Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ປະຈຳວັນທີ ວັນທີ 21 ມີນາ 2021

Posted on 21/03/202121/03/2021 By News No Comments on ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ປະຈຳວັນທີ ວັນທີ 21 ມີນາ 2021

ມວນອາກາດເຢັນຈາກປະເທດຈີນໄດ້ແຜ່ລົງມາປົກຄຸມເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວດ້ວຍກຳລັງອ່ອນ ສ່ວນພາກເໜືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍມວນອາກາດຮ້ອນ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີພາຍຸຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ, ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ທີ່ອາໃສຢູ່ເຂດພາກເໜືອ ແລະ ພາກກາງ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໜາກເຫັບຕົກ ພ້ອມລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ປ້າຍໂຄສະນາຫັກລົ້ມ, ເຮືອນເປ່ເພ ທີ່ຈະເກີດໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.

ພະຍາກອນອາກາດແຕ່ເວລາ 7 ໂມງ ຂອງວັນທີ 21/03/2021 ຫາ ເວລາ 07 ໂມງຂອງວັນທີ 22/03/2021 ພາກເໜືອດ້ານຕາເວັນອອກ: ອາກາດໜາວເຢັນ, ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 12 – 30 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 22 – 38 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 25 - 36 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 22 – 37 ອົງສາ.

ແຂວງໄຊສົມບູນ: ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 15 – 28 ອົງສາ.ພາກໃຕ້ (ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 23 – 37 ອົງສາ. ສຳລັບ ເຂດພູພຽງບໍລະເວນ: ມີຝົນຕົກໃນລະດັບຄ່ອຍ, ອຸນຫະພູມໃນລະຫວ່າງ 14 – 29 ອົງສາ.

ຂ່າວສານບ້ານເມືອງ

Post navigation

Previous Post: ຜູ້ແທນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້
Next Post: ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ

Related Posts

ເມືອງວິລະບູລີໄດ້ອອກແຈ້ງການລັອກດາວ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ຢຸດຕິການຕັ້ງດ່ານ ຫ້າມການເຂົ້າ-ອອກ ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຂ່າວສານບ້ານເມືອງ
ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ປະກອບສ່ວນສຳຄັນສົ່ງເສີມ ລາວທ່ຽວລາວ ຂ່າວສານບ້ານເມືອງ
ປີ 2021 ໄຟຟ້າລາວເສຍລາຍຮັບ 200 ຕື້ກວ່າກີບ ຈາກການລັກດັດແປງໝໍ້ນັບໄຟ ຂ່າວສານບ້ານເມືອງ
ສະພາບດິນຟ້າອາກາດ 9 ກໍລະກົດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme