Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮງໝໍມະໂຫສົດຫຼັງໃໝ່ສຳເລັດແລ້ວ 80% ກຽມຮັບໃຊ້ປະຊາຊົນລາວ

Posted on 18/03/202118/03/2021 By News No Comments on ໂຮງໝໍມະໂຫສົດຫຼັງໃໝ່ສຳເລັດແລ້ວ 80% ກຽມຮັບໃຊ້ປະຊາຊົນລາວ

ໃນວັນທີ 17 ມີນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສປ ຈີນ, ໂດຍມີ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ວົງວິໄລ ປະພັດສະລາງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ ຫວາງຈີກາງ (Mr. WANGZIGANG) ຫົວໜ້າທີມເຕັກນິກ ໂຄງການກໍ່ສ້າງໂຮງໝໍມະໂຫສົດ (ຕາງໜ້າຜູ້ຮັບເໝົາກໍ່ສ້າງ) ແລະ ຄະນະໃຫ້ກຽດຕ້ອນຮັບ.


ທ່ານ ບຸນສະຖຽນ ພິມມະເສນ ຫົວໜ້າພະແນກ ເງິນຊ່ວຍເຫຼືອ ກະຊວງສາທາລະນະສຸກ ໄດ້ລາຍງານຄວາມຄືບໜ້າຂອງໂຄງການວ່າ: ໂຮງໝໍມະໂຫສົດຫຼັງໃໝ່ ແມ່ນມີພື້ນທີ່ທັງໝົດ 30.300 ຕາລາງແມັດ, ສະເພາະເນື້ອທີ່ປຸກສ້າງແມ່ນ 54,7 ພັນກວ່າຕາແມັດ, ໄດ້ວາງສີລາລຶກກໍ່ສ້າງໃນທ້າຍປີ 2017 ແລະ ໄດ້ເລີ່ມລົງມືກໍ່ສ້າງຕົວຈິງໃນປີ 2018 ໃນມູນຄ່າສັນຍາກໍ່ສ້າງ 590.790,977 ຢວນ, ເປັນໂຄງການຊ່ວຍເຫຼືອລ້າທີ່ໃຫຍ່ທີ່ສຸດຂອງລັດຖະບານ ສປ ຈີນ. ເຊິ່ງສ້າງເປັນໂຮງໝໍ 600 ຕຽງ ປະຈຸບັນແມ່ນກຳລັງກໍ່ສ້າງໄລຍະທີ 1 ຄືກໍ່ສ້າງຕຶກນອນຂອງຄົນເຈັບ ເປັນຕຶກ 8 ຊັ້ນ ມີຄືບໜ້າແລ້ວ 80% ຄາດວ່າໃນເດືອນພຶດສະພາ 2021 ນີ້ແມ່ນຈະໃຫ້ສຳເລັດ. ຫຼັງຈາກນັ້ນກໍ່ຈະສືບຕໍ່ການກໍ່ສ້າງໄລຍະ 2 ໃນເດືອນ ກໍລະກົດ 2021 ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນກໍລະກົດ 2022. ດ້ານລະບົບວັດຖຸອຸປະກອນ ແລະ ເຄື່ອງມີການແພດແມ່ນຈະເປັນເຄື່ອງມືທີ່ທັນສະໄໝ ແລະ ມີມາດຕະຖານ.


ດ້ານທ່ານ ທ່ານ ຫວາງຈີກາງ (Mr. WANGZIGANG) ຫົວໜ້າທີມເຕັກນິກ ໂຄງການກໍ່ສ້າງໂຮງໝໍມະໂຫສົດ ກ່າວວ່າ: ສຳລັບແຮງງານທີ່ນຳໃຊ້ໃນການກໍ່ສ້າງປະຈຸບັນແມ່ນມີຄົນຈີນ 167 ຄົນ ແລະ ຄົນລາວ 207 ຄົນ, ໃນຊ່ວງທີ່ມີການລະບາດພະຍາດໂຄວິດ-19 ກໍ່ມີຜົນກະທົບການກໍ່ສ້າງເຮັດໃຫ້ລ້າຊ້າ ເນື່ອງຈາກການນໍາເຂົ້າວັດສະດຸອຸປະກອນກໍ່ພົບຄວາມຫຍຸ້ງຍາກ, ການນໍາເຂົ້າແຮງງານວິຊາການຈີນກໍ່ມີຄວາມຫຍຸ້ງຍາກ ຈຶ່ງຢາກສະເໜີໃຫ້ພາກສ່ວນກ່ຽວຂ້ອງເບິ່ງຄືນມາດຕະການປ້ອງກັນໂຄວິດຕ່າງໆທີ່ພົວພັນກັບໂຄງການຕື່ມ.

This image has an empty alt attribute; its file name is 159961224_3503966783047112_7466182915604857270_o.jpg

ໃນໂອກາດນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວບາງຕອນວ່າ: ນະຄອນຫຼວງວຽງຈັນເປັນເມືອງເອກຂອງປະເທດລາວ ດັ່ງນັ້ນການລົງທຶນເຂົ້າໃສ່ດ້ານສາທາລະນະສຸກຈຶ່ງຫຼາຍ ທັງນີ້ກໍ່ເພື່ອຫຼຸດຜ່ອນການຂ້າມໄປປິ່ນປົວຢູ່ປະເທດໃກ້ຄຽງຂອງພໍ່ແມ່ປະຊາຊົນ, ຜ່ານມາໂຮງໝໍມະໂຫສົດກໍ່ມີປະສົບການດ້ານການປິ່ນປົວ ຄຽງຄູ່ກັນນັ້ນກໍ່ມີຫາງສຽງກ່ຽວກັບການບໍລິການຂອງແພດໝໍ ດັ່ງນັ້ນຂໍໃຫ້ທາງໂຮງໝໍເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດຂອງອ້າຍນ້ອງພະນັກງານແພດໝໍ ໂດຍສະເພາະແມ່ນເລື່ອງ ຈັນຍາທຳ ຈັນຍາບັນ ຂອງແພດໝໍ, ພ້ອມນີ້ເມື່ອໄດ້ນໍາໃຊ້ໂຮງໝໍຫຼັງໃໝ່ແລ້ວກໍ່ໃຫ້ເບິ່ງຄືນເລື່ອງຄວາມປອດໄພ, ເລື່ອງຈັນຍາບັນຂອງແພດໝໍ, ຄວາມເປັນລະບຽບຮຽບຮ້ອຍສະຖານທີ່ຈອດລົດ ແລະ ຄວາມສະອາດຕື່ມ.

ທ່ານຮອງນາຍົກຍັງກ່າວອີກວ່າ ດ້ານຂອງບໍລິສັດຮັບເໝົາກໍ່ສ້າງ ກໍ່ຄືດ້ານໂຄງການ ຫາກພົບບັນຫາທີ່ເປັນຂໍ້ຫຍຸ້ງຍາກ ອັນກະທົບຕໍ່ການກໍ່ສ້າງໃຫ້ເຮັດໜັງສືສະເໜີຄະນະຮ່ວມມືລາວ-ຈີນ ຕື່ມ, ພ້ອມນີ້ກໍ່ໃຫ້ເບິ່ງຄືນເລື່ອງວິຊາການລາວທີ່ຈະມາຖອດຖອນບົດຮຽນນຳຝ່າຍຈີນ ໃນການຄຸ້ມຄອງລະບົບຕ່າງໆເຊັ່ນ: ຄວາມປອດໄພ, ລະບົບໄຟຟ້າ, ນໍ້າປະປາ, ລະບົບບໍາບັດນໍ້າເປື້ອນນຳຊ່ຽວຊານຝ່າຍຈີນແຕ່ຫົວທີ ເພື່ອເອົາຄວາມຮູ້ວິຊາການມານຳໃຊ້ຕໍ່ໆໄປ.

ຂ່າວຈາກ: ເສດຖະກິດການຄ້າ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງຕົ້ນເຜີ້ງ ພົບ ຢ 6.000.000 ກ ວ່ າ ເ ມັ ດ ໃນເຮືອ ທີ່ຈອດຢູ່ດອນ​ກາງນໍ້າຂອງ
Next Post: ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ

Related Posts

ແຂວງຈຳປາສັກ ຫາລື ໂຄງການກໍ່ສ້າງ ຕົວເມືອງທັນສະໄໝ ຂ່າວສານບ້ານເມືອງ
ເກືອບ 400 ລ້ານກີບ ທັງພາກລັດ ແລະ ເອກະຊົນ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງ ໄຊຍະບູລີ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ໄດ້ນໍາ-ສົ່ງ ຄົນຕ່າງປະເທດສັນຊາດຈີນ ທີ່ລັກລອບເຂົ້າເມືອງ ກັບປະເທດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 334ຄົນ ຂ່າວສານບ້ານເມືອງ
ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຊີ້ແຈງການ ສົ່ງເສີມ ການຜະລິດສະບຽງອາຫານ ໃນສະພາບໂຄວິດ-19 ຂ່າວສານບ້ານເມືອງ
ແຕ່ຕ້ອງລະວັງເພາະຍັງມີຜູ້ເດີນທາງເຂົ້າປະເທດຢ່າງຕໍ່ເນື່ອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme