Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງແກ່ນທ້າວ ເປີດຕະຫລາດນັດສັດປະເພດ ງົວ-ຄວາຍ

Posted on 18/03/202118/03/2021 By News No Comments on ເມືອງແກ່ນທ້າວ ເປີດຕະຫລາດນັດສັດປະເພດ ງົວ-ຄວາຍ

ພິທີ ເປີດຕະຫລາດນັດສັດປະເພດ ງົວ, ຄວາຍຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 17 ມີນາ 2021 ນີ້, ທັງນີ້ ແນໃສ່ສົ່ງເສີມທາງການຕະຫລາດສັດລ້ຽງ ໃຫ້ມີຄວາມໝັ້ນທ່ຽງ, ສົ່ງເສີມການລ້ຽງສັດຂອງປະຊາຊົນ ໃຫ້ເປັນໄປຕາມເຕັກນິກວິທະຍາສາດ ຕິດພັນກັບການປຸງແຕ່ງທີ່ມີທັງປະລິມານ ແລະ ຄຸນນະພາບ ໄດ້ມາດຖານ ແລະ ຄວາມຕ້ອງການຂອງຕະຫຼາດ ທັງເປັນການຄຸ້ມຄອງການເຄື່ອນຍ້າຍສັດໃຫ້ມີຄວາມຖືກຕ້ອງ ແລະ ໃນຕໍ່ໜ້າໃຫ້ກາຍເປັນການພົບປະແລກປ່ຽນລະຫວ່າງຜູ້ຊື້ ແລະ ຜູ້ຂາຍສັດປະເພດຕ່າງໆ ບໍ່ວ່າຈະເປັນ ງົວ, ຄວາຍ, ໝູ, ແບ້, ເປັດ, ໄກ່ ສາມາດຂາຍ ແລະ ຊື້ຢູ່ຈຸດທີ່ກໍານົດນີ້.

May be an image of animal and outdoors

ທ່ານ ບຸນໂຮມ ໂພທິລັກ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ກ່າວວ່າ: ພາຍຫລັງໄດ້ຮັບມອບໝາຍຈາກຄະນະປະຈໍາພັກເມືອງ ທາງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຄວາມເປັນເອກະພາບ, ແບ່ງຄວາມຮັບຜິດຊອບຢ່າງລະອຽດ ແລະ ເກັບກໍາຂໍ້ມູນດ້ານຕ່າງໆ ໂດຍປະສານງານກັບຂະແໜງການທີ່ກ່ຽວຂ້ອງແລະ ນັກທຸລະກິດຜູ້ປະກອບການ, ຈັດກອງປະຊຸມປຶກສາຫາລື ຮ່າງກົດລະບຽບຄຸ້ມຄອງຕະຫລາດສັດໃຫຍ່ຢູ່ພາຍໃນເມືອງ, ຄັດເລືອກເອົາຄະນະກຸ່ມຊື້-ຂາຍສັດໃຫຍ່ ແລະ ກໍານົດສະຖານທີ່ເປີດຕະຫລາດສັດ ທີ່ເຫັນວ່າເໝາະສົມ ແລະ ມີເນື້ອທີ່ກວ້າງ ເສັ້ນທາງເຂົ້າຫາສະດວກ ແລະ ຢູ່ຈຸດກາງເມືອງ.

May be an image of 1 person, outdoors and tree

ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ ໄດ້ຊີ້ນຳ: ຄະນະບໍລິຫານກຸ່ມສົ່ງເສີມການລ້ຽງສັດ ຕ້ອງໄດ້ປຸກລະດົມປະຊາຊົນ ທີ່ມີດິນຕິດກັບສະຖານທີ່ຕະຫລາດນັດ ໃຫ້ມີການປູກຫຍ້າເພື່ອຂາຍໃຫ້ແກ່ຕະຫລາດ ໃຫ້ຜູ້ຊື້-ຂາຍ ໄດ້ຊື້ຫຍ້ານຳເຂົາເຈົ້າ ໃຫ້ສັດກິນ ເພື່ອເປັນການກະຈາຍລາຍໄດ້ ໃຫ້ແກ່ຜູ້ຢູ່ໃກ້ຄຽງຕື່ມອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ໝູ່ບ້ານມົ້ງ ພັນຄອບຄົວແຫ່ງຊີຈຽງ
Next Post: ກໍລະນີມີຂ່າວທາງສື່ສັງຄົມອອນລາຍວ່າມີຜູ້ແພ້ຢາວັກຊີນປ້ອງກັນພະຍາດໂ ຄ ວິ ດ ທີ່ເປັນຜື່ນແດງທົ່ວຕົນໂຕນັ້ນ ແມ່ນບໍ່ມີຄວາມຈິງ

Related Posts

ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ສຳລັບຜົນກວດ ຜູ້ຕິດເຊື້ອກໍລະນີທີ 23 ແມ່ນຍັງພົບເຊື້ອຢູ່ ຂ່າວສານບ້ານເມືອງ
ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະລົງຢ້ຽມຍາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມທີ່ເມືອງເຊໂປນ ຂ່າວສານບ້ານເມືອງ
ກອງຈະລາຈອນ ປກສ ເມືອງໄຊຍະບູລີ ສຶກສາອົບຮົມ ນັກຂັບຂີ່ທີ່ລະເມີດລະບຽບຈະລາຈອນ ຂ່າວສານບ້ານເມືອງ
ພະທາດຈອມຈວງ ຢູ່ກຸ່ມບ້ານທາດ ເມືອງລອງ ແຂວງຫຼວງນໍ້າທາ ຂ່າວສານບ້ານເມືອງ
ຮອງເຈົ້າເມືອງລະຄອນເພັງ ຊຸກຍູ້ການວັກຊິນປ້ອງກັນໂຄວິດ 19 ເຂັມກະຕຸ້ນ (ເຂັມ 3) ໃຫ້ນັກຮຽນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 194ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme