Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມາຮອດ ສປປ ລາວ ແລ້ວ! ວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ຊຸດທຳອິດ 132.000 ໂດສ ຈາກໂຄງການໂຄແວັກ

Posted on 20/03/202120/03/2021 By News No Comments on ມາຮອດ ສປປ ລາວ ແລ້ວ! ວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ຊຸດທຳອິດ 132.000 ໂດສ ຈາກໂຄງການໂຄແວັກ

ລາວໄດ້ຮັບວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ຊຸດທຳອິດ ຈຳນວນ 132.000 ຫລອດ ໃນຈໍານວນທີ່ຈະໄດ້ຮັບທັງໝົດ 480.000 ຫລອດ ຈາກໂຄງການຮ່ວມມືເພື່ອວັກຊິນປ້ອງກັນພະຍ າ ດ ໂ ຄ ວິ ດ ຫລື ໂຄແວັກ ຊື່ງເປັນໂຄງການຮ່ວມມືລະຫວ່າງພັນທະມິດຮ່ວມມືດ້ານນະວັດຕະກຳເພື່ອຮັບມືກັບການລະບາດ, ອົງການກາວີ, ອົງການຍູນິເຊັບ ແລະ ອົງການອະນາໄມໂລກ ພິທີມອບຮັບວັກຊິນຢ່າງເປັນທາງການຈັດຂື້ນໃນຕອນເຊົ້າວັນທີ 20 ມິນາ 2021, ທີ່ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີພາກສ່ວນກ່ຽວຂ້ອງ ແລະຕາງໜ້າອົງການ ຈັດຕັ້ງສາກົນປະຈຳລາວ.

May be an image of standing

.

No photo description available.

ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພ ະ ຍ າ ດ ໂ ຄ ວິ ດ ໃຫ້ສໍາພາດວ່າ: ວັກຊິນປ້ອງກັນ ໂ ຄ ວິ ດ ທີ່ໄດ້ຮັບໃນຄັ້ັງນີ້ ແມ່ນວັກຊິນແອັສຕາສະເນກາທີ່ຜະລິດຈາກສະຖາບັນວັກຊິນຂອງອິນເດຍ ແລະເປັນວັກຊິນທີ່ມີຄຸນນະພາບ ຊື່ງໃນປີນີ້ໂຄງການດັ່ງກ່າວຈະໜອງວັກຊິນເພື່ອສັກໃຫ້ປະຊາຊົນລາວໃຫ້ບັນລຸ 20 ສ່ວນຮ້ອຍຂອງປະຊາກອນໃນທົ່ວປະເທດ ໂດຍຈະສຸມໃສ່ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງກ່ອນ.

May be an image of 6 people and people standing

ວັກຊິນແອສຕາເຊເນກາ ໄດ້ຜ່ານຂັ້ນຕອນການທົດສອບດ້ານພັດທະນາ ແລະຄວາມປອດໄພຢ່າງເຂັ້ມງວດ, ກະຊວງສາທາລະນະສຸກ, ກົມອາຫານແລະຢາ ໄດ້ເຮັດການປະເມີນຫລັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆແລ້ວ ໂດຍໄດ້ຮັບອະນຸຍາດໃຫ້ສະຖາບັນ serum ຂອງອິນເດຍສະໜອງຜ່ານໂຄງການ ໂຄແວກ ແລະ ໄດ້ຮັບການອະນຸມັດໃຫ້ນໍາໃຊ້ສຸກເສີນຂອງອົງການອະນາໄມໂລກ ໃນວັນທີ 15 ກຸມພາ 2021.

May be an image of 1 person

.

May be an image of one or more people, people standing, airplane and outdoors

ສປປ ລາວ ໄດ້ເປີດຂະບວນການສັກວັກຊິນປ້ອງກັນພ ະ ຍ າ ດ ໂ ຄ ວິ ດ ຢ່າງເປັນທາງການນັບແຕ່ທ້າຍເດືອນມັງກອນ ເປັນຕົ້ນມາ ຊື່ງໄລຍະທຳອິດແມ່ນເລັ່ງໃສ່ກຸ່ມເປົ້າໝາຍປະຊາກອນທີ່ມີຄວາມສ່ຽງສູງ ເປັນ ຕົ້ນພະນັກງານແພດໝໍ, ພະນັກງານປະຈໍາດ່ານເຂົ້າອອກຕ່າງໆ ແລະພະນັກງານປະຈໍາຢູ່ສູນກັກກັນ. ມາຮອດປະຈຸບັນສາມາດສັກວັກຊິນໄດ້ແລ້ວຫລາຍກວ່າ 7 ໝື່ນຄົນ ເຖິງຢ່າງໃດກໍ່ຕາມຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພ ະ ຍ າ ດ ໂ ຄ ວິ ດ ກໍ່ຄືລັດຖະບານລາວຈະສືບຕໍ່ຊອກຫາວັກຊິນປ້ອງກັນ ໂ ຄ ວິ ດ ມາສັກໃຫ້ປະຊາຊົນ ໃຫ້ກວມ 75 ສ່ວນຮ້ອຍຂອງປະຊາກອນທັງໝົດໃນປີ 2024.

May be an image of one or more people and people standing

ນອກຈາກວັກຊິນປ້ອງກັນ ໂ ຄ ວິ ດ ແລ້ວ ລາວຍັງໄດ້ຮັບເຂັມສັກຢາແບບພິເສດຈຳນວນ 48.000 ເຂັມ ແລະກ່ອງສຳລັບຂີ້ເຫຍື້ອບໍ່ອະເຊື້ອ 840 ກ່ອງ ຊື່ງໄດ້ຈັດຊື້ໂດຍອົງການຢູນິເຊັບ ເພື່ອຊ່ວຍເຫລືອລັດຖະບານລາວຕື່ມອີກ.

No photo description available.

ຂ່າວ: ຈັນທະສອນ ສີຫານາດ.

ພາບ: ຄໍາກອງ ກິດຕິຄຸນ

ຂ່າວສານບ້ານເມືອງ

Post navigation

Previous Post: ອອກມາແລ້ວ! ຂໍ້ຕົກລົງ ຄ່າບໍລິການກວດ ແລະ ປິ່ນປົວ ໂຄວິດ-19
Next Post: ຜູ້ແທນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້

Related Posts

ບໍ່ເຂັດບໍ່ຫຼາບ ພົ້ນ ໂ ທ ດ ມາກະ ທ ໍາ ຜິ ດ ແບບເກົ່າ ຂ່າວສານບ້ານເມືອງ
ອຸຕຸແຈ້ງເຕືອນ ເຝົ້າລະວັງສະພາບອາກາດ ອາທິດນີ້ອາກາດຈະໜາວ ແລະ ຈະມີຝົນຕົກຢູ່ບາງທ້ອງຖິ່ນ ຂ່າວສານບ້ານເມືອງ
ອຸຕຸເຕືອນ​! ຈະມີຝົນຕົກ​ໄລຍະວັນທີ​ 4-6 ມິຖຸນານີ້ ຂ່າວສານບ້ານເມືອງ
ຈັບໄດ້ແລ້ວ ກໍລະນີຕໍາແລ້ວໜີ ທີ່ ສີ່ແຍກໄຟແດງ ຄ້ອຍໂພນເຄັງ ຂ່າວສານບ້ານເມືອງ
ກະຊວງ ຮສສ ມອບ-ໂອນ ຄືນວຽກງານນະ­ໂຍ­ບາຍ​ອຸດ​ໜູນ​ບຳ­ນານ-​ເສຍ​ອົງ­ຄະ​ໃຫ້ ​2 ກະຊວງ ເປັນຜູ່ຄຸ້ມຄອງ ຂ່າວສານບ້ານເມືອງ
ຄຳສັ່ງດ່ວນທີ່ສຸດ! ບໍ່ແກ້ວ ໂຈະການຮຽນ-ການສອນໂຮງຮຽນແຫ່ງຕ່າງໆທາງພາກລັດ ແລະ ເອກະຊົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme