ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພ ະ ຍ າ ດ ໂ ຄ ວິ ດ ຢັ້ງຢືນກ່ຽວກັບກໍລະນີມີຂ່າວທາງສື່ສັງຄົມອອນລາຍວ່າມີຜູ້ແພ້ຢາວັກຊີນປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ ທີ່ເປັນຜື່ນແດງທົ່ວຕົນໂຕນັ້ນ ແມ່ນບໍ່ມີຄວາມຈິງ ຜູ້ກ່ຽວແມ່ນມີອາການແພ້ຢາ ແຕ່ເປັນຢາປິ່ນປົວພະຍາດປະຈຳໂຕຂອງຜູ້ກ່ຽວເອງ ເຊິ່ງອາການທີ່ເກີດຂື້ນກັບຜູ້ກ່ຽວເປັນຜົນຂ້າງຄຽງຈາກການໃຊ້ຢາດັ່ງກ່າວ. ປະຈຸບັນຜູ້ກ່ຽວອາການດີຂຶ້ນ ແລະ ໄດ້ອອກໂຮງໝໍໃນວັນທີ 16 ມີນານີ້ ພ້ອມທັງຢັ້ງຢືນວ່າຜູ້ກ່ຽວບໍ່ເຄີຍໄດ້ຮັບການສັກຢາວັກຊີນປ້ອງກັນພ ະ ຍ າ ດ ໂ ຄ ວິ ດ ເທື່ອ.

ດຣ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພ ະ ຍ າ ດ ໂ ຄ ວິ ດ ແຈ້ງໃຫ້ຮູ້ວ່າ: ຜ່ານການໃຫ້ວັກຊີນປ້ອງກັນໂ ຄ ວິ ດ ໃຫ້ກຸ່ມທີ່ມີຄວາມສ່ຽງເຫັນວ່າ ທຸກຄົນມີອາການຂ້າງຄຽງແບບເບົາບາງເທົ່ານັ້ນ ເປັນຕົ້ນເຈັບບ່ອນສັກວັກຊີນ, ມີອາການວິນເລັກນ້ອຍໄລຍະ 30 ນາທີ ນອກນັ້ນບໍ່ມີອາການຫຍັງ. ສຳລັບກໍລະນີທີ່ມີຂ່າວທາງສື່ສັງຄົມອອນລາຍ ວ່າມີຜູ້ແພ້ຢາວັກຊີນປ້ອງກັນພ ະ ຍ າ ດ ໂ ຄ ວິ ດ ນັ້ນແມ່ນບໍ່ມີຄວາມຈິງ. ປະຈຸບັນຫຼາຍປະເທດໃນໂລກໄດ້ນຳໃຊ້ວັກຊິນປ້ອງກັນພ ະ ຍ າ ດ ໂ ຄ ວີ ດ ຄຽງຄູ່ກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ສຳລັບລາວ ໄດ້ເລີ້ມສັກວັກຊິນປ້ອງກັນ ພ ະ ຍ າ ດ ໂ ຄ ວີ ດ ໄລຍະທໍາອິດໃຫ້ບຸກຄົນຜູ້ທີ່ເປັນກຸ່ມສ່ຽງນັບແຕ່ຂັ້ນສູນກາງ ແລະ ຂັ້ນແຂວງຄື: ພະນັກງານແພດທີ່ເຮັດວຽກງານບໍລິການຢູ່ໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກ, ພະນັກງານຜູ້ທີ່ເຮັດວຽກຈຸດຜ່ານແດນເຊິ່ງເປັນຈຸດທຳອິດທີ່ມີຜູ້ເດີນທາງຈາກຕ່າງປະເທດຜ່ານເຂົ້າມາລາວ, ຜູ້ທີ່ເຮັດວຽກຢູ່ທີ່ສະຖານທີ່ຈຳກັດບໍລິເວນລວມທັງບັນດາໂຮແຮມທີ່ນຳໃຊ້ເປັນບ່ອນຈຳກັດບໍລິເວນ. ນອກຈາກກຸ່ມຄົນທີ່ກ່າວມານັ້ນ ຖ້າມີຄວາມຈຳເປັນຕ້ອງໄດ້ຮັບວັກຊີນ ຈະຕ້ອງໄດ້ນຳສະເໜີຫາຄະນະສະເພາະກິດ ເພື່ອພິຈາລະນາແກ້ໄຂຕາມເງື່ອນໄຂຄວາມເປັນຈິງ. ປະຈຸບັນລັດຖະບານ ຍັງສືບຕໍ່ພົວພັນປະສານງານກັບພາກສ່ວນທີ່ສະໜອງຢາວັກຊິນດັ່ງກ່າວ ເພື່ອຈະນຳວັກຊິນເຂົ້າມາຕື່ມ ແລະ ຖ້າໄດ້ຮັບວັກຊີນເພີ້ມ ກໍຈະໄດ້ພິຈາລະນາໃຫ້ວັກຊີນກຸ່ມຄົນອື່ນໃນຂັ້ນຕໍ່ໄປ.
ປະຈຸບັນທົ່ວປະເທດໄດ້ຮັບການສັກວັກຊິນເຂັ້ມທໍາອິດແລ້ວ ທັງໝົດ 31.046 ຄົນ ໂດຍນໍາໃຊ້ວັກຊິນຈາກບໍລິສັດຊີໂນຟາມຂອງຈີນ ແລະສະປຸດນິກຟາຍຂອງຣັດເຊຍ ໃນນີ້ມີແພດໝໍໄດ້ຮັບວັກຊິນແລ້ວຫລາຍກວ່າ 10.000 ຄົນ, ພະນັກງານປະຈໍາດ່ານເກືອບ 17.000 ຄົນ, ຜູ້ເດີນທາງອອກໄປຕ່າງປະເທດ 430 ຄົນ, ອາຍຸ 60 ປີຂື້ນໄປ 122 ຄົນ, ຜູ້ທີ່ມີພະຍາດປະຈໍາຕົວ 23 ຄົນ ແລະກຸ່ມອື່ນໆ 2.550 ກວ່າຄົນ.
ໂດຍ: ຈັນທະສອນ ສີຫານາດ