Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜູ້ແທນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້

Posted on 20/03/202120/03/2021 By News No Comments on ຜູ້ແທນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້

ໃນຕອນເຊົ້າວັນທີ 20 ມີນານີ້, ຄະນະຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ທີ່ພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໂດຍມີ 4 ຄະນະຄື:

May be an image of standing and outdoors

ຄະນະທີ 1 ນຳໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດຊຸດທີ VIII, ມີສະພາຊິກສະພາແຫ່ງຊາດ (ສສຊ) ຊຸດທີ VIII ທີ່ປະຈຳການຢູ່ສະພາແຫ່ງຊາດ; ຄະນະທີ 2 ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານແນວລາວສ້າງຊາດ, ມີ ສສຊ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ສສຊ ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ, ສສຊ ປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ, ສສຊ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ສສຊ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ສສຊ ປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ; ຄະນະທີ 3 ນຳໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ມີ ສສຊ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ສສຊ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ, ສສຊ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ສສຊ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ, ສສຊ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ແລະ ສສຊ ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ; ຄະນະທີ 4 ນໍາໂດຍ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພາລາທິການກອງທັບ, ມີ ສສຊ ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ສສຊ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ສສຊ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ສສຊ ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ສສຊ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະ ສສຊ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ.

May be an image of 4 people, people standing and outdoors

ການວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດກ່ອນການເປີດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການໃນວັນທີ 22 ມີນາ ນີ້ ຊຶ່ງຄະນະຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມ ໄດ້ມາສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ນັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ຈົນສາມາດປົດປ່ອຍປະເທດຊາດໄດ້.

May be an image of 11 people, people sitting and people standing

.

May be an image of 13 people, people sitting and people standing

(ຂ່າວ: ສຸກສະຫວັນ, ພາບ: ແສງຈັນ)

ຂ່າວສານບ້ານເມືອງ

Post navigation

Previous Post: ມາຮອດ ສປປ ລາວ ແລ້ວ! ວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ຊຸດທຳອິດ 132.000 ໂດສ ຈາກໂຄງການໂຄແວັກ
Next Post: ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ປະຈຳວັນທີ ວັນທີ 21 ມີນາ 2021

Related Posts

ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າກະຊວງປ້ອງກັນປະເທດ ຣັດເຊຍ ປະຈໍາລາວ ຄົນໃໝ່ ຂ່າວສານບ້ານເມືອງ
ແຈ້ງຂ່າວ ພິທີຊາປະນະກິດ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ຂ່າວສານບ້ານເມືອງ
ເກີດເຫດ ລົດໃຫຍ່ຟອດຕຳລົດເຄນ ເ ສ ຍ ຊີ ວິ ດ ຄ າ ທີ່ຕິດພາຍໃນລົດ ຂ່າວສານບ້ານເມືອງ
ພົບອີກແລ້ວ!!! ເຄື່ອງໃນໝູປົນເປື້ອນສານພິດ ເຈົ້າໜ້າທີ່ທໍາລາຍຖິ້ມເປັນຈໍານວນຫຼາຍ ຂ່າວສານບ້ານເມືອງ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະຈັດຂຶ້ນໃນລະຫວ່າງວັນທີ 24 ມິຖຸນາ ຫາ ວັນທີ 02 ກໍລະກົດ 2020 ຂ່າວສານບ້ານເມືອງ
ຮ່ວມແຮງຮ່ວມໃຈ ໃນການປົກປັກຮັກສາ ແລະ ອະນຸລັກປາຂ່າ ບໍ່ໃຫ້ສູນພັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme