Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

12 ວິທີເພິ່ມ IQ ໃຫ້ລູກສະຫຼາດ ໄດ້ຕັ້ງແຕ່ຢູ່ໃນທ້ອງ.

Posted on 21/03/202121/03/2021 By Stories No Comments on 12 ວິທີເພິ່ມ IQ ໃຫ້ລູກສະຫຼາດ ໄດ້ຕັ້ງແຕ່ຢູ່ໃນທ້ອງ.

12 ວິທີເພິ່ມ IQ ໃຫ້ລູກສະຫຼາດ ໄດ້ຕັ້ງແຕ່ຢູ່ໃນທ້ອງ.

ສະໄໝກ່ອນເວລາຕັ້ງຄັນສ່ວນຫຼາຍແມ່ໆມີແຕ່ລຸ່ນຂໍແຕ່ໃຫ້ລູກມີສຸຂະພາບແຂງແຮງ ຄົບ 32 ກະພໍໃຈແລ້ວ ສ່ວນຈະມີຄວາມສະຫຼາດຫຼືບໍ່ນັ້ນ ມາລຸ່ນເອົາທີຫຼັງ ດ້ວຍການສອນລູກດ້ວຍຕົນເອງ ເຮົາມາເບິ່ງວິທີເຮັດໃຫ້ລູກສະຫຼາດຕັ້ງແຕ່ຢູ່ໃນທ້ອງກັນດີກວ່າ ດ້ວຍການເພິ່ມ IQໃຫ້ລູກນ້ອຍແບບງ່າຍໆ.

ໃນປັດຈຸບັນດ້ວຍຄວາມຮູ້ທາງການແພດທີ່ມີຫຼາຍຂຶ້ນ ເຮັດໃຫ້ເຮົາຮູ້ເຖິງການພັດທະນາການທາງສະໝອງຂອງລູກນ້ອຍ ໄດ້ຕັ້ງແຕ່ຢູ່ໃນທ້ອງ ວ່າມີການພັດທະນາແບບໃດ ໂດຍຫວັງວ່າເມື່ອເກີດລູກອອກມາແລ້ວ ລູກຈະເປັນເດັກສະຫຼາດ ໄຫວພິບດີ ແລະ ອາລົມດີ.

ເພີ່ມ IQ ຕອນໃດດີ?

ແມ່ສາມາດເພິ່ມ IQ ລູກນ້ອຍນັບຕັ້ງແຕ່ແມ່ຖືພາໄດ້ປະມານ 8 ອາທິດ ຫຼື 2ເດືອນ ເພາະເປັນຊ່ວງທີ່ເກີດເນື້ອສະໝອງ ແລະ ເສັ້ນໃຍປະສາດເພື່ອເຮັດໜ້າທີ່ເຮັດໃຫ້ສະໝອງຂອງລູກນ້ອຍຈະມີພັດທະນາການໄວ ຕັ້ງແຕ່ 8 ອາທິດທີ່ຢູ່ໃນທ້ອງ ຈົນຮອດ 2ປີ ຫຼັງຈາກນັ້ນ ພັດທະນາການຂອງສະໝອງເດັກກໍຈະລົດລົງ ສະນັ້ນ ຊ່ວງເວລານີ້ຈຶ່ງເປັນນາທີທອງຂອງພໍ່ແມ່ ທີ່ຕ້ອງຮີບເພີ່ມ IQ ໃຫ້ລູກນ້ອຍ.

ວິທີເພີ່ມ IQ ໃຫ້ລູກນ້ອຍຕັ້ງແຕ່ຢູ່ໃນທ້ອງ:

1 ໝັ່ນລູບໜ້າທ້ອງ: ຊ່ວຍກະຕຸ້ນລະບົບປະສາດ ແລະ ສະໝອງສ່ວນຮັບຮູ້ ຄວາມຮູ້ສຶກຂອງລູກໃຫ້ມີພັດທະນາການທີ່ດີຂຶ້ນ ເຕັກນິກງ່າຍໆ ຄືໃຫ້ແມ່ລູບທ້ອງເປັນວົງກົມວົນໄປມາ.

2 ສ່ອງໄຟທີ່ໜ້າທ້ອງ: ລູກນ້ອຍໃນທ້ອງສາມາດກະພີບຕາ ຕອບສະໜອງຕໍ່ແສງໄດ້ຕັ້ງແຕ່ເດືອນທີ່ 7 ທີ່ຢູ່ໃນທ້ອງ ການສ່ອງໄຟເຮັດໃຫ້ເຊລສະໝອງ ແລະ ເສັ້ນປະສາດຮັບການພັດທະນາດີຂຶ້ນ ກຽມພ້ອມການເບິ່ງເຫັນຫຼັງເກີດ.

3 ອ່ານໜັງສື ເລົ່ານິທານ: ການອ່ານໜັງສືຈະຊ່ວຍໃຫ້ລູກມີພັດທະນາການໄດ້ໄວ ເນື່ອງຈາກລູກໄດ້ຍິນສຽງແມ່ໄດ້ຊັດເຈນ ແລະ ຮັບຮູ້ຄວາມຮູ້ສຶກໄດ້ໄວຈາກນ້ຳສຽງຂຶ້ນລົງ ສຽງຫົວໃຈເຕັ້ນເວລາອ່ານໜັງສືໄດ້.

4 ອາລົມດີ ມີສຸກ ສະຫງົບດ້ວຍສະມາທິ: ຈິດໃຈທີ່ສະຫງົບ ດ້ວຍການເຮັດສະມາທິມື້ລະ 10ນາທີ ຂອງແມ່ຈະຊ່ວຍໃຫ້ລູກຢູ່ໃນທ້ອງຮູ້ສຶກສະຫງົບໄປດ້ວຍ ຫຼືຖ້າແມ່ອາລົມດີຮ່າງກາຍຈະຫຼັງສານຄວາມສຸກອອກມາ ສົ່ງຜົນໃຫ້ລູກມີພັດທະນາການທີ່ດີ ທັງສະໝອງ ແລະ ອາລົມ ລ້ຽງງ່າຍ ບໍ່ຂັດລັງ.

5 ໂອ້ລົມກັບລູກຕະຫຼອດ: ລະບົບປະສາດການຮັບຟັງຂອງລູກຈະເລີ່ມເຮັດວຽກປະມານອາຍຸຄັນ 5ເດືອນ ການໂອ້ລົມກັບລູກດ້ວຍສຽງນຸ້ມນວນ ປະໂຫຍກຊ້ຳໆ ຈະຊ່ວຍໃຫ້ລະບົບປະສາດ ແລະ ສະໝອງທີ່ຄວບຄຸມການໄດ້ຍິນພັດທະນາດີຂຶ້ນ.

6 ຟັງເພງທີ່ແມ່ມັກ: ສຽງດົນຕີທີ່ແມ່ໄດ້ຟັງທຸກມື້ ຈະເຮັດໃຫ້ເດັກທີ່ເກີດມາມີພັດທະນາການດ້ານຮ່າງກາຍ ແລະ ສະຕິປັນຍາສູງກວ່າເດັກທົ່ວໄປ ແລະ ເດັກຍັງລ້ຽງງ່າຍ ມີອາລົມແຈ່ມໃສ ແລະ ມີຄວາມຜູກພັນກັບແມ່ຫຼາຍຂຶ້ນອີກ.

7 ກິນອາຫານທີ່ເໝາະສົມ: ອຸດົມໄປດ້ວຍກົດໄຂມັນບໍ່ອີ່ມຕົວເຊັ່ນ: DHA, AA, ແລະ ARA ເຊິ່ງມີຫຼາຍໃນປາທະເລ ແລະ ທັນຢາພຶດຕ່າງໆ ເຊິ່ງເປັນອົງປະກອບສຳຄັນຂອງເນື້ອສະໝອງຂອງລູກເຖິງ 60%.

8 ອອກກຳລັງກາຍ ຜ່ອນຄາຍສະໝອງ: ເວລາແມ່ອອກກຳລັງກາຍ ລູກໃນທ້ອງຈະເຄື່ອນໄຫວ ຕາມຈັງຫວະຂອງແມ່ ເຊິ່ງການເຄື່ອນໄຫວນີ້ຈະຊ່ວຍກະຕຸ້ນລະບົບປະສາດສຳຜັດຂອງລູກໃຫ້ພັດທະນາດີຂຶ້ນ.

9 ໄອໂອດິນເພິ່ມຄວາມສະຫຼາດ: ການຂາດໄອໂອດິນຈະສົ່ງຜົນຕໍ່ໂລກໄທລອຍ ເຊິ່ງເປັນໂລກທີ່ມີຜົນຕໍ່ຄວາມສະຫຼາດຂອງເດັກ ຖ້າແມ່ທ້ອງໄດ້ຮັບໄອໂອດິນບໍ່ພຽງພໍ ຈະເຮັດໃຫ້ສະໝອງ ແລະ ຮ່າງກາຍຂອງເດັກມີປະສິດທິພາບການເຮັດວຽກລຸດນ້ອຍລົງ.

10 ຄວາມສະຫຼາດຈາກພັນທຸກໍາ: ປັດໃຈທາງກຳມະພັນເປັນເລື່ອງທີ່ຕິດຕົວມາຕັ້ງແຕ່ງເລີ່ມຕັ້ງຄັນ ພໍ່ແມ່ທີ່ສະຫຼາດ ກໍ່ຈະຖ່າຍທອດລັກສະນະທີ່ດີມາໃຫ້ລູກໄດ້ ຈາກການວິໄຈມີລາຍງານວ່າມີສ່ວນ 48%.

11 ຫຼີກລ້ຽງຄວັນຢາສູບ: ສານນິໂຄຕິນ ແລະ ຄວັນຢາສູບ ສົ່ງຜົນໃຫ້ມີການຂັດຂວາງການພັດທະນາຂອງເຊລປະສາດຂອງເດັກ ກໍໃຫ້ເກີດປັນຫາພັດທະນາການ ແລະ ພຶດຕິກຳ ເຮັດໃຫ້ລູກເກິດມາມີປັນຍາບົກຜ່ອງ.

12 ຫຼີກລ້ຽງເຄື່ອງດື່ມທີ່ມີ ແອລກໍຮໍ: ແອລກໍຮໍເຮັດໃຫ້ເກີດການທໍາລາຍຂອງເຊລປະສາດສົ່ງຜົນໃຫ້ມີການຈະເລີນເຕີບໂຕບົກຜ່ອງ ເຮັດໃຫ້ຫົວນ້ອຍ ພັດທະນາການຂອງສະຕິປັນຍາຂອງເດັກມີຄວາມບົກຜ່ອງມີບັນຫາດ້ານຄວາມຊົງຈຳ.

ຂ່າວສານບ້ານເມືອງ

Post navigation

Previous Post: ປະຕິຮູບຍົກເຊັດ! ຈີນຫ້າມໂຮງຮຽນ ຈັດອັນດັບຄະແນນສອບເສັງ ຄຸມປະລິມານວຽກບ້ານ ປະເມີນຄູຈາກພັດທະນາການຂອງເດັກນັກຮຽນ
Next Post: ປະທານສະພາແຫ່ງຊາດ, ປະທານປະເທດ ແລະ ນາຍົກລັດຖະມົນຕີ ຂຶ້ນປະຕິຍານຕົນ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ

Related Posts

ໂຮງງານປຸງແຕ່ງໄມ້ເພັດດາວັນ ມອບເຄື່ອງຊ່ວຍເຫຼືອໃຫ້ກັບໂຮງຮຽນເມືອງບົວລະພາ  ຂ່າວສານບ້ານເມືອງ
ແຈ້ງການ! ການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ໃນທົ່ວປະເທດ ຂ່າວສານບ້ານເມືອງ
ແຈ້ງການ ໂຈະຊົ່ວຄາວການເຂົ້າເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄັ້ງທີ 2 ຂ່າວສານບ້ານເມືອງ
ລະນຶກເຫດການເກີດຂຶ້ນຢູ່ເມືອງທ່າແຂກໃນວັນທີ 21 ມີນາ ຄົບຮອບ 76 ປີ ຂ່າວສານບ້ານເມືອງ
ຈະບໍ່ມີການລະເວັ້ນເດັດຂາດຕໍ່ກຸ່ມຄົນທີ່ເປັນຕົ້ນເຫດຂອງການແຜ່ເຊື້ອຮອບໃໝ່ ຂ່າວສານບ້ານເມືອງ
ໃຊ້ເວລາເກືອບ 1 ປີ ກ່ອນປິດຄະດີປຸ້ນຊັບຄາດຕະກຳໄດ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme