Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງໄຊຍະບູລີເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍປະຈຳປີ2021

Posted on 19/03/202119/03/2021 By News No Comments on ເມືອງໄຊຍະບູລີເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍປະຈຳປີ2021

ໃນຕອນເຊົ້າວັນທີ 19 ມີນາ 2021 ນີ້ເມືອງໄຊຍະບູລີໄດ້ເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍປະຈຳປີ 2021 ຂື້ນ. ເຊີ່ງນຳພາໂດຍທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ພະນັກງານວິຊາການຈາກພະແນກການຂອງແຂວງ, ຫ້ອງການການຂອງເມືອງພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.

May be an image of one or more people, people standing and road

ໃນພິທີທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີໄດ້ກ່າວເປີດພິທີເປີດຂະບວນການອະນາໄມເພື່ອປ້ອງກັນພະຍາດໄຂ້ຍຸງລາຍປະຈຳປີ 2021 ເຊີ່ງທ່ານໄດ້ໃຫ້ຮູ້ວ່າ: ພະຍາດໄຂ້ຍຸງລາຍເປັນພະຍາດໜື່ງທີ່ເຄີຍເກີດຂື້ນ ແລະ ລະບາດຢູ່ແຂວງໄຊຍະບູລີ ກໍ່ຄືເມືອງໄຊຍະບູລີເກືອບທຸກໆປີ ກໍລະນີທີ່ເກີດໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນປີ 2013 ແລະ ປີ 2019; ປີ 2013 ມີຜູ້ເປັນພະຍາດໄຂ້ຍຸງລາຍ 259 ກໍລະນີແຕ່ບໍ່ມີກໍລະນີເ ສ ຍ ຊີ ວິ ດ, ປີ 2019 ມີກໍລະນີໄຂ້ຍຸງລາຍເກີດຂື້ນ 499 ກໍລະນີ, ມີ ຜູ້ ເ ສ ຍ ຊີ ວິ ດ 2 ຄົນ ໃນຈຳນວນ 58 ບ້ານ; ບ້ານທີ່ມີຄົນເຈັບໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນບ້ານປາງຄອມ ມີ 60 ກໍລະນີ ແຕ່ບໍ່ມີຜູ້ເສຍຊິວິດ, ສຳລັບປີ 2020 ຜ່ານມີກໍລະນີໄຂ້ຍຸງລາຍເກີດຂື້ນ 147 ກໍລະນີ, ບໍ່ມີຜູ້ເສຍຊິວິດ ໃນຈຳນວນ 31 ບ້ານ, ນັບຕັ້ງແຕ່ເດືອນມັງກອນ 2021 ເປັນຕົ້ນມາທົ່ວແຂວງໄຊຍະບູລີ ກໍ່ຄືເມືອງໄຊຍະບູລີ ຍັງບໍ່ມີຜູ້ຕິດເຊື້ອໄຂ້ຍຸງລາຍເທື່ອ.

May be an image of one or more people, people standing, outdoors and tree

ເພື່ອເຮັດໃຫ້ການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍປີ 2021 ໄດ້ຮັບຜົນດີບໍ່ມີຜູ້ເຈັບຍ້ອນພະຍາດດັ່ງກ່າວ. ທ່ານເຈົ້າເມືອງໄຊຍະບູລີໄດ້ຮຽກຮ້ອງມາຍັງພະແນກການທີ່ກ່ຽວຂ້ອງ, ສຳນັກງານ, ອົງການ, ໂຮງຮຽນ, ໂຮງຫມໍ, ບໍລິສັດຕະຫຼອດຮອດອົງການປົກຄອງບ້ານ ຫົວໜ່ວຍຄອບຄົວຕ້ອງໄດ້ເອົາໃຈໃສ່ປ້ອງກັນພະຍາດໄຂ້ຍຸງລາຍດ້ວຍການປະຕິບັດ 5 ປໍຄື: 1 ປິດຝາພາສະນາຢູ່ໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່, 2 ປ່ຽນນໍ້າເຊັດພາສະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖານໂຕ່ງນ້ຳທາງຫຼັງຕູ້ເຢັນ, 3 ປ່ອຍປາຫາງນົກຍຸງເພື່ອກີນໜອນນ້ຳ, 4 ປັບປຸງສຸຂະອານະໄມບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປອງ, ຮາງລີນ, ຮາງຕີນລົດເກົ່າ, ໃນແຕ່ລະຄອບຄົວໃຫ້ມີການກວດກາ ແລະ ຈຳກັດແຫຼ່ງເພາະທັນຂອງຍຸງລາຍອາທິດ 1 ລະຄັ້ງໃນຂອບເຂດທີ່ຢູ່ອາໄສຂອງຕົນ, 5 ປະຕິບັດເປັນປະຈຳທຸກໆອາທິດຖ້າເປັນໄຂ້ໃຫ້ໄປປີ່ນປົວຢູ່ໂຮງໝໍໃກ້ບ້ານທ່ານ ທັງນີ້ກໍ່ເພື່ອບໍ່ໃຫ້ມີໄຂ້ຍຸງລາຍ, ບໍ່ມີຜູ້ເປັນໄຂ້ຍຸງລາຍຢູ່ພາຍໃນເມືອງໄຊຍະບູລີ, ຈາກນັ້ນໃນພິທີທ່ານເຈົ້າເມືອງໄຊຍະບູລີ ແລະ ຜູ້ເຂົ້າຮ່ວມກໍ່ເຂົ້າຮ່ວມອະນາໄມຕາມແຄມເສັ້ນທາງໃນເມືອງ ແລະ ຂອບເຂດບ້ານຂອງຕົນຮັບຜິດຊອບຕື່ມອີກ.


ຂ່າວພາບ: ສົມພົງ ສີສະຫັວດ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດີເດີ້! ສປປ ລາວ ຈະໄດ້ຮັບຢາວັກຊີນ ປ້ອງກັນພະຍາດ ໂ ຄ ວິ ດ ເພີ່ມອີກ ໃນໄວໆນີ້
Next Post: ອອກມາແລ້ວ! ຂໍ້ຕົກລົງ ຄ່າບໍລິການກວດ ແລະ ປິ່ນປົວ ໂຄວິດ-19

Related Posts

ໃຊ້ເວລາພຽງ 1 ວິນາທີ ດຶງເອົາສາຍຄໍແລ້ວໜີ (ມີຄລິບ) ຂ່າວສານບ້ານເມືອງ
ເກີດເຫດ! ລົດຂົນເບຍເສຍຫຼັກປີ້ນ ທີ່ ເຂດບ້ານນໍ້າທອງ ຂ່າວສານບ້ານເມືອງ
ປີນີ້ບໍ່ຈັດການແຂ່ງຂັນກິລາເຮືອຊ່ວງທຸກປະເພດໃນ 9ຕົວເມືອງຂອງນະຄອນຫຼວງວຽງຈັນນັບແຕ່ວັນທີ 20ຫາ30 ຕຸລາ 2021 ຂ່າວສານບ້ານເມືອງ
ສປ ຈີນຍັງແມ່ນຕະຫຼາດຊື້ສິນຄ້າຈາກລາວເປັນອັນດັບໜຶ່ງ ຂ່າວສານບ້ານເມືອງ
ໄຟຟ້າລາວແຈ້ງ! ມາຍັງຜູ້ຊົມໃຊ້ໄຟຟ້າຊາບຈະມອດໄຟເພື່ອປັບປຸງ, ສ້ອມແປງ ແລະ ບໍາລຸງຮັກສາ ຂ່າວສານບ້ານເມືອງ
ລະນຶກວັນສາກົນ ເພື່ອປູກຈິດສຳນຶກກ່ຽວກັບ ລ ະ ເ ບີ ດ ບໍ່ທັນແຕກ 4 ເມສາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme