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວພ້ອມເງິນ ຈຳນວນ 3.310.000 ກີບສາຍແຂນຄ້າຍຄືຄຳ 1 ເສັ້ນ, ຕຸ້ມຫູ 1 ຄູ່ ແລະ ໂທລະສັບມືຖື.

ຂ່າວສານບ້ານເມືອງ

Post navigation

Previous Post: ຫາເບິ່ງຫຍາກ! ກະທີງປ່າສະຫງວນແຫ່ງຊາດ
Next Post: ຕ້ອງແກ້ໄຂຢ່າງເດັດຂາດຕໍ່ບັນຫາຫຼິ້ນເກມພະນັນອອນລາວຢູ່ຕາມຮ້ານອິນເຕີເນັດຄາເຟ່

Related Posts

ຈຸດກວດຂົວຫ້ວຍໜ້ຽງ ເມືອງນ້ຳບາກ ສືບຕໍ່ເຂັ້ມງວດຄັດກອງຄົນເຂົ້າ-ອອກ ຂ່າວສານບ້ານເມືອງ
ຕິ ດ ການພະນັນທາງອອນລາຍ ກາຍເປັນທາດ ຢ າ ເ ສ ບ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ກຽມຮັບມືອາກາດໜາວ ພາກເໜືອດ້ານຕາເວັນອອກໜາວເຢັນລົງ 2 ຫາ 4 ອົງສາ ຂ່າວສານບ້ານເມືອງ
ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້ ຂ່າວສານບ້ານເມືອງ
ເຟສບຸກເປີດຕົວ ເຟສບຸກ ຊ໋ອບ ເພື່ອຊ່ວຍ ຊື້ ຂາຍ ສິນຄ້າໄດ້ ສະດວກສະບາຍ ຂ່າວສານບ້ານເມືອງ
ທັງງາມທັງເກັງສາວກິ່ງຄໍາຄວ້າກຽດນິຍົມອັນດັບ 1 ທີ່ ມະຫາວິທະຍາໄລ ສຸພານຸວົງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme