Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກັກຕົວເປົ້າໝາຍ ຄ້ າ ຂ າ ຍ ແລະ ເ ສ ບ ຢ 4 ຄົນຄາຫ້ອງແຖວ

Posted on 24/03/202124/03/2021 By News No Comments on ກັກຕົວເປົ້າໝາຍ ຄ້ າ ຂ າ ຍ ແລະ ເ ສ ບ ຢ 4 ຄົນຄາຫ້ອງແຖວ

ໃນວັນທີ 10 ມີນາ 2021 ເວລາ 10:53 ໂມງ ປກສ ກຸ່ມ 7 (ໜອງບຶກ) ເມືອງສີໂຄດຕະບອງ ນຳໂດຍ ພັທ ຄຳປ່ຽນ ອຸດົມວິໄລ ຮອງຫົວໜ້າ ປກສ ກຸ່ມ 7 ໜອງບຶກ ພ້ອມດ້ວຍພະນັກ ງານກໍ່ສ້າງຮາກຖານ ສົມທົບກັບອຳນາດການປົກຄອງບ້ານໜອງບຶກເໜືອ ແລະໜອງບຶກໃຕ້ ເຂົ້າກັກຕົວເປົ້າໝາຍຄ້ າຂ າ ຍ ຢ ໄດ້ຈຳ ນວນ 4 ຄົນ, ຍິງ 1 ຄົນ ຢູ່ຫ້ອງແຖວເຂດບ້ານໜອງບຶກຄື: 1. ນາງ ແສງຈັນ ອາຍຸ 44 ປີ, ອາຊີບແມ່ບ້ານ, ພັກເຊົາຢູ່ບ້ານໜອງບຶກເໜືອ ໃນຂໍ້ຫາປິດບັງການຂ າ ຍ ຢ 3 ເມັດ, 2. ທ້າວ ເຊຍ ອາຍຸ 25 ປີ, ວ່າງງານ ພັກເຊົາຢູ່ບ້ານໜອງບຶກເໜືອ ຂໍ້ຫາຄ້າຂາຍ ຢ ມີ ຢ 69ເ ມັ ດ, 3. ທ້າວ ລີ້ ອາຍຸ 28 ປີ, ວ່າງງານ ພັກເຊົາຢູ່ບ້ານໜອງບຶກໃຕ້ ຂໍ້ຫາຄ້ າ ຂ າ ຍ ຢ 172 ເ ມັ ດ, 4. ທ້າວ ຫຼ້າ(ເລ້) ອາຍຸ 31 ປີ, ວ່າງງານ ຢູ່ບ້ານໜອງບຶກໃຕ້ ຂໍ້ຫາ ເ ສ ບ ຢ ປິດບັງການກະທຳຜິດ.

ປັດຈຸບັນພວກກ່ຽວທັງ 4 ຄົນ ເຈົ້າໜ້າທີ່ ປກສ ກຸ່ມ 7 ໜອງບຶກ ໄດ້ນຳຕົວພ້ອມຂອງກາງດັ່ງກ່າວ ສົ່ງໃຫ້ພະແນກວິຊາສະເພາະ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີພວກກ່ຽວຕາມຂັ້ນຕອນຂອງກົດໝາຍ.

ບັນຫາ ຢ ເປັນບັນຫາໜຶ່ງທີ່ເປັນຕົວກົດໜ່ວງຖ່ວງດຶງການພັດທະນາຂອງປະເທດຊາດ ພ້ອມທັງເປັນສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ປຸ້ນຈີ້ຊິງຊັບ, ລັກຊັບ, ອາລະວາດຕີກັນ, ອາລະວາດຄອບຄົວ ໜັກໄປກວ່ານັ້ນແມ່ນການຄາດຕະກຳຕ່າງໆ; ສະນັ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນຈົ່ງພ້ອມກັນສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ໄປພົວພັນນຳ ຢ ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍບ້ານເມືອງອັນນຳໄປສູ່ຄວາມບໍ່ສະຫງົບໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ ທີ່ໃກ້ທ່ານເພື່ອເຈົ້າໜ້າທີ່ຈະໄດ້ລົງແກ້ໄຂໃຫ້ທັນສະພາບການ ແລະສາມາດລາຍງານມາຊ່ອງທາງ ເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຫຼວງນໍ້າທາ ປີ 2020 ມີເນື້ອ ປູ ກ ຝິ່ ນ ເພີ່ມຂຶ້ນເກືອບ 40 ເຮັກຕາ
Next Post: ການນຳແຂວງຈຳປາສັກ ວາງພວງມະລາ ໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ

Related Posts

ເມືອງວຽງຄໍາ ແຂວງຫຼວງພະບາງ ປະກາດແຕ່ງຕັ້ງກອງຮ້ອຍກໍາລັງສໍາຮອງ ຂ່າວສານບ້ານເມືອງ
ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh ຂ່າວສານບ້ານເມືອງ
ຄວາມແຕກຕ່າງຂອງໂອໄມຄຣອນທັງ 3 ສາຍພັນ BA.1, BA.2 ແລະ BA.2.2 ຂ່າວສານບ້ານເມືອງ
ສານປະຊາຊົນແຂວງວຽງຈັນ ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຈ ໍາ ເ ລີ ຍ 4 ຄົນ ຂ່າວສານບ້ານເມືອງ
ລາວ ຍັງເຂັ້ມງວດໃນການເຝົ້າລະວັງຕາມຈຸດຜ່ານດ່ານຕ່າງໆ ຂ່າວສານບ້ານເມືອງ
ການພັດທະນາ ສຳເລັດການວາງລາງລົດໄຟ ລາວ-ຈີນ ວຽງຈັນ-ຫລວງພະບາງ 240 ກິໂລແມັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme